ຟັງດ້ວຍຫູ ດູດ້ວຍຕາ
ໃຫ້ພິຈາຣະນາດ້ວຍໃຈ(ຈາກສຽວສະຫວາດ)
ທ່ານຈົ່ງຟັງຖີ່ຖ້ວນ ຂະບວນແຫ່ງຄວາມຈິງ
ເອົາໜ່ວຍຕາຕອງຫຼິງ ລໍ່າແລຮຽນຮູ້
ເອົາປັນຍາແຍງເບື້ອງ ເຍືອງເຖິງຖາມໄຖ່
ພິບໄຫວໄວສ່ອງສິ້ງ ຄະນິງຮູ້ໄຕ່ຕອງ ເອົາເນີ
ການທີ່ຟັງບໍ່ແຈ້ງ ແສງສ່ອງສາຍຕາ ບໍ່ເຫັນ
ໃຈເປັນເວນວົນອຸກ ອັ່ງອົມອາຍເອົ້າ
ເອົາອາຣົມງົມມົ້ວ ມົວເມົາບໍ່ເປັນປ່ອງ
ສະດ່ອງໄປບໍ່ຖືກໝ້ອງ ຊິໝອງໄໝ້ເມື່ອລຸນ
ຮຸ່ງອາຣຸນລິເລີ້ມ ເລີຍເລົ່າມາເຖິງ
ແສງຕາເວັນແຍງແສງ ສ່ອງໃຈເຂົາເຈົ້າ
ເຂົາມາເຫັນວັນນີ້ ຄວາມຈິງແຈ້ງຈ່າງປ່າງ
ທາງທີ່ເດີນຊ່າງເສົ້າ ເພາະໝູ່ເຈົ້າເຊື່ອເຂົາ ນັ້ນແລ
ສາຣິກາປາກເວົ້າ ຮຽນຕໍ່ຕາມຄໍາສອນ
ສອນໃຫ້ຟັງເປັນຄວາມ ແຕ່ລະວັນຫັນລີ້ນ
ສາຣິກາຖແລງຫຼິ້ນ ຍິນດີເພາະຖືກບົ່ມ
ສົມວ່າ..
ຄວາມຄິດສັ້ນຂໍ້ຫລໍ້ ຍັງຍໍຍ້ອງວ່າດີ ນັ້ນນາ
໐໘ ທັນວາ ໒໐໒໓
ຈິຕ ໄຊຍະຄົມ
