Manifestation à Paris pour sauver la vie des populations Lao-Hmongs (25/06/2005)

Manifestation: Pour sauver la vie des populations Lao-Hmongs, ces hommes, femmes, enfants, bébés, vieillards, pourchassés par les soldats gouvernementaux dans la jungle laotienne de Xaysomboun et de Bolikhamsay. Pour réclamer le respect de la Liberté et des Droits de l’Homme au Laos.
ຊາວລາວແລະຊາວຝຣັ່ງເສດ ໄດ້ຮ່ວມຊຸມນຸມປະທ້ວງຄັ້ງຍິ່ງໃຫຍ່ ທີ່ສນາມລານສິດທິມະນຸດ ນະຄອນຫລວງປາຣີສ ປະເທດຝຣັ່ງເສດ ໃນມື້ວັນເສົາວັນທີ່ 25 ມີຖຸນາ 2005, ເພື່ອທວງໃຫ້ ສປປ ລາວ ຢຸດການປາບປາມຊາວລາວເຜົ່າມົ້ງ ໃນເຂດພິເສດໄຊສົມບຸນ ແລະບໍລິຄຳໄຊ. ນອກຈາກນັ້ນກໍໄດ້ຮຽກຮ້ອງໃຫ້ ປະເທດມະຫາອຳນາດ ແລະອົງການສາກົນ ຊ່ວຍກູ້ເອົາຊີວິດ ຊາວລາວເຜົ່າມົ້ງ ທີ່ຖືກປາບປາມຢູ່ໃນຂນະນີ້. ການປະທ້ວງໄດ້ເລີ່ມແຕ່ເວລາ 14 ໂມງຈົນເຖິງປະມານ 18 ໂມງແລງ ມີຜູ້ຮ່ວມຊຸມນຸມທັງໝົດປະມານ 500 ກວ່າຄົນ ພາຍໃຕ້ການນຳພາຂອງ ຂະບວນລາວ ເພື່ອສິດທິມະນຸດ, ສະມາຄົມມິດມົ້ງ ແລະອົງການຈັດຕັ້ງອື່ນໆ.