“ ຊົ່ວໂມງຂອງສັນຕິພາບສາກົນ ຫຼື Universal Hour of Peace ”

ໃນເວລາ 23:30-00:30 ຂອງວັນທີ 31 ທັນວາ ເຖິງວັນທີ 1 ມັງກອນ ເອີ້ນວ່າ ຊົ່ວໂມງຂອງສັນຕິພາບສາກົນ ຫຼື Universal Hour of Peace ເປັນວັນສົ່ງເສີມໃຫ້ມີກິດຈະກຳທີ່ສະຫງົບສຸກໃນຊ່ວງເວລາປະກອບພິທີ ແລະ ສະເຫຼີມສະຫຼອງຕ່າງໆ.

ອົງກອນຕ່າງໆທົ່ວໂລກຈະຈັດກິດຈະກຳເພື່ອສະໜັບສະໜຸນຊົ່ວໂມງສັນຕິພາບ ລວມເຖິງການສວດມົນ, ຫຼິ້ນດົນຕີ, ກ່າວບົດກະວີ ຫຼື ສຸນທອນພົດ. ແຕ່ໂດຍລວມແມ່ນເພຶ່ອສ້າງຄວາມສຳພັນກັບຊຸມຊົນ ແລະ ລັດຕ່າງໆ. ປັດຈຸບັນຫຼາຍປະເທດລົງທຶນໃນການພັດທະນາອາວຸດທີ່ຊັບຊ້ອນ ແລະ ອັນຕະລາຍຕໍ່ຊີວິດ, ເຊິ່ງອາວຸດເຫຼົ່ານັ້ນ ສາມາດທຳລາຍເມືອງທັງເມືອງໄດ້ໃນພິບຕາດຽວUniversal Hour of Peace ຈຶ່ງເປັນການພະຍາຍາມໂນ້ມນ້າວຜູ້ຄົນທົ່ວໂລກໃຫ້ເຫັນວ່າ “ສັນຕິພາບ” ນັ້ນມີຄວາມຍືນຍົງ ແລະ ລາຄາທີ່ຖືກວ່າ “ຄວາມຮຸນແຮງ”

ດຣ. Barbara O’Guinn Condron ຈາກ School of Metaphysics ໄດ້ສະເໜີແນວຄິດ Universal Hour of Peace ໂດຍຮຽກຮ້ອງໃຫ້ຜູ້ນຳໃນໜ່ວຍງານລັດ, ໜ່ວຍງານການສຶກສາ ແລະ ທຸລະກິດຕ່າງໆ ປະກາດຊົ່ວໂມງແຫ່ງຄວາມຄິດ ແລະ ການກະທຳຢ່າງສັນຕິ, ເຮັດໃຫ້ມື້ນີ້ໄດ້ກາຍເປັນວັນສະເຫຼີມສະຫຼອງສັນຕິພາບ ຄວາມອົດທົນ ແລະ ການຮ່ວມມືລະດັບນານາຊາດ.

ໃນປັດຈຸບັນ ແນວຄິດເລື່ອງສັນຕິພາບທີ່ສາມາດຈັດການໄດ້ດ້ວຍຕົນເອງໄດ້ຮັບຄວາມນິຍົມຢ່າງແຜ່ຫຼາຍ ໃນປະເທດ ແລະ ຊຸມຊົນທີ່ມີຄວາມເປັນປະຊາທິປະໄຕ ສັງເກດໄດ້ຈາກ “ການຍອມຮັບໃນຄວາມແຕກຕ່າງ ແລະ ຄວາມຫຼາກຫຼາຍ” ທຸກຄົນຄວນໄດ້ຮັບການປະຕິບັດຢ່າງເທົ່າທຽມ ໂດຍບໍ່ມີການແບ່ງແຍກຈາກວັດທະນະທຳ, ສາສະໜາ, ອາຍຸ ຫຼື ເຊື້ອຊາດ. 

#WeAreManushyan ♾ ມະນຸດເທົ່າທຽມກັນ