“ສປປລາວ ຍັງໃຊ້ແຮງງານເດັກນ້ອຍຕໍ່າກວ່າ ໑໕ປີ“~ຂ່າວຈາກມຸນິທິ ະນຸດສະຍະ~ Manushya Foundation

https://www.facebook.com/100066378376617/posts/pfbid033uBDVSuZKtc8szR5ZjvuPPB5sMZomezzJ6wNU7ERser8LFUWiBGJgdgCmCfP8HB9l/

ສວນກ້ວຍຂອງນາຍທຶນຈີນ ຍັງໃຊ້ແຮງງານເດັກນ້ອຍລາວອາຍຸບໍ່ຮອດ 15 ປີ ເຊິ່ງນີ້ເປັນການລະເມີດກົດໝາຍແຮງງານເດັກໃນລາວ ເປັນຊ່ອງຫວ່າງທາງກົດໝາຍ ທີ່ເຈົ້າໜ້າທີ່ຕັ້ງໃຈທີ່ຈະຫຼີກລ່ຽງຫຼືບໍ່.
.

ເຈົ້າໜ້າທີ່ເມືອງປາກຊ່ອງໄດ້ຊີ້ແຈງເຫດການລັກພາຕົວເດັກນ້ອຍໄປເຮັດວຽກທີ່ສວນກ້ວຍຈີນທີ່ແຂວງອັດຕະປືວ່າ ເປັນເລື່ອງເຂົ້າໃຈຜິດ ບໍ່ໄດ້ລັກພາຕົວ ແຕ່ເດັກບໍ່ຢາກມາເຮັດວຽກແລ້ວຈຶ່ງໂຕນລົດໜີ.
.
ຕາມກົດໝາຍແຮງງານ ນາຍຈ້າງຜູ້ໃດທີ່ຮັບເດັກນ້ອຍອາຍຸຕ່ຳກວ່າ 18 ປີເຮັດວຽກ ຈະມີຄວາມຜິດຕາມກົດໝາຍແຮງງານລາວ. ແຕ່ໃນຄວາມເປັນຈິງແລ້ວບາງບ່ອນຍັງມີການຜ່ອນຜັນໃຫ້ເດັກນ້ອຍສາມາດເຮັດວຽກໄດ້ ເຈົ້າໜ້າທີ່ຫຼາຍບ່ອນຍັງເມີນເສີຍຕໍ່ເລື່ອງນີ້ ການທີ່ປ່ອຍໃຫ້ເດັກນ້ອຍໄປເຮັດວຽກທີ່ໜັກໃນສວນກ້ວຍທີ່ມີການໃຊ້ສານເຄມີ ຫຼື ມີການໃຊ້ແຮງງານໜັກ ເປັນການຈົງໃຈໃຊ້ຊ່ອງຫວ່າງໃນກົດໝາຍເພື່ອຜົນປະໂຫຍດຂອງບາງກຸ່ມ.
.
ພວກເຂົາໃຊ້ຂໍ້ອ້າງວ່າ ພໍ່ແມ່ຂອງເດັກນ້ອຍເຮັດວຽກຢູ່ນີ້ ແລະ ພວກເຂົາກໍຢາກໃຫ້ລູກມາເຮັດວຽກນຳ ແຕ່ເດັກເອງບໍ່ໄດ້ເຕັມໃຈຢາກມາ.
.
ທາງດ້ານຕຳຫຼວດເອງ ກໍເຮັດພຽງຮັບແຈ້ງໄວ້ເທົ່ານັ້ນ ແຕ່ກໍບໍ່ໄດ້ດຳເນີນການຫຍັງຕໍ່ ບໍ່ມີເຈົ້າໜ້າທີ່ແຮງງານລາວເຂົ້າກວດສອບ ຖ້າຫາກວ່າຈະລົງມາກວດສອບ ທາງເຈົ້າໜ້າທີ່ກໍສົ່ງໜັງສືແຈ້ງການລົງມາກ່ອນ, ເຊິ່ງເຮັດໃຫ້ນາຍທຶນຊາວຈີນໄຫວຕົວທັນ ແລະ ເອົາເດັກນ້ອຍທີ່ໃຊ້ແຮງງານໄປໄປເຊື່ອງ ເມື່ອເຈົ້າໜ້າທີ່ໄປແລ້ວຈຶ່ງໃຫ້ເດັກນ້ອຍກັບມາເຮັດວຽກຄືເກົ່າ.
