“ ຕ້ອນຮັບວັນທີ ໒໓ ມີນາ ໑໙໕໐-໒໐໒໒ ຄົບຮອບ໗໒ປີ-ວັນສ້າງຕັ້ງກອງທັບແຫ່ງພຣະຣາຊອານາຈັກລາວ “

“ ຕ້ອນຮັບວັນທີ ໒໓ ມີນາ ໑໙໕໐-໒໐໒໒ ຄົບຮອບ໗໒ປີ-ວັນສ້າງຕັ້ງກອງທັບແຫ່ງພຣະຣາຊອານາຈັກລາວ -ນາຍ ແລະພົລທະຫານທະຫານໆທຸກທ່ານ ໄດ້ປ້ອງກັນປະເທດຊາດມາດ້ວຍຄວາມອົງອາດ ນັບແຕ່ໄດ້ຣັບເອກຣາດຈາກຝຣັ່ງເສດໃນປີ ໑໙໔໙ ຈົນຮອດນາທີສຸດທ້າຍໃນປີ໑໙໗໕ ຈາກການຍຶດອຳນາດຂອງພວກຄິດບໍ່ຊື່ທຳການຈີກສັນຍາໂຣມລາວແລະກໍສະຖາປານາປະເທດລາວຂອງພວກເຮົາໄປເປັນສາທາຣະນາຣັດປະຊາທິປະໄຕປະຊາຊົນ ແບບຣວມສູນ ຜະເດັດການຄອມມຸນີສ ມາໄດ້ ໔໖ປີຜ່ານມາ ແຕ່ການທີໄດ້ອຳນາດຂອງພວກພັກລັດແນວລາວຂາຍຊາດ ເປັນການປຸ້ນອຳນາດ “ແຕ່ຝ່າຍທະຫານໆ ແລະລາວຝ່າຍເສຣີ ່ບໍ່ໄດ້ເສັຍຊາດ ແລະແຜ່ນດີນລາວໄປເທື່ອ ຜ່ານມາເປັນພຽງເສັຍບັ້ນຣົບ ບັ້ນນື່ງເທົ່ານັ້ນ ໂດຍການບໍ່ຊື່ສັດຕໍ່ຄຳໝັ້ນໃນສັນຍາໂຣມ ທຳການເຮັດຣັຖປະຫານຈັບກູມຄູ່ຮ່ວມສັນຍາ ໄປຂັງທໍຣະມານ ແລ້ວຂ້າຖີ້ມໃນສູນສົພທຸກ ທີ່ເມືອງວຽງໄຊ ເສັຍຊິວີດໄປເຖີງ ໓໘ພັນຊິວີດໃນ໖໘ສູນແຕ່ເໜືອຕະລອດໄຕ້ພຽງເພື່ອດັບສູນຝ່າຍລາວເສຣີ ຣວມທັງພຣະບາດສົມເດັດພຣະເຈົ້າສີສວ່າງ ວັທນາ ພ້ອມເອດອັຄມະເຫສີເຈົ້າຍີງຄຳຜຸຍ ແລະອົງມົງກຸດຣາຊກຸມານເຈົ້າຊາຍວົງສວ່າງ-“ພວກເຮົາຊາວລາວຝ່າຍເສຣີ ບໍ່ໄດ້ເສັຍ ຊາດບ້ານເມືອງໄປເທື່ອ ພຽງແຕ່ເສັຍບັ້ນຣົບບັ້ນນື່ງເທົ່ານັ້ນ ພວກເຮົາຈະທຳການກູ້ກຽດຊາດ ກູ້ເອກຣາດກັບຄືນມາໃຫ້ແກ່ຊາດ ແລະປະຊາຊົນລາວຂອງພວກເຮົາ”-ສູ້ສູ້ຊາວລາວຫົວຊາດນິຍົມຂອງລາວເຮົາທຸກທົ່ວໜ້າ ພ້ອມກັນຂັບໄລ່ແກວແດງ ແລະພວກຄນະຜູ້ນຳຜະເດັດການພັກລັດ ຂີ້ຂ້າແກວແດງໃຫ້ສີ້ນຊາກຈາກຜືນແຜ່ນດີນລາວ !!!

https://www.facebook.com/1340410427/posts/10222432159976386/

**ຝຸງບີນເຫົ່າຟ້າ

https://www.facebook.com/Picturefromthepast/videos/844168230330607/