“ບັນທັດຖານທາງສັງຄົມ ສົ່ງຜົນກະທົບຕໍ່ຄວາມເທົ່າທຽມທາງເພດໃນລາວ”~ຂ່າວຈາກມຸນິທິມະນຸດສະຍະ~Manushya Foundation

ປະເທດລາວເປັນປະເທດໜຶ່ງທີ່ມີຄວາມຫຼາກຫຼາຍທາງຊົນເຜົ່າ ຈຶ່ງເກີດມີຫຼາຍຄວາມເຊື່ອຫຼາຍປະເພນີທີ່ນັບຖືກັນມາຍາວນານ ແລະ ບັນທັດຖານທາງວັດທະນະທຳກໍແຕກຕ່າງກັນໄປຕາມພູມມີພາກ ແລະ ຊຸມຊົນ ເຮັດໃຫ້ຫຼາຍໆຢ່າງເກີດມີຄວາມບໍ່ເທົ່າທຽມກັນມາແຕ່ດົນນານ. 

ປະເທດລາວຍຶດໝັ້ນໃນບົດບາດທາງເພດໂດຍມີຄວາມຄາດຫວັງຕໍ່ຜູ້ຊາຍ ແລະ ຜູ້ຍິງທີ່ຖືກກຳນົດໂດຍສັງຄົມເຊັ່ນ: ຜູ້ຍິງຕ້ອງກ່ຽວຂ້ອງກັບຄວາມຮັບຜິດຊອບໃນບ້ານເຮືອນ ໃນຂະນະທີ່ຜູ້ຊາຍຖືກຄາດຫວັງໃຫ້ຮັບບົດບາດນອກບ້ານ ບໍ່ວ່າຈະເປັນການກະສິກຳ ຫຼື ການຫາລ້ຽງຄອບຄົວ. ຄວາມລຶ້ງເຄີຍທີ່ປະຕິບັດກັນມາດົນ ເຮັດໃຫ້ເກີດຄວາມບໍ່ເທົ່າທຽມຈົນຮອດປັດຈຸບັນ ຈຶ່ງເຮັດໃຫ້ຜູ້ທີ່ຖືກຜົນກະທົບສ່ວນໃຫຍ່ຈະເປັນຜູ້ຍິງດັ່ງນີ້: 

1. ໂອກາດໃນການສຶກສາ ແລະ ການຈ້າງງານ ເຖິງວ່າຈະມີຄວາມກ້າວໜ້າ ແຕ່ກໍຍັງມີຄວາມແຕກຕ່າງງໃນດ້ານການສຶກສາ ແລະ ໂອກາດການຈ້າງງານລະຫວ່າງເພດ. ບັນທັດຖານແບບເກົ່າອາດຈະເກີດກັນເດັກຍິງຈາກການໃຝ່ຫາສຶກສາລະດັບທີ່ສູງຂຶ້ນ ຫຼື ຫາເສັ້ນທາງອາຊີບທີ່ສະເພາະເຈາະຈົງ ເຊິ່ງເປັນການຈຳກັດການເຂົ້າເຖິງໂອກາດທາງເສດຖະກິດຂອງຜູ້ຍິງ.

2. ການສ້າງຄອບຄົວ ຄວາມຄາດຫວັງທາງວັດທະນະທຳກ່ຽວກັບໂຄງສ້າງຄອບຄົວ ສາມາດມີອິດທິພົນຕໍ່ບົດບາດທາງເພດໄດ້ ອາດມີແຮງກົດດັນໃຫ້ຜູ້ຍິງຈັດລຳດັບຄວາມສຳຄັນຂອງຄວາມຮັບຜິດຊອບຕໍ່ຄອບຄົວ ຫຼາຍກວ່າອາຊີບ ຫຼື ຄວາມຝັນຂອງຕົວເອງ. ຍົກຕົວຢ່າງ: ຢູ່ຊົນນະບົດຈະໃຫ້ລູກສາວແຕ່ງງານແຕ່ຍັງນ້ອຍ, ຮີບມີລູກໄວ ຈຶ່ງໃຫຍ່ທັນໃຊ້, ໝູ່ແຕ່ງງານໝົດແລ້ວຕົວເອງກໍຕ້ອງແຕ່ງ ຫຼື ອາຍຸ 30 ເຖົ້າໂພດທີ່ຈະແຕ່ງງານ… ບັນທັດຖານພວກນີ້ອາດສົ່ງຜົນໃຫ້ຜູ້ຍິງຈຳກັດໂອກາດທາງການສຶກສາ ແລະ ອາຊີບຂອງພວກເຂົາ.

