“ນັກເຄື່ອນໄຫວຕໍ່ສູ້ເພື່ອອິສຣະພາບຊາວຮົງກົງ ຖືກສານຕັດສີນຈຳຄຸກອີກເທື່ອໃໝ່ ໑໐ປີ”~ຂ່າວຈາກອົງການນິຣະໂທດກັມສາກົນ~Amnesty International

Joshua Wong ນັກເຄື່ອນໄຫວຊາວຮົງກົງ ຖືກຕັດສິນລົງໂທດຈຳຄຸກ ໑໐ປີ ໃນຂໍ້ຫາ “ສົມຮູ້ຮ່ວມຄິດກັບກຳລັງຕ່າງຊາດ”.

ລາວເປັນນັກເຄື່ອນໄຫວພຽງຄົນດຽວເທົ່າທີ່ຮູ້ກັນວ່າ ຖືກຕັດສິນລົງໂທດເຖິງສອງຄັ້ງ ພາຍໃຕ້ກົດໝາຍຄວາມໝັ້ນຄົງແຫ່ງຊາດຂອງຮົງກົງ. ລາວຖືກຈຳຄຸກຕັ້ງແຕ່ອາຍຸ ໒໔ປີ ແລະ ຄາດວ່າຈະບໍ່ໄດ້ຮັບອິສຣະພາບຄືນ ຈົນກວ່າລາວຈະມີອາຍຸຄົບ ໔໐ປີ.

ຄວາມກ້າຫານຂອງ Joshua Wong ໃນການກ່າວຄວາມຈິງຕໍ່ຜູ້ມີອຳນາດນັ້ນຄວນໄດ້ຮັບການຍ້ອງຍໍ,ແຕ່ໃນຮົງກົງ ກັບກາຍເປັນວ່າສິ່ງນີ້ເຮັດໃຫ້ລາວກາຍເປັນອາຊະຍາກອນ.

ປະຊາຄົມໂລກບໍ່ຄວນຍອມຮັບການທີ່ການເຄື່ອນໄຫວທີ່ຖືກຕ້ອງຕາມສິດທິ ຖືກເຮັດໃຫ້ກາຍເປັນອາຊະຍາກັມຢ່າງຕໍ່ເນື່ອງ ຈົນກາຍເປັນເລື່ອງປົກກະຕິໃໝ່ໃນຮົງກົງ. ບັນດາຣັຖະບານຕ່າງໆ ຕ້ອງສືບຕໍ່ກົດດັນໃຫ້ມີການປົກປ້ອງສິດທິມະນຸດ ແລະ ປ່ອຍຕົວຜູ້ທີ່ຖືກຈຳຄຸກພຽງຍ້ອນວ່າ ພວກເຂົາໄດ້ໃຊ້ສິດທິຂອງຕົນເອງ~ຂ່າວຈາກອົງການນິຣະໂທດກັມສາກົນ~Amnesty International

https://m.facebook.com/story.php?story_fbid=pfbid06jeSv69aT5bp78zd4ms4gD4j6pwPG6pNAEkWRVTBQqU5VPj19wZowWAJFMPqPtbal&id=100044307960076