“ສິດທິທາງການເມືອງ ແລະ ສິດທິເສຣີພາບຂອງພົລະເມືອງ ສປປລາວຈັດຢູ່ໃນສະຖານະ Not Free ຫຼື ບໍ່ມີເສຣີພາບ ໂດຍສິດທິທາງການເມືອງໄດ້ ໒ ຄະແນນຈາກຈຳນວນທັງໝົດ ໔໐ຄະແນນ ແລະ ເສຣີພາບຂອງພົລະເມືອງໄດ້ ໑໑ ຄະແນນ ຈາກຈຳນວນ ໖໐ຄະແນນ ລວມແລ້ວ ສປປ ລາວ ໄດ້ພຽງແຄ່ ໑໓ ຄະແນນ ຈາກ ໑໐໐ ຄະແນນເຕັມ..~ຂ່າວຈາກມຸນິທິມະນຸດສະຍະ~Manushya Foundation

https://www.facebook.com/100066378376617/posts/pfbid033wuM9Q21yadxmxcweUz77j6ky4QRW23LADwPnTMfRNJaHZCcCuSuiiGZWyqLQkvgl/

ຕາມລາຍງານອົງການເສລີພາບ ຫຼື Freedom House ໄດ້ລາຍງານກ່ຽວກັບສິດທິທາງການເມືອງ ແລະ ສິດທິເສລີພາບຂອງພົນລະເມືອງ ລາວຈັດຢູ່ໃນສະຖານະ Not Free ຫຼື ບໍ່ມີເສລີພາບ ໂດຍສິດທິທາງການເມືອງໄດ້ 2 ຄະແນນຈາກຈຳນວນທັງໝົດ 40 ຄະແນນ ແລະ ເສລີພາບຂອງພົນລະເມືອງໄດ້ 11 ຄະແນນຈາກຈຳນວນ 60 ຄະແນນ ລວມແລ້ວ ສປປ ລາວ ໄດ້ພຽງແຄ່ 13 ຄະແນນຈາກ 100 ຄະແນນເຕັມ(ເປັນການສຶກສາປະຈຳປີ 2024 ຢ່າງບໍ່ເປັນທາງການ). 

ລາວເປັນປະເທດທີ່ມີການປົກຄອງໂດຍພັກການເມືອງດຽວ ເຊິ່ງແມ່ນພັກປະຊາຊົນປະຕິວັດລາວ(LPRP) ທີ່ມີອຳນາດໃນທຸກໆດ້ານໃນການກົດນົດທິດທາງຂອງປະເທດ ແລະ ຈຳກັດເສລິພາບຂອງປະຊາຊົນຢ່າງຮຸນແຮງ. ເຖິງຈະຮູ້ກັນດີວ່າປະເທດລາວປົກຄອງໂດຍຜະເດັດການຄອມມິວນິສຕ໌ ແຕ່ສິ່ງທີ່ລັດຖະບານລາວໂຄສະນາກັບເປັນການພະຍາຍາມບອກກັບປະຊາຊົນ ແລະ ທົ່ວໂລກວ່າປະເທດລາວມີສິດທິເສລີພາບທຸກໆດ້ານ ເຊິ່ງສວນທາງກັບຄວາມເປັນຈິງຢ່າງຊັດເຈນ. ບັນຫາເຫຼົ່ານີ້ລ້ວນແລ້ວສົ່ງຜົນກະທົບຕໍ່ການພັດທະນາປະຊາທິປະໄຕ ແລະ ສິດທິມະນຸດ. 

