ລະວັງຕົກເປັນເຫຍື່ອຂອງການເປົ່າຫູ ແລະ ກົນອຸບາຍຈາກພວກຜະເດັດການ! ເປັນທີ່ຊັດເຈນແລ້ວວ່າ ການນຳພາຂອງລັດຖະບານ ສປປ ລາວ ແມ່ນໄດ້ເຮັດໃຫ້ຄຸນະພາບຊີວິດການເປັນຢູ່ຂອງປະຊາຊົນລາວຕ້ອຍຕ່ຳລົງເລື່ອຍໆຢ່າງບໍ່ມີທີ່ສິ້ນສຸດ, ຕາມສະພາບຄວາມເປັນຈິງ ລາຄາສິນຄ້າພາຍໃນປະເທດຍັງຄົງເພີ່ມຂຶ້ນເລື່ອຍໆ ປະຊາຊົນອົດຢາກປາສະຈາກນະໂຍບາຍຊ່ວຍເຫຼືອຈາກທາງລັດຖະບານ ອັດຕາການປຸ້ນຈີ້-ລັກຂະໂມຍເພີ່ມຂຶ້ນເຊິ່ງໃນຫຼາຍໆກໍລະນີຕຳຫຼວດກໍບໍ່ສາມາດຊ່ວຍເຫຼືອເຫຍື່ອໄດ້ ທັງໝົດນີ້ເປັນພຽງຄວາມຈິງສ່ວນໜຶ່ງເທົ່ານັ້ນ ເປັນຄວາມຈິງທີ່ບໍ່ສາມາດປະຕິເສດໄດ້! ໃນຂະນະດຽວກັນນັ້ນ ຊີວິດການເປັນຢູ່ຂອງພວກຊົນຊັ້ນນຳຊ້ຳພັດເດີນໄປໃນທິດທາງກົງກັນຂ້າມ! ກຸ່ມຄົນເຫຼົ່ານີ້ມີຊີວິດການເປັນຢູ່ທີ່ດີ ພາຍນອກເຮັດທຳທ່າສົນໃຈການເປັນຢູ່ຂອງປະຊາຊົນ ແຕ່ພາຍໃນກໍຍັງຄົງສົນໃຈສະເພາະແຕ່ຜົນປະໂຫຍດສ່ວນຕົວ ແລະ ຂອງພັກພວກຕົນ ພຽງແຕ່ກຸ່ມຄົນເຫຼົ່ານີ້ບາງສ່ວນບໍ່ກ້າສະແດງອອກຍ້ອນຄວາມຢ້ານກົວທີ່ມີຕໍ່ຫາງສຽງຂອງສັງຄົມ. ປາກົດການດັ່ງກ່າວຈຶ່ງເຮັດໃຫ້ປະຊາຊົນນັບມື້ນັບພາກັນຕັ້ງຄຳຖາມເຖິງການນຳພາຂອງລັດຖະບານ ແລະ ລະບົບການປົກຄອງທີ່ອຳນວຍຄວາມສະດວກໃຫ້ກັບພວກຊົນຊັ້ນນຳໃນການສໍ້ລາດບັງຫຼວງ ແລະ
Read more