3. ການເຂົ້າເຖິງຊັບພະຍາກອນ ບັນທັດຖານທາງວັດທະນະທຳອາດສົ່ງຜົນກະທົບຕໍ່ການເຂົ້າເຖິງຊັບພະຍາກອນເຂອງຜູ້ຍິງເຊັ່ນ: ການຖືຄອງທີ່ດິນ, ມໍລະດົກ ແລະ ການຄວບຄຸມທາງດ້ານດານເງິນ. ບາງງກໍລະນີ ປະເພນີແບບເກົ່າກໍເປັນປະໂຫຍດຕໍ່ທາຍາດຜູ້ຊາຍ ຕົວຢ່າງ: ທາຍາດຊາຍຕ້ອງເປັນຜູ້ຮັບມໍລະດົກ ຫຼື ສະຖານທີ່ນີ້ມີຄວາມເຊື່ອວ່າຜູ້ຍິງຢູ່ບໍ່ໄດ້…  ເຊິ່ງສົ່ງຜົນກະທົບຕໍ່ຄວາມເປັນອິດສະຫຼະທາງເສດຖະກິດຂອງຜູ້ຍິງ.

4. ຄວາມຄາດຫວັງ ແລະ ການຕີຕາທາງສັງຄົມ ຄວາມຄາດຫວັງທາງສັງຄົມສາມາດສ້າງແຮງກົດດັນໃຫ້ບຸກຄົນຕ້ອງປະຕິບັດຕາມບັນທັດຖານທາງເພດແບບເກົ່າ ແລະ ຜູ້ທີ່ທ້າທາຍບັນທັດຖານເຫຼົ່ານັ້ນ ອາດຈະຕ້ອງພົບກັບການຕີຕາທາງສັງຄົມ, ສິ່ງເຫຼົ່ານີ້ ອາດຈະສົ່ງຜົນກະທົບຕໍ່ຜູ້ຍິງທີ່ສະແຫວງຫາບົດບາດທີ່ແຕກຕ່າງຈາກແຕ່ກ່ອນ ເຊັ່ນ: ບົດບາດການເປັນຜູ້ນຳ…

5. ບົດບາດທາງການເມືອງ ບັນທັດຖານທາງວັດທະນະທຳ ອາດຈະມີອິດທິພົນຕໍ່ການມີສ່ວນຮ່ວມຂອງເພດຍິງໃນການເມືອງ, ມຸມມອງແບບເກົ່າກ່ຽວກັບການເປັນຜູ້ນຳ ແລະ ອຳນາດຊາຍເປັນໃຫຍ່-ເປັນຫົວໜ້າ ອາດຍັງສົ່ງຜົນກະທົບຕໍ່ການເປັນຕົວແທນຂອງເພດຍິງໃນແວດວົງການເມືອງ.

ເຖິງແມ່ນວ່າາບັນທັດຖານທາງວັດທະນະທຳ ແລະ ສັງຄົມ ຈະເປັນຄວາມທ້າທາຍຢ່າງໃຫຍ່ຫຼວງຕໍ່ຄວາມເທົ່າທຽມທາງເພດໃນລາວ ແຕ່ຜູ້ຍິງລາວຫຼາຍຄົນກໍມີຄວາມພະຍາມຢ່າງຕໍ່ເນື່ອງທີ່ຈະປ່ຽນແປງບັນທັດຖານເຫຼົ່ານີ້. ອົງກອນພັດທະນາເອກະຊົນ ແລະ ຂະບວນການລະດັບພາກພື້ນເພື່ອສົ່ງເສີມຄວາມເທົ່າທຽມທາງເພດກໍກຳລັງເຮັດວຽກຢ່າງໜັກ ເພື່ອການປ່ຽນແປງບັດທັດຖານແບບເກົ່າໄປເທື່ອລະກ້າວ.

WeAreManushyan ♾ ມະນຸດເທົ່າທຽມກັນ

WhatsHappeningInLaos