
ເພື່ອ ກັນລືມ ພາສາລາວ
ເຕົ່າ ແລະ ກະຕ່າຍ .
ຍັງມີ ສອງສະຫາຍເພື່ອນ ກະຕ່າຍ ເຕົ່າ ຕົວສັດ
ນັດ ມາ ພະນັນກັນ ແລ່ນໄວ ພະລັນຈ້າວ
ຕົວ ກະຕ່າຍເຕື່ອນເຕັ້ນ ສະຫາວ ຄວາມເວົ້າກ່າວ
ຍາວ ຊົ່ວໃນຣະຍະນີ້ ບໍ່ເຄີຍ ຢ້ານຢ່ອນກົວ.
ສ່ວນ ຕົວເຕົ່າ ກໍເຕື້ອງ ບົນບອກ ນຳສະຫາຍ
ແມ່ນຈະ ເກີນໄກຂານ ກໍບໍ່ຍອມ ຍັງເພື່ອນ .
ວັນເວລາ ລໍຖ້າ ກໍໝູນມາ ວຽນຮອດ
ເຕົ່າກໍເລີ້ມຕ່າວເຕື້ອງ ເດີນໜ້າ ຕໍ່ໄປ
ອາສັຍ ຄວາມໜັກແໜ້ນ ອົດພຽນ ຂຍັນແກ່ນ
ແມ່ນວ່າ ຂາ ຢ່າງບໍ່ກວ້າງ ແຕ່ ຈຳຕ້ອງ ຮີບພະລັນ
ກະຕ່າຍ ບໍ່ສົນໃຈ ດ່ວນດັ້ນ ນອນນັ່ງ ຟັງເພງ ຢູ່ເສີຍເມີຍ
ຟັງ ສຽງລົມໂຊຍພັດ ງ່າບົນ ໃບໄມ້
ນອນ ຟັງສຽງສັດຮ້ອງ ຄະນອງເນືອງ ໃນປ່າ
ມີທັງ ຈິບຈາບຈູ້ ຈາແຈ້ງ ສົ່ງສຽງ
ບໍ່ສົນໃຈ ອ່າວເອື້ອງ ນອນຫລີ້ນ ຢູ່ເສີຍ .
ເລີຍ ຫລຽວເຫັນ ສັດນ້ອຍ ລີເລືອໄປ ເກືອບຮອດບ່ອນ
ຫລ່ອນ ກໍວິ້ງແລ່ນເຕັ້ນ ໄວ ຟ້າວ ດ່ວນເຣວ
ເໝືອນ ຄວາມໄວຂອງລູກໜ້າ ທະນູທອງ ຍິງໃສ່
ແຕ່ເສັຽໃຈ ໄດ້ລະຊ້າ ຍ້ອນສັດນ້ອຍ ຮອດກ່ອນໂຕ
ຈຶ່ງໄດ້ ໂຮເຮຮ້ອງ ຍອມເສັຽຊັຍ ໃຫ້ຕົວເຕົ່າ
ເລີຍ ເອົາຕົວແຈ່ມເຈົ້າ ໜີພົ້ນ ເພາະເພິ່ນອາຍ ແລ້ວນາ .
ຄະຕິ : ນິທານ ສອງສະຫາຍເພື່ອນ ເຕືອນໃຈ ໃຫ້ຜູ້ອ່ານ
ປະມາໂທ ມັດຈຸໂນ ປັດທັງ
ຄວາມປມາດ ເປັນທາງ ແຫ່ງຄວາມຕາຍ
ຄຳພາສິດ ກ່າວໄວ້ ເຕືອນໃຈເຮົາ ທຸກເທື່ອ
ເມື່ອຢາກໄວ ຕ້ອງໃຫ້ຄານ ຄັນຢາກນານ ຕ້ອງໃຫ້ແລ່ນ
ຄັນ ຜູ້ເພິ່ນເວົ້າແມ່ນ ຈະບໍ່ເຖິງ ສາມຄຳ.
ເປັນຄຳສອນ ສະຖິດໄວ້ ເຕືອນຈິດໃຈ ເຮົາທຸກເມື່ອ
ຄັນ ບໍ່ຄິດກໍ່ເກື້ອ ຜົນສະທ້ອນ ຊິຕ່າວມາ ເຈົ້າເອີຍ ./.