https://www.facebook.com/100066378376617/posts/pfbid0GKk6hDL4rcRDaSmsP57k38kxPfKMxTY7AiGj1Hvf15xKsXFkkYHHqNUc3hZFDvvZl/ ຄວາມເຫຼື່ອມລ້ຳທາງດ້ານການສຶກສາ ລາວເປັນປະເທດທີ່ມີເນື້ອທີ່ກວ້າງໃຫຍ່ໄພສານ ແລະ ປະຊາກອນກະຈາຍຕົວຢູ່ທົ່ວທຸກບ່ອນ ສົ່ງຜົນໃຫ້ການຈັດການສຶກສາບໍ່ທົ່ວເຖິງ ເດັກນັກຮຽນໃນເຂດຊົນນະບົດ ແລະ ພື້ນທີ່ຫ່າງໄກມີໂອກາດເຂົ້າເຖິງການສຶກສາໜ້ອຍກວ່າເດັກນັກຮຽນໃນເຂດຕົວເມືອງ ບັນຫານີ້ສົ່ງຜົນໃຫ້ເດັກນັກຮຽນໃນເຂດນອກ ແລະ ເຂດພື້ນທີ່ຫ່າງໄກມີໂອກາດໃນການພັດທະນາຕ່ຳກວ່າເດັກນັກຮຽນໃນເມືອງ. ລາວຂາດແຄນງົບປະມານດ້ານການສືກສາ ເພາະລັດຖະບານຕ້ອງເອົາງົບປະມານດ້ານການສຶກສາໄປໃຊ້ຫນີ້ ສາທາລະນະທີ່ມີມະຫາສານ ສົ່ງຜົນໃຫ້ໂຮງຮຽນ ແລະ ຄູອາຈານຂາດແຄນອຸປະກອນການຮຽນການສອນ ນອກນີ້ຍັງຂາດສື່ການຮຽນການສອນທີ່ທັນສະໄໝ (ສາລະຄະດີເປັນຕົ້ນ) ແລະ ຂາດຄູອາຈານທີ່ມີຄວາມຮູ້ຄວາມຊຳນານສະເພາະດ້ານ ບັນຫານີ້ສົ່ງຜົນໃຫ້ຄຸນະພາບການສຶກສາຂອງປะເທດລາວດ້ອຍລົງ ເດັກນັກຮຽນບໍ່ສາມາດຮຽນຮູ້ໄດ້ຢ່າງມີປະສິດທິພາບ ສົ່ງຜົນໃຫ້ໂອກາດໃນການປະກອບອາຊີບ
Read more