“ປະວັດຄວາມເປັນມາຂອງອະດິດສະຫະພັນກິລາເຕະບານລາວທີ່ປາຣີສ ປະເທດຝຣັ່ງເສດ“

ຄຣີບເພັງກີລາລາວ- ດົນຕຮີສ້າງຂື້ນໃໝ່ໂດຍທ່ານແກ້ວນຸວົງ ສໍ່ຊະນະວົງສ໌ :

ເວບໃຊ້ເກົ່າຂອງກິລາເຕະບານລາວປາຣີສ ແລະຝຣັ່ງເສດ :

http://lao.football.free.fr/?fbclid=IwAR1vZXNtZhwsbs1wMCQPt-lRitYcpaj78d3DyV1zuZck5nHR6Sgzl29wczc

ປະວັດຄວາມເປັນມາຂອງ“ສະຫະພັນກິລາເຕະບານລາວທີ່ເຂດຊານນະຄອນຫຼວງປາຮີສ ທີ່ປະເທດຝຣັ່ງເສດ ໑໙໘໓-໒໐໐໐,໑໖ປີ ໑໖ສົກປີການແຂ່ງຂັນຊິງແຊ້ມປ້ຽນປຳຈຳແຕ່ລະປີ :
ສະຫະພັນກິລາວເຕະບານລາວ ໄດ້ກຳເນີດຂື້ນໃນສົກປີ ໑໙໘໓-໘໔ ເປັນປີເລີ້ມຕົ້ນໃນການຈັດໃຫ້ມີການແຂ່ງຂັນປະຈຳປີ ໄດ້ມີຄນະກິລາລາວຈາກເມືອງຕ່າງໆໃນເຂດອ້ອມແອ້ມນະຄອນຫຼວງປາຮີສ ສົ່ງຄນະເຂົ້າຮ່ວມການແຂ່ງຂັນຄນະທີຢູ່ໄກກວ່າຫມູ່ແມ່ນຄນະລາວທີ່ມັງເຕີລາໂຊລີ ໂດຍການນຳຂອງທ່ານວິຣະສັກ,ເລີ້ມກໍມີ:໑.ຊຽງຂວາງຮ່ວມມິດ(ອະດິດແມ່ນ“ຄນະ ມິຕສອນລາວສະແຕ໊ງ“)໒.ຄນະຫນອງດ້ວງ ໓.ຄນະລາວມັງເຕີລາໂຊລີ ໔.ຫນຸ່ມລາວພັດຖິ່ນ ໕.ຄນະຮ່ວມເຜົ່າ ໖.ຄນະລາວຊຸມພອນ ໗.ລາວລາຍີ ໘.ອານບາຕໍ ໙.ລາວສຳພັນ ໑໐.ມິດເຊໂດນ ໑໑.ມິຕະພາບລາວ ໑໒.ແມ່ນໍ້າຂອງລາວ ໑໓.ມິຕະສອນກິລາລາວ ໑໔.ລາວຄຳມ່ວນ ໑໕.ສີສັດຕະນາກ ໑໖.ສີໂຄດຕະບອງ ໑໗.ແສງລາວ …
ກັມມະການໄດ້ຈັດໃຫ້ມີຕິຂັນເງີນສົດຫນ່ວຍທຳອິດ ໂດຍໄດ້ໄປຊື້ແທ່ງເງີນ ແລ້ວໄດ້ໃຫ້ຍາພໍ່ຕາດຳ ນາຍຊ່າງຕີເງີນລື່ຊື່ໃນບ້ານມີໄຊ ນະຄອນຫຼວງວຽງຈັນ ຊື່ງເພີ່ນໄດ້ມາພຳນັກທີ່ເມືອງກັງ ພາກໄຕ້ຂອງຝຣັ່ງເສດ ເພື່ອໃຫ້ເປັນຂັນລາງວັນໃຫ້ກຽດແກ່ຄນະທີຄອງແຊ້ມປ້ຽນປະຈຳປີ ແລະຈະຕ້ອງໄດ້ເປັນແຊ້ມ ໓ຄັ້ງ ຈື່ງຈະໄດ້ຄອງຂັນຫນ່ວຍນີ້ໄປຄອບຄອງເລີຍ.