ອີງຕາມຂໍ້ມູນ RFA ທີ່ໄດ້ສຳພາດກັບປະຊາຊົນກ່ຽວກັບເສລີພາບໃນປະເທດລາວ ກັບພົບວ່າລັດຖະບານລາວຍັງຄົງສ້າງບົດລະຄອນຢ່າງຕໍ່ເນື່ອງ ທັງໃນເລື່ອງຂອງກົດໝາຍທີ່ຫລອກລວງປະຊາຊົນວ່າພົນລະເມືອງລາວມີເສລີພາບໃນການສະແດງອອກ, ປາກວເວົ້າ-ຂີດຂຽນ, ໂຮມຊຸມນຸມຈັດຕັ້ງສະມາຄົມ ແລະ ອື່ນໆທີ່ເໝືອນກັບວ່າປະຊາຊົນມີສິດທິເສລີພາບຂອງຕົນຈິງໆ ເຊິ່ງສວນທາງກັບກົດໝາຍ ມາດຕາ 117 ທີ່ລະບຸວ່າຫາກບຸກຄົນໃດທີ່ໂຄສະນາໃສ່ຮ້າຍປ້າຍສີ ສປປ ລາວ, ບິດເບືອນແນວທາງຂອງພັກ ແລະ ນະໂຍບາຍຂອງລັດ ແລະ ອື່ນໆ ຈະຖືກລົງໂທດ ແລະ ຕັດອິດສະຫຼະພາບ ແຕ່1-5ປີ ແລະ ຈະຖືກປັບໄໝຕັ້ງແຕ່ຫ້າລ້ານກີບຫາຊາວລ້ານກີບ ເຊິ່ງແນ່ນອນວ່າມາດຕານີ້ເປັນການສ້າງຂື່ນມາເພື່ອປົກປ້ອງລັດຖະບານຈາກປະຊາຊົນ. 

ແມ້ແຕ່ເສລີພາບສື່ ການອອກຂ່າວກໍຕ້ອງບໍ່ມີການເຜີຍແຜ່ຂ່າວສານທີ່ມີເນື້ອຫາວິພາກວິຈານການບໍລິຫານຂອງລັດຖະບານ ແລະ ຂ່າວໃດທີ່ສ້າງຄວາມອັບອາຍໃຫ້ແກ່ລັດຖະບານກໍຈະຖືກສັ່ງໃຫ້ລົບທັນທີ່. ການແຊກແຊງເສລີພາບສື່ເປັນການປິດກັ້ນຂໍ້ມູນຂ່າວສານຂອງປະຊາຊົນເປັນວົງກວ້າງ ເນື່ອງຈາກຂ່າວສານທີ່ສື່ນຳສະເໜີອາດເຮັດໃຫ້ລັດຖະບານເສຍພາບລັກ ແລະ ອຳນາດຂອງລັດກໍຈະຫຼຸດລົງເລື້ອຍໆ. ເຖິງຈະເປັນແບບນັ້ນແຕ່ກໍຍັງມີເພຈ ແລະ ສື່ທີ່ບໍ່ໄດ້ຂື້ນຕົງກັບລັດຖະບານເພິ່ມຂື້ນຢູ່ເລື້ອຍໆ ເຮັດໃຫ້ລັດຖະບານເອງຕ້ອງອອກມາບັງຄັບໃຫ້ສື່ອິດສະຫຼະຕ້ອງຈົດທະບຽນນຳທາງການລາວ ເພື່ອຄວບຄຸມເນື້ອຫາຂອງສື່ເຫຼົ່ານັ້ນ ໂດຍອ້າງວ່າບໍ່ຢາກໃຫ້ປະຊາຊົນຮັບຂ່າວປອມ ແລະ ຂໍ້ມູນທີ່ບິດເບືອນທີ່ອາດສົ່ງຜົນກະທົບຕໍ່ຄວາມເຊື່ອໝັ່ນຂອງປະຊາຊົນທີ່ມີຕໍ່ລັດຖະບານ. 

