ໃນສອງສາມເດືອນທີ່ຜ່ານມາລັດຖະບານລາວໄດ້ດຳເນີນການກວດລ້າງສື່ຕ່າງໆຄັ້ງໃຫຍ່ບໍ່ວ່າຈະເປັນໃນປະເທດ ແລະ ນອກປະເທດ ໂດຍອ້າງວ່າເປັນການໃສ່ຮ້າຍລັດຖະບານ, ສະແດງໃຫ້ເຫັນຄວາມຢ້ານກົວຕໍ່ສື່ຕ່າງໆ ໂດຍສະເພາະສື່ອອນໄລນ໌ໃນປັດຈຸບັນທີ່ລັດຖະບານຄວບຄຸມຍາກ. ສິ່ງນີ້ສວນທາງກັບສິດທິເສລີພາບຂອງສື່ທີ່ສັງຄົມປະຊາທິປະໄຕຫຼາຍແຫ່ງໃນໂລກຍອມຮັບ ແລະ ປົກປ້ອງເສລີພາບຂອງສື່ ເປັນສິດຂັ້ນພື້ນຖານ ໃຫ້ສື່ມີອິດສະຫຼະໃນການລາຍງານຂ່າວທີ່ເປັນຄວາມຈິງ. ຕັ້ງແຕ່ອະດີດລາວມີຂໍ້ຈຳກັດກ່ຽວກັບເສລີພາບຂອງສື່ ພາບລວມຂອງສື່ຖຶກຄວບຄຸມໂດຍລັດຖະບານ ແລະ ສື່ທີ່ເປັນອິດສະຫຼະຈາກການຄວບຄຸມກໍມີຈຳກັດ ເຮັດໃຫ້ຄວາມສາມາດໃນການສືບສວນ ແລະ ລາຍງານການສໍ້ລາດບັງຫຼວງບໍ່ໄດ້ຄຸນະພາບ. ສື່ມີບົດບາດສຳຄັນໃນການອຳນວຍຄວາມສະດວກ ແລະ ເສລີພາບໃນການສະແດງອອກ ຊ່ວຍໃຫ້ບຸກຄົນ ແລະ ອົງກອນສາມາດສະແດງຄວາມຄິດເຫັນຂອງຕົນເອງໄດ້. ສື່ຍັງມີຄວາມສຳຄັນໃນການເປີດເຜີຍຄວາມໂປ່ງໃສຂອງລັດຖະບານ
Read more