“ສປປລາວ ມີຜູ້ຕິດເຊື້ອໂຄວີດ-໑໙ ໃນມື້ນີ້ເພີ້ມ ໑໔ກໍຣະນີ້”-ຈາກໜັງສືພີມເສດຖະກີດ-ການຄ້າ”

https://www.facebook.com/Laoedaily/videos/220099809537145/

ຄະນະສະເພາະກິດຄວບຄຸມ ປ້ອງກັນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນັວນທີ 23 ພະຈິກ 2020 ວ່າ ພົບຜູ້ຕິດເຊື້ອໂຄວິດ-19 ໃນລາວ ເພີ່ມອີກ 14 ກໍລະນີ.

ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ປັດຈຸບັນ ສປປ ລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 14 ກໍລະນີ, ໃນນັ້ນ ເປັນຄົນສັນຊາດລາວ 1 ຄົນ ແລະ ໃນຈຳນວນ 14 ຄົນນີ້ມີເດັກອາຍຸຕໍ່າສຸດ 1 ຄົນ ອາຍຸ 12 ປີ ເຊິ່ງເປັນບຸກຄົນທຳອິດທີ່ມີເກນອາຍຸຕໍ່າສຳລັບຜູ້ຕິດເຊື້ອໂຄວິດທີ່ກວດພົບຢູ່ ສປປ ລາວ.

ສ່ວນຂໍ້ມູນລາຍລະອຽດເພີ່ມເຕີມ ທີມຂ່າວພວກເຮົາຈະລາຍງານໃຫ້ຊາບພາຍຫຼັງຕື່ມອີກ

ຂໍ້ມູນ: ເສດຖະກິດ-ການຄ້າ