.
ໜ້າວຽກທີ່ເດັກໄດ້ເຮັດ ບໍ່ແມ່ນວຽກເບົາ ບໍ່ວ່າຈະເປັນລ້າງກ້ວຍ, ຕັດກ້ວຍ, ແບກຫາບກ້ວຍ ແລະ ຍັງມີຄວາມສ່ຽງຕໍ່ການໃຊ້ສານເຄມີໃນສວນອີກດ້ວຍ.
.
ສິ່ງນີ້ຜິດຕໍ່ອານຸສັນຍາວ່າດ້ວຍສິດທິເດັກ (Convention on the Rights of the Child) ຂໍ້ຕົກລົງລະຫວ່າງປະເທດ ຂອງສະຫະປະຊາຊາດ ໃນຂໍ້ທີ 2 ສິດທິທີ່ຈະໄດ້ຮັບການປົກປ້ອງດູແລ ເຊິ່ງກ່າວໄວ້ວ່າ “ເມື່ອເດັກໆໄດ້ເກີດ ແລະ ລອດຊີວິດມາແລ້ວ ສິ່ງຕໍ່ມາທີ່ພວກເຂົາຄວນໄດ້ຮັບ ແມ່ນການປົກປ້ອງຄຸ້ມຄອງ ຈາກຄວາມຮຸນແຮງທາງດ້ານຮ່າງກາຍ ແລະ ຈິດໃຈ, ລວມໄປເຖິງການຄຸ້ມຄອງຈາກການໃຊ້ແຮງງານຜິດກົດໝາຍ ການເຮັດວຽກອັນຕະລາຍ ຫຼື ຂັດຂວາງການສຶກສາ ໃນເລື່ອງສານເສບຕິດກໍເຊັ່ນກັນ ເດັກນ້ອຍຕ້ອງໄດ້ຮັບການຄຸ້ມຄອງຈາກສານອັນຕະລາຍ ສານທີ່ມີພິດ ແລະ ສິ່ງເສບຕິດຕ່າງໆ, ອີກໜຶ່ງການຄຸ້ມຄອງທີ່ສຳຄັນຄັນຢ່າງຍິ່ງ ແມ່ນການຄຸ້ມຄອງຈາກການຄ້າມະນຸດ ການຂາຍ ແລະ ການລັກພາຕົວເດັກ ການລ່ວງລະເມີດທາງເພດ ແລະ ການສະແຫວງຫາຜົນປະໂຫຍດກັບເດັກໃນຮູບແບບ ໂດຍລັດຖະບານຕ້ອງມີໜ້າທີ່ຟື້ນຟູທາງຮ່າງກາຍ ແລະ ຈິດໃຈໄດ້ກັບຄືນສູ່ສັງຄົມຢ່າງມີສັກສີອີກດ້ວຍ”
.
ອານຸສັນຍາວ່າດ້ວຍສິດທິເດັກ ເປັນຂໍ້ຕົກລົງລະຫວ່າງປະເທດທີ່ຖືກຮັບຮອງຫຼາຍທີ່ສຸດໃນໂລກ ແລະ ປະເທດລາວເອງກໍເປັນໜຶ່ງໃນນັ້ນ, ແຕ່ເຫັນໄດ້ວ່າ ຄົນລາວສ່ວນໃຫຍ່ ຍັງບໍ່ເຂົ້າໃຈສິດທິຂອງເດັກຢ່າງແທ້ຈິງ ລັດຖະບານທີ່ອ່ອນແອ ເຮັດໃຫ້ເກີດຊ່ອງຫວ່າງທາງກົດໝາຍ ເຮັດໃຫ້ເກີດການສວາຍໃຊ້ຜົນປະໂຫຍດຈາກເດັກ.

WeAreManushyan

∞ ມະນຸດເທົ່າທຽມກັນ ∞ Equal Human Beings

WhatsHappeningInLaos

ຖ້າການເມືອງລາວດີ