“ພາສາບອກຊາດ~ມາຣະຍາດບອກຕະກູນ”~ຈິຕ ໄຊຍະຄົມ

ພາສາບອກຊາດ-ມາຣະຍາດບອກຕະກູນ

ບົດຂຽນຂ້ອຍ ຖ້ອຍຮຽງຮ້ອຍກອຍເປັນຣົສ
ບັນທຶກບົດ ຈົດອັກສອນເປັນກອນຂານ
ບົດຂຽນເຖິງ ຄົນຮູ້ນຫລັງຫວັງເປັນທານ
ສຸກສໍາຣານ ບານເບີກໄດ້ໃນຄໍາກອນ

ປະສົບຜົນ ມົງຄົນນັ້ນບັນດົນເກີດ
ບໍ່ໄດ້ເລີດ ເກີນຄໍາຄູຜູ່ສິດສອນ
ຈົດຈໍາແລ້ວ ແນວຂໍ້ຄິດປະດິດກອນ
ພ້ອມໄຫວ້ວອນ ກ່ອນຈະຂຽນບົດຮຽນມາ

ຖ້ອຍຄໍາຈາ ຮ້ອຍພາສາລາວເປັນກຽຕ
ຢ່າງຣະອຽດ ກ່ອນເອົາລົງສູ່ສາຍຕາ
ກະວີຮ້ອຍ ສ້ອຍສິນຕິດ “ຈິນຕະນາ”
ຕາມພາສາ ຕາມຄໍາສອນ “ສັງສິນໄຊ”

ໃນແຜ່ນດິນ ຖິ່ນດາວລາວ “ຊື່ລ້ານຊ້າງ”
ຄໍາປູ່ປາງ ຈານໄວ້ໃນ “ສັງສິນໄຊ”
ກະວີເອກ ນະຄອນສີຣັຕະນະໄຕຣ
ສອນເຮົາໄວ້ ໃຫ້ຮັກສາຕໍາຣາສິນ

ຢ່າໄດ້ປີ້ນ ຢ່າຄຶດປິ່ນແປງເປັນອື່ນ
ໃນພາກພື້ນ ຜືນທໍຣະນີກະວີສິນ
ຄົນລຸ້ນຫລັງ ໃຫ້ຮັກສາຢ່າໃຫ້ສິ້ນ
ຖານຖິ່ນນີ້ ທີ່ປູ່ປາງຮ່າງຄໍາກອນ

ເກົ່າກ່ອນມາ ໃຫ້ຮັກສາຖ້າຮັບຮູ້
ຕໍາຣາປູ່ ຕູ້ປາງຄໍານໍາມາສອນ
ຄົນລຸ້ນຫລັງ ຫວັງເບິ່ງແຍງແພງເອົາຖ້ອນ
ກ່ອນຈະເວົ້າ ເຂົາທໍາລາຍ”ພາສາຊາດ”

໑໒ ມັງກອນ ໒໐໒໔
ຈິຕ ໄຊຍະຄົມ