“ຮັກ ແລະຄິດເຖິງລາວ”-ຈາກ໕໐໐

-ໜ້າ໒.

ຈົດໝາຍສບັບນັ້ນໄດ້ຖືກອ່ານຈົບລົງ ແສງເດືອນຖອນໃຈໃຫຍ່,ເພັງຈາກເຄື່ອງເທບອິຕາຊິແວ່ວສຽງເປັນຄັ້ງ
ຄາວມາ “ອ້າຍຢາກພົບນ້ອງເປັນຄັ້ງສຸດທ້າຍ..ກ່ອນນ້ອງຈະກາຍເປັນຂອງຄົນອື່ນ..ອ້າຍຢາກບອກນາງໃຫ້
ຮູ້..ວ່າຢູ່ຢ່າງທຸກຂົ່ມຂື່ນ..ຫຼັບນອນທົນຝືນ..ຫ້າມໃຈພິກຄິດຫວງນາງ“,ເພັງອັນແສນເສົ້າຂອງຄຳເຕີມໄດ້
ງຽບຫາຍໄປ,ແສງເດືອນພັບຈົດໝາຍສບັບນັ້ນ ແລ້ວເດີນໄປຫາຕູ້ເຍັນ ຍົກເອົາແກ້ວຊຳປາຍມາເປີດ ,ຍົກ
ຂື້ນດື່ມເຂົ້າໄປໂດຍບໍ່ຄິດຈະໃຊ້ຈອກ ແລະໄດ້ຈົ່ມພືມພຳອອກມາວ່າ:
-“ດີແລ້ວ..ໂຊກດີເຖີດຕາວັນ..ຄວາມຝັນຂອງເຈົ້າກາຍເປັນຈີງແລ້ວ..ແຕ່ບໍ່ແມ່ນກັບແສງເດືອນຄົນນີ້ ຄົນທີເຈົ້າ
ເຄີຍສັນຍາໃຫ້ຄວາມຫວັງເອົາໄວ້,ຄັ້ງນື່ງທີ່ສູນໜອງຄາຍ,ເມື່ອຄາວເຮົາຍັງເປັນອົພຍົບນຳກັນໃນຄັ້ງນັ້ນ,
ຄວາມຫວັງທີໄດ້ວາດພາບເອົາໄວ້ນຳກັນ,ຂໍ້ຄວາມໃນກະດາດວັນ“ວາລັງທາຍ“,ລູກຊາຍກົກທີເຮົາຢາກໄດ້
ຮ່ວມກັນ,ຄັ້ງນັ້ນ ຄືນນັ້ນ..ໄດ້ລືບຫາຍໄປເສັຍແລ້ວ,ຄວາມຫວັງຂອງເດືອນຫລື“ເດືອນໄດ້ພົບມັນເຊັ່ນດຽວ
ກັນ,ກຳລັງຖືຢູ່ໃນມືນີ້ຢ່າງໃດລະ..ແລະຈະຂໍດື່ມເພື່ອອ່ວຍໄຊໃຫ້ພອນແດ່“ໂຊກດີເຖີງຕາວັນ“,ເຂົາໄດ້ຍົກ
ດື່ມເອົາຈົນໝົດແກ້ວ ແລະກໍລຳພັນອອກມາອີກເປັນຄຳສຸດທ້າຍ:
-“ຕາວັນເປັນຫຍັງຄວາມຝັນຂອງພວກເຮົາ ຈື່ງບໍ່ແມ່ນອັນດຽວກັນ..ຟ້າລົງໂທດອ້າຍ ຫຼືວ່າຟ້າລິຂິດ ອາດ
ແມ່ນໂຊກວາສນາເດືອນຕໍ່າເກີນໄປ..“
ຫວນໄປເຖີງຊີວີດທີຜ່ານມາ ແລະລິຂິດໃຫ້ໄດ້ມາພົບ“ຕາວັນ“,ແສງເດືອນ,ຊາຍໜຸ່ມອາຍຸຫາກໍຍ່າງເຂົ້າ໒໐
ປີພໍດີ,ໄດ້ອົພຍົບຕິດຕາມຄອບຄົວພໍ່ແມ່ ຫນີພັຍຄອມມຸນີສຂ້ວມມາຢູ່ສູນອົພຍົບໜອງຄາຍທ້າຍປີ ໑໙໗໕
ຫຼັງຈາກພວກຜະເດັດການແນວລາວຂາຍຊາດ ໄດ້ທຳການຍຶດອຳນາດໃນວົນທີ ໒ ທັນວາປີ ໑໙໗໕.
