
ວັນທີ 25 ພະຈິກກົງກັບວັນຍຸຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງສາກົນ ຫຼື International Day for the Elimination of Violence against Women ເພື່ອປູກຈິດສຳນຶກເຖິງຄວາມຮຸນແຮງທີ່ເກີດຂຶ້ນກັບຜູ້ຍິງທີ່ແຜ່ຫຼາຍໃນໂລກ ແລະ ລຸກຂຶ້ນຕໍ່ສູ້ເພື່ອຜູ້ຍິງທີ່ຕົກເປັນເຫຍື່ອຂອງຄວາມຮຸນແຮງ.
ໃນວັນທີ 20 ທັນວາ ປີ 1993 ສະມັດຊາໃຫຍ່ແຫ່ງອົງການສະຫະປະຊາຊາດ (United Nations General Assembly) ໄດ້ຖະແຫຼງການວ່າດ້ວຍການກຳຈັດຄວາມຮຸນແຮງຕໍ່ແມ່ຍິງ (Declaration on the Elimination of Violence against Women – DEVAW)ຕາມຂໍ້ມະຕິທີ 48/104 ແລະ ຕໍ່ມາໃນວັນທີ 7 ກຸມພາ ປີ 2000 ສະມັດຊາໃຫຍ່ແຫ່ງອົງການສະຫະປະຊາຊາດ ໄດ້ຮັບຮອງຂໍ້ມະຕິທີ 54/134 ໃຫ້ວັນທີ 25 ພະຈິກ ຂອງທຸກໆປີ ເປັນ “ວັນຍຸຕິຄວາມຮຸນແຮງຕໍ່ແມ່ຍິງສາກົນ” ເຊິ່ງໄດ້ນຳສະເໜີໂດຍສາທາລະນະລັດໂດມິນິກັນ.
ກ່ອນໜ້ານັ້ນ ໃນວັນດັ່ງກ່າວຂອງທຸກປີ ຜູ້ຄົນສ່ວນໜຶ່ງໃນປະເທດແຖບອາເມຣິກາລະຕິນ ແລະ ແຄຣິບບຽນ ໄດ້ໃຫ້ຄວາມສຳຄັນກັບວັນນີ້ຕັ້ງແຕ່ປີ 1981, ເຊິ່ງໃນຂະນະນັ້ນຍັງບໍ່ມີຊື່ເອີ້ນສາກົນ ແຕ່ເປັນການເຂົ້າໃຈກັນເອງວ່າ ເປັນວັນສະຈາກຄວາມຮຸນແຮງຕໍ່ແມ່ຍິງ ເພື່ອເປັນກຽດ ແລະ ລະນຶກເຖິງສາມເອື້ອຍນ້ອງຕະກູນມິຣາບັລ (Mirabal) ໄດ້ແກ່ Patria, Maria ແລະ Minerva ນັກເຄື່ອນໄຫວທາງການເມືອງຈາກສາທາລະນະໂດມິນິກັນ ທີ່ຖືກສັງຫານຢ່າງໂຫດຮ້າຍ ໃນປີ 1960 ຈາກຄຳສັ່ງຂອງຜູ້ນຳຜະເດັດການທະຫານ Rafael Leónidas Trujillo Molina ເຊິ່ງດຳລົງຕຳແໜ່ງປະທານາທິບໍດີແຫ່ງສາທາລະນະລັດໂດມິນິກັນ ໃນຕອນນັ້ນ.