ຢ່າງໃດກໍຕາມ ປະຊາຊົນເອງກໍບໍ່ສາມາດສະແດງຄວາມຄິດເຫັນໄດ້ຢ່າງເຕັມທີ່ ເນື່ອງຈາກເສລີພາບໃນການສະແດງອອກຂອງປະຊາຊົນກ່ຽວກັບການເມືອງຖືກຈຳກັດຕັ້ງແຕ່ ເກີດເລີຍກໍວ່າໄດ້ທັງການປູກຝັງຈາກຄອບຄົວທີ່ບອກວ່າການເມືອງເປັນເລື່ອງທີ່ເດັກນ້ອຍບໍ່ຄວນຫຍຸ້ງ ແລະ ບໍ່ຄວນກ່າວເຖິງເພາະອາດຕົກເປັນອັນຕະລາຍ ຫຼື ບໍ່ກໍສອນວ່າລັດຖະບານບໍລິຫານປະເທດທີ່ໄດ້ດີທີ່ສຸດແລ້ວ ແລະ ສະພາບແວດລ້ອມການຢູ່ແບບເພິ່ງພາຕົວເອງໂດຍບໍ່ຕ້ອງຮັບຮູ້ວ່າຕົວເອງມີສິດທິອັນໃດແດ່ ກ່າວອີກຢ່າງກໍຄື “ຢູ່ໃຫ້ເປັນ ຖ້າບໍ່ຢາກຖືກອຸ້ມ” ແຕ່ກໍຍັງມີປະຊາຊົນຈຳນວນບໍ່ໜ້ອຍທີ່ກ້າອອກມາສະແດງຄວາມຄິດກ່ຽວກັບການເມືອງ ແລະ ສິດທິທີ່ພວກເຂົາຄວນໄດ້ຮັບ ເຊິ່ງກໍບໍ່ວາຍຖືກທາງການຕິດຕາມຕົວ ແລະ ຖືກນຳຕົວມາສຶກສາອົບຮົມ ພ້ອມທັງດຳເນີນຄະດີຕາມກົດໝາຍ ທີ່ໜັກໄປກວ່ານັ້ນກໍຫາຍສາບສູນໄປເລີຍ. 

ລັດຖະບານຕ້ອງຢຸດຄຸກຄາມສິດທິທາງການເມືອງ ແລະ ເສລີພາບຂອງພົນລະເມືອງ ເພາະມັນເປັນພື້ນຖານທີ່ມະນຸດທຸກຄົນຄວນໄດ້ຮັບໂດຍບໍ່ມີຂໍ້ແມ້ໃດໆ ການເມືອງບໍ່ແມ່ນເລື່ອງໄກຕົວ ເປັນເລື່ອງທີ່ທຸກຄົນສາມາດຂີດຂຽນເວົ້າໄດ້ ໂດຍບໍ່ຕ້ອງຢ້ານກົວວ່າຈະຖືກກັ້ນແກງຈາກເຈົ້າຫນ້າທີ່ຂອງລັດ. ສະນັ້ນ ການທີ່ປະເທດລາວເປັນປະທານອາຊຽນ ທີ່ກ່າວວ່າຈະເອົາໃຈໃສ່ສົ່ງເສີມ ແລະ ປົກປ້ອງສິດທິມະນຸດນັ້ນ ຫາກວ່າລັດຖະບານລາວຈະແກ້ໄຂບັນຫາເຫຼົ່ານີ້ຈິງໆ ຕ້ອງເປີດໃຈຮັບຟັງສຽງຂອງປະຊາຊົນ ແລະ ປ່ອຍໃຫ້ນັກຂ່າວມີອິດສະຫຼະທີ່ຈະນຳສະເໜີຂ່າວ ພ້ອມທັງໃຫ້ນັກຂ່າວຕ່າງປະເທດເຂົ້າໄປເກັບກຳຂ່າວຢູ່ລາວໄດ້ຢ່າງເສລີ ໂດຍທີ່ບໍ່ມີການຕິດຕາມຈາກເຈົ້າຫນ້າທີ່ ແລະ ຂົ່ມຂູ່ພວກເຂົາ. 

ຂອບໃຈຮູບພາບຈາກ มหาวิทยาลัย VARASARN PRESS

#WeAreManushyan ♾ ມະນຸດເທົ່າທຽມກັນ

#WhatsHappeningInLaos 

#ຖ້າການເມືອງລາວດີ #ສຽງຂອງພວກເຮົາ #ລຖບຫຄ