ແສງເດືອນໄດ້ຮູ້ຈັກກັບ“ຕາວັນ“ໂດຍບັງເອີນທີ່ເສັ້ນທາງໄປອ່າງອາບນໍ້າທີ່ສູນໜອງຄາຍໃນທ້ອງຣະດູໜາວ,
ອ່າງແຫ່ງນີ້ ມັກຮ້ອງກັນວ່າ ແມ່ນອ່າງນໍ້າສູນມົ້ງ ຫຼືສູນຊົ່ວຄາວ ກ່ອນທີ່ສູນຈະເປີດ.
ຄອບຄົວແສງເດືອນໄດ້ເຊົາເຮືອນນ້ອຍໆຫຼັງນື່ງ ໄຕ້ເຮືອນເຊົາຂອງນ້າສາວ“ຕາວັນ“.
ແລງມື້ນື່ງ,ຫຼັງຈາກໄປເບີ່ງຣາຍຊື່ຜູ້ທີຈະອອກເດີນທາງໄປປະເທດທີ໓ ແລະການໄປອອກກຳລັງກາຍ ຫຼີ້ນກິ
ລາເຕະບານນຳນັກກິລາສູນລາວ-ມົ້ງ-ໄທດຳທຸກໆແລງເປັນກິຈະກຳປະຈຳວັນ,ແສງເດືອນ ແລະອ້າຍໆ ໄດ້
ມຸ້ງໜ້າໄປຫາອ່າງອາບນໍ້າ ພ້ອມດ້ວຍຖືເອົາຄຸກໃສ່ນໍ້າ ຕຮົງໄປຫາອ່າງນໍ້າ ເພື່ອອາບນໍ້າ ແລະຈະນຳນໍ້າມາ
ໃຊ້ໃນເຮືອນ ຊື່ງແມ່ນພະລະປະຈຳວັນ.
ຕາມທາງທີນຳພາໄປຫາອ່າງນໍ້າ ເຂົາໄດ້ເຫັນກຸ່ມຜູ້ຍີງ ກຸ່ມນື່ງຍ່າງຢູ່ຂ້າງໜ້າ ແສງເດືອນເຕືອນໃຫ້ທຸກຄົນ
ຈ້າວບາດຍ່າງໄວຂື້ນ ແລະພ້ອມກັນນັ້ນ ກໍສົ່ງສຽງເພັງຕະລົກພ້ອມກັນ ແທນການທັກທາຍໄປຍັງຍີງກຸ່ມ
ນັ້ນວ່າ:
-“ລູກສາວໃຜ.. ຫັນຫຼັງໃສ່..ໃສ່ເສື້ອສີແດງ..“ທັນໃດນັ້ນ ກໍໄດ້ຍີນສຽງຕອບຄືນມາ:
-“ລູກຄົນ..ຫຼານສາວນາຍພັນ..ນະອ້າຍ..“,ແສງເດືອນ ແລະອ້າຍໆກໍເອີຍເປນສຽງດຽວພ້ອມໆກັນເໝືອນ
ນັດກັນເອົາໄວ້:
-”ສບາຍດີເອື້ອຍທອງ“ ແລະກໍໄດ້ຄຳຕອບຄືນມາວ່າ
-“ສບາຍດີຜູ້ບາວທຸກໆຄົນ“,ເອື້ອຍທອງໄດ້ຕອບຄືນມາ.