ສະຫະພັນ ໄດ້ດຳເນີນການແຂ່ງຂັນປະຈຳປີມີຕະລອດທຸກປີນັບແຕ່ສົກ ໑໙໘໓-໘໔ ຫາ ສົກປີ ໑໙໙໙- ໒໐໐໐,໑໗ສົກປີການແຂ່ງຂັນຕີດຕໍ່ກັນມາບໍ່ໄດ້ຂາດ,ໄດ້ສ້າງຂັນເງີນໃຫຍ່ໃຫ້ແຊ້ມປ້ຽນເຖີງ ໔ຫນ່ວຍ ແລະຕໍ່ມາກໍສ້າງຂັນເງີນຫນ່ວຍນ້ອຍ ເພື່ອຊີງຖ້ວຍລາວຂື້ນເພີ້ມເຕີມນຳ ອີກ ໘ຫນ່ວຍ – ໃຫ້ກຽດ
ພຮະຮາຊະທານປີທຳອິດຈາກເຈົ້າຟ້າຊາຍສຸລິວົງ ສວ່າງ ຜູ້ສຳເລັດຮາຊະການແຜ່ນດີນລາວ.
ປະທານບໍຣິຫານແຕ່ຣະສົກການແຂ່ງຂັນ :
1.ສົກການແຂ່ງຂັນປີ 1983~84 : ສີສົມເດັ່ດ ສີຫານາດ
2.ສົກການແຂ່ງຂັນປີ 1984~85: ສີສົມເດັ່ດ ສີຫານາດ
3.ສົກການແຂ່ງຂັນປີ 1985~86 : ສີສົມເດັ່ດ ສີຫານາດ
4.ສົກການແຂ່ງຂັນປີ 1986~87 : ສີສົມເດັ່ດ ສີຫານາດ
5.ສົກການແຂ່ງຂັນປີ 1987~88: ສງ່າ ສັກປຣະເສີດ
6.ສົກການແຂ່ງຂັນປີ 1988~89 ສງ່າ ສັກປຣະເສີດ
7.ສົກການແຂ່ງຂັນປີ 1989~90 : ສີສົມເດັ້ດ ສີຫານາດ
ສົກການແຂ່ງຂັນປີ 1990~91: ສີສົມເດັ້ດ ສີຫານາດ
ສົກການແຂ່ງຂັນປີ 1991~92 : ສີສົມເດັ້ດ ສີຫານາດ
ສົກການແຂ່ງຂັນປີ 1992~93: ສີສົມເດັ້ດ ສີຫານາດ
ສົກການແຂ່ງຂັນປີ 1993~94 : ສີສົມເດັ້ດ ສີຫານາດ
ສົກການແຂ່ງຂັນປີ 1994~95 : ສີສົມເດັ້ດ ສີຫານາດ
ສົກການແຂ່ງຂັນປີ 1995~96 : ສີສົມເດັ້ດ ສີຫານາດ
ສົກການແຂ່ງຂັນປີ 1996~97 : ສີສົມເດັ້ດ ສີຫານາດ
ສົກການແຂ່ງຂັນປີ 1997~98: ສີສົມເດັ້ດ ສີຫານາດ
ສົກການແຂ່ງຂັນປີ 1998~99: ສີສົມເດັ້ດ ສີຫານາດ
ສົກການແຂ່ງຂັນປີ 1999~2000: ສີສົມເດັ້ດ ສີຫານາດ
ຮູບນັກກິລາໃນເວບໃຊ້ເກົ່າມາຮອດປີ ໒໐໐໐ :

http://lao.football.free.fr/Juin32000.htm


http://lao.football.free.fr/?fbclid=IwAR1vZXNtZhwsbs1wMCQPt-lRitYcpaj78d3DyV1zuZck5nHR6Sgzl29wczc

https://www.facebook.com/1340410427/posts/10216774674622788/

( ຕີດຕາມອ່ານຕໍ່)