ທີ່ກອງປະຊຸມສຸດຍອດ NATO ໄດ້ຕັດສິນໃຈສ້າງຕັ້ງກອງທະຫານເພີ່ມອີກ ໔ ກອງ,ກອງທະຫານຢູ່ Bulgaria, Hungary, Romania, ແລະ Slovakia, ເຮັດໃຫ້ຈຳນວນທັງໝົດເປັນ ໘ ກົມກອງ.
ພັນທະມິດນາໂຕ້ ຢືນຢັນຄູ່ຮ່ວມມືກັບຢູເຄຣນໃນການປະຕິບັດສິດທິໃນການປ້ອງກັນຕົນເອງ.ບັນດາພັນທະມິດ ຈະສືບຕໍ່ໃຫ້ການສະໜັບສະໜູນທາງດ້ານການເມືອງ ແລະການປະຕິບັດຕົວຈິງຕື່ມອີກ ດ້ວຍການຊ່ວຍເຫຼືອດ້ານຄວາມປອດພັຍທາງອິນເຕີແນັດ ແລະການປ້ອງກັນພັຍຂົ່ມຂູ່ທາງເຄມີ, ຊີວະພາບ, ລັງສີ ແລະ ນິວຄເຣັຍ.
NATO ນາໂຕ້ກໍາລັງໃຫ້ການສະໜັບສະໜູນທີ່ເໝາະສົມກັບຄູ່ຮ່ວມມື ເພື່ອຕ້ານກັບອິດທິພົນອັນຊົ່ວຮ້າຍຂອງຣັດເຊັຍ. ພັນທະມິດ NATO ຮຽກຮ້ອງໃຫ້ທຸກຣັຖ,ໃນນັ້ນມີຈີນ, ຊຸກຍູ້ການແກ້ໄຂຄວາມຂັດແຍ້ງກັນໂດຍສັນຕິວິທີ ແລະຢຸດຕິການສະໜັບສະໜູນຄວາມພະຍາຍາມຂອງລັດເຊັຍ. ຖະແຫຼງການສະບັບເຕັມ
https://www.facebook.com/1340410427/posts/10222439562801452/