ເອື້ອຍທອງ ເປັນສາວຮຸ້ນເອື້ອຍ ທີແສງເດືອນລື້ງດີ ແລະຢູ່ຂ້າງໆເອື້ອຍທອງມື້ນີ້ ແສງເດືອນໄດ້ສັງເກດເຫັນ
ນາງສາວນ້ອຍຜູ້ນື່ງ ,ຕໍ່ສາຍຕາຂອງແສງເດືອນທີຈ້ອງເບີ່ງນາງ ນາງງືກຫົວຄ້າຍຈະບອກອນໃດອັນນື່ງ,ພໍດີ
ເອື້ອຍທອງເຫັນຄວາມເກີະເຂີນຂອງທັງສອງເຂົ້າ ບໍ່ຮູ້ຈະທັກທາຍແບບໃດ,ລາວຈື່ງຟ້າວຕໍ່ຄວາມໃຫ້ທັນທີ:
-”ເອີນີ້ ເອື້ອຍຂໍແນະນຳໃຫ້ຮູ້ຈັກກັບຫຼານສາວ ທີມາຢາມ,ລາວເຊົາຢູ່ໃນເມືອງພຸ້ນ..ຊື່“ຕາວັນ“,ແສງເດືອນ
ກໍຟ້າວຕອບຮັບການແນະນຳທັນທີ:
-“ຍີນດີທີຮູ້ຈັກ ຕາວັນ“,ແສງເດືອນສອດສາຍຕາເບີ່ງຕາວັນຫຼາຍຄັ້ງຕລອດເວລາທີກຳລັງມຸ້ງໜ້າໄປຍັງອ່າງ
ອາບນໍ້ານັ້ນ ເໝືອນກັບວ່າ ໄດ້ຫລົງມົນສະເນ່ແວວຕານາງເຂົ້າໄປແລ້ວ,ທຸກເທື່ອທີສາຍຕາເຂົາ ປະສົບຕາ
ນາງເທື່ອໃດ ເຂົາຮູ້ສືກ ຕົວເຂົາເບົາ ເໝືອນຢູ່ໜ້າດີນ,ສາຍຕານາງສ່າງສີແສງແວວວາວ ແລະມີມົນສະເນ່ມາໃຫ້ເຂົາ, ພໍມາຮອດອ່າງນໍ້າ,ແສງເດືອນກໍຂານອາສາຕໍ່ເອື້ອຍທອງຂື້ນວ່າ:
-“ເອື້ອຍທອງ ມື້ນີ້ຊີປົ້ມນໍ້າໃຫ້ເດີ“,ລາວກໍຕອບມາວ່າ:
-“ດີແລ້ວ ເທື່ອໜ້າ ຊີຊວນຫຼານສາວມານຳເລື້ອຍໆ…ຈະໄດ້ອາບນໍ້າໄວແດ່“.ແສງເດືອນເລັ່ງປົ້ມນໍ້າຢ່າງຫ້າວຫານ ວ່ອງໄວ ແລະຢ່າງ

ມີຄວາມສຸກ ແບບບໍ່ມີຄວາມອິດເມື້ອຍ ທັ້ງໆທີຫາຊີມາແຕ່ການອອກກຳລັງກາຍ ຫຼີ້ນ
ເຕະບານມາ.ແສງເດືອນໄດ້ຈ້ອງເບີ່ງນາງບໍ່ໄດ້ຂາດ ຄອຍຈັບຢູ່ໃບໜ້າງາມໆອັນອ່ອນຫວານຂອງນາງ ຈົນ
ເຮັດໃຫ້ນາງໜ້າແດງ ເມື່ສາຍຕາທັງສອງຄູ່ໄດ້ມາປະສົບກັນ.ແສງເດືອນຮູ້ສືກວ່າ ເຂົາ ແລະນາງໄດ້ຂຸ້ນເຄີຍ
ກັນມາກ່ອນ,ນາງມັກຍີ້ມແທນການທັກທາຍ ນາງເປັນຄົນທີແສງເດືອນໄຝ່ຝັນຫາ ແລະພໍໃຈໃນນິສັຍໃຈຄໍ
ຂອງນາງ.ຫຼັງຈາກອາບນໍ້າແລ້ວ ກໍພາກັນກັບຄືນສູ່ບ້ານ,ແສງເດືອນໄດ້ອາສາຖືຂຸນໍ້ານາງໄປສົ່ງເຖີງບ້ານນາງ.
ຕະລອດທາງ ເຂົາກໍໄດ້ໂອ້ລົມນຳນາງຢ່າງມີຄວາມສຸກ ແລະກໍຖືໂອກາດນັ້ນຊັກຊວນນາງໃຫ້ມາຮ່ວມຊູມແຊວ
ໃນວັນສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ສາກົນ ທີເຂົາມແລະອ້າຍໆໄດ້ວາງແຜນທີຈະສລອງກັນ.ແສງເດືອນໄດ້ເວົ້າຕໍ່ນາງວ່າ:
-“ວັນທີ ໓໑ ທັນວາ ພວກຂ້ອຍຈະຈັດສລອງສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ເຊີນເຈົ້າເດີ”,ນາງໄດ້ຕອບວ່າ:
-“ຂອບໃຈຫຼາຍໆທີເຊີນ..ຂ້ອຍຊີພະຍາຍາມມາຮ່ວມ..ແຕ່ບໍ່ແນ່ ຖ້າໄດ້ມາຈະບອກນ້າສາວ,ເພາະຢູ່ໄກທີ່ນີ້,ຂ້ອຍຢູ່ໃນເມືອງຫນອງຄາຍ,ຖ້າມີໂອກາດໄດ້ຜ່ານໄປທາງນັ້ນ ໄປຢາມຂ້ອຍແດ່..(ມີຕໍ່ໜ້າ໓)