“ພອນປີໃໝ່ສາກົນ 2024”~ຈາກໜູທອງ ວົງຄຳຫຼ້າ

(ພອນປີໃໝ່ ສາກົນ 2024 )

   ປີ ເກົ່າ ລັບເລື່ອນຍ້າຍ      ກາຍເລີກ ລາໜີ
   ປີ ໃໝ່ ມີມາແທນ           ທຽບທຽມ ຊົມໃຊ້
  ເຖິງ ຊາວລາວ ຢູ່ໃກ້           ຫລືໄກ ທະວິບອື່ນ  ກໍດີ
   ຂໍ ໃຫ້ສຸກສືບສ້າງ            ຜອງເທົ້າ ຊົ່ວ ການ .

   ຂໍສົ່ງພອນ ກ່າວເວົ້າ         ໃຫ້ເຖິງທົ່ວ ຄົນລາວ
  ຂໍ ໃຫ້ມີ ແສງສີ                 ສວ່າງໃສ ເໝືອນແກ້ວ
  ແນວດີ ຫຍັບມາໃກ້          ແນວຈັງໄຮ ໃຫ້ເຫີນຫ່າງ
  ຍູທ່າງ ສຸກຊື່ນຊ້ອຍ         ມະໂນແມ້ງ ມ່ວນໃຈ . 

 ໂຣກ ທີ່ຍັງ ຕິດຄ້າງ           ໃຫ້ຫຼິກ ຫ່າງໄກໜີ
  ທຸກໂຣກພັຍ ທີ່ມີ             ຢ່າໄດ້ ເວີນມາໃກ້
  ໃຫ້ ຊາວລາວເຮົາໄດ້         ສຸກຣຶທັຍ ທຸກເມື່ອ
  ສຸກທີ່ມີຢູ່ແລ້ວ               ທະວີຂື້ນ ກົ່ວເດີມ  ພູ້ນເຢີ .

  ກັມດີ ໃຫ້ລາວໄດ້            ສົມດັ່ງ ໃຈປະສົງ  ແທ້ເນີ
  ເປັນປີ ພົງພັນລາວ         ກ່າວດີ ບໍ່ມີຮ້າຍ
 ຢ່າໃຫ້ລາວ ໝາຍ ຂ້າ          ຮາວີ ຄືຄາວກ່ອນ

ຂໍອວຍພອນ ຍາດພີ່ນ້ອງ ໃຫ້ຫາຍເສົ້າ ຕລອດປີ ທ່ານເອີຍ ./.
31/12/2023