
ພາຍຫຼັງກອງປະຊຸມສຸດຍອດທີ່ເມືອງ Sotchi ໃນປີ ໒໐໑໙ ແລະ ທີ່ເມືອງ Saint Petersburg ໃນປີ ໒໐໒໓, ກອງປະຊຸມສຸດຍອດຣັດເຊັຍ-ອາຟຣິກາ ຄັ້ງທີ ໓ ໄດ້ເປີດຂຶ້ນໃນວັນພຸດ ທີ ໒໘ ຕຸລາ ທີ່ນະຄອນຫຼວງມົດສະກູ.
ໃນໄລຍະເວລາສອງມື້ນີ້, ຄາດວ່າຈະມີປະມຸກຣັດປະມານ ໒໐ທ່ານ ເຂົ້າຮ່ວມກັບ ທ່ານ ວລາດີເມຍ ປູຕິນ.
ວາຣະການປະຊຸມຣວມມີການຮ່ວມມືດ້ານການທະຫານ, ເສຖະກິດ ແລະ ວັດທະນະທັມ. ແນວໃດກໍຕາມ, ຍັງມີບັນຫາໜຶ່ງທີ່ຍັງບໍ່ທັນໄດ້ຮັບການແກ້ໄຂ, ນັ້ນຄືກໍຣະນີຂອງນັກຮົບຊາວອາຟຣິກາ ທີ່ຖືກເກນເຂົ້າໃນກອງທັບຣັດເຊັຍ — ເຊິ່ງບາງກໍຣະນີ ແມ່ນເກີດຂຶ້ນໂດຍການບັງຄັບ ຫຼື ໂດຍການຫຼອກລວງຜ່ານຂໍ້ສະເໜີວຽກງານທີ່ບໍ່ເປັນຄວາມຈິງ.
ອ່ານລາຍລະອຽດເພີ່ມເຕີມໄດ້ທີ່ນີ້ 🇷🇺➡️https://go.rfi.fr/UOd~ຂ່າວຈາກວິທະຍຸຝຣັ່ງສາກົນ
RFI~