











“ແມ່ນໃຜ ອົງໃດ?ໂຕການໃຫຍ່ ສັ່ງຮື້ຖອນ ທູງຊາຕລາວ ທູງຊ້າງສາມຫົວ ທີ່ວັດ ເວລຸວະນາຣາມ ??
ມີຄົນສົ່ງຂ່າວມາໃຫ້ຊາບ”ຫຼັງຈາກ”ຫົວເຮືອໃຫຍ່ຂອງຊາວລາວອົພຍົບ ພຣະອາຈານ ຈັນທີ ຈັນທະວັງໂສ ໄດ້ມໍຣະນະພາບໃນວັນທີ
6 ພຶດສພາ 2026 ,ໄດ້ມີການຕົບແຕ່ງ ແລະເອ້ວັດທາງດ້ານພາຍນອກ ຕຽມພິທີ”ໄຫວ້ອາລັຍ ແລະພິທີວາງເພີງສາຣິຣະສົງຂານຂອງ ” ສົມເດັຈພຣະຍອດແກ້ວ ພຣະອຸປາລີເມທີຈາຣຍ໌ ມະຫາຈັນທີ ຈັນທະວັງໂສ “ໃນວັນຈັນ ວັນທີ 18 ພຶສພາ 2026 .
ໄດ້ມາຕັກບາດທີ່ວັດເຮົາມື້ວັນພຸດແລ້ວ ເລີກມຸງຄຸນແດ່ຍາແມ່ແກ້ວ ປຣະວົງວຽງຄຳ ບຸນລືໄຕ ແລະຖືໂອກາດກາບໄຫວ້ສົມເດັດ ຈັນທີ ຈັນທະວັງໂສໄປອີກເທື່ອນື່ງ,ບາດຊີເມື່ອ ໄດ້ຖ່າຍຮູບລອບໆວັດ ປະກົດ ແຄມຮົ້ວທີຕີດກັບລານຈອດຣົດ “ປະກົດບໍ່ເຫັນທູງຊາຕຕ່າງໆທີເຄີຍຕີດຕັ້ງມາແຕ່ໃດໆ ຣວມທູງຊາຕລາວອົພຍົບ ລາວເສຣີ”ທີບໍ່ແມ່ນ”ທູງກາວົງເດືອນທູງພວກຜະເດັດການຄອມມຸນີສ” ຢາກຮູ້ວ່າແມ່ນ”ພະ ອົງໃດ ທີບັງອາດສັງຮືຖອນທູງເຫລົ່ານີ້ອອກ?ພວກເຮົາຕ້ອງສືບໃຫ້ຮູ້ວ່າ”ແມ່ນພຶຕິກັມຂອງໃຜ ອົງໃດ ຕ້ອງຖືກ”ລົງໂທດຢ່າງໜັກ .
ໄດ້ຮັບຂ່າວໃໝ່ວ່າ ມີ”ກັມະການວັດ ຄົນສຳຄັນຄົນນື່ງ ທີໄດ້ເດີນທາງໄປ”ຮ່ວມສຫຼອງ ວັນທີ 2 ທັນວາ 2025 ທີຜ່ານມາ ທີ່ສປປລາວ ເປັນຄົນສຸກງ່າໃດ ກີນງ່ານັ້ນ ເຫັນແຕ່ຜົນປະໂຍດສ່ວນຕົວເປັນໃຫຍ່ ເປັນຄົນທີ”ທໍຣະຍົດ ຫັກຫຼັງ ພວກເຮົາ”ລາວເສຣີ”ລາສອົພຍົບທົ່ວໂລກ”.ຄົງຈະແມ່ນ”ເພີ່ນ ໄປນຳເອົາແຜນການຂອງທາງພັກລັດ ມາປະຕິບັດ ສັ່ງຮື້ຖອນທູງຕ່າງໆນີ້ ຣວມທາງ”ທູງຊາຕລາວ ທູງຊ້າງສາມຫົວ”ນຳດ້ວຍ.ພວກເຮົາຕ້ອງເອົາຕົວການໃນການ”ຮື້ຖອນທູງຊາຕລາວໃນວັດຂອງພວກເຮົາ”ຝ່າຍລາວອົພຍົບເສຣີ ຄັ້ງນີ້”ໃຫ້ໄດ້ ຫຼືແມ່ນທະຫານຜ້າເຫຼືອງຈາກສູນກາງ”?
ຢ່າລືມໄປວ່າ”ກ່ອນຊີມາຮອດວາລະສຸດທ້າຍ ສົມເດັດ ພຣະອຸປາຣີເມທີຈານ ຈັນທີ ຈັນທະວັງໂສ (ສາທຸໃຫຍ່ຈັນທີ ຈັນທະວັງໂສ)”ໄດ້ເຄີຍຜ່ານຊິວີດອັນໂຊກຊົນມາແລ້ວ ຕອນທີອົພຍົບຈາກເມືອງໄທຍມາຮອດປາຣີດໃໝ່,ເລີ້ມຈາກ”0”ໃນການເປັນ”ພຣະອົພຍົບລາວໃນຕ່າງແດນ”ເລີ້ມຈາກໄດ້ເຊົ້າຫ້ອງນ້ອຍຫ້ອງນື່ງຢູ່ຄູ້ມ”ບາກແບດສ໌”ຄູ້ມອານະຖະທີ່ສຸດຂອງນະຄອນຫຼວງປາຣີດ ຄູ້ມທີມີ”ແຂກເໜືອ ແຂກຂາວ”ທີຊາວລາວອົພຍົບຮູ້ດີ ມີການຂີ້ລັກ ຂີ້ປຸ້ນຫຼາຍທີສຸດໃນຄູ້ມນັ້ນ ຕໍ່ມາທາງຊາວອົພຍົບທີອາສັຍເຮືອນຈັດສັນຂອງທາງການ”ຄູ້ມອັດເຊີແລມ ຂອງເມືອງ”ໂກແນດ”ໄດ້ນິມົນໃຫ້ພຣະອາຈານ”ໄປຈຳພັນສາທີນັ້ນ ຕໍ່ມາກໍຊອກສະຖານທີ່ໄດ້ເປັນເຮືອນສ່ວນຕົວ ຈື່ງໄດ້ມີການອອກທືນໄດ້ຊື້ເຮືອນຫຼັງນັ້ນ ຈື່ງໄດ້ວັດຫຼັງທຳອີດ ແລະພຣະຈານຈື່ງໄດ້ໃສ່ຊື່ວ່າ”ວັດເວລຸວະນາຣາມ”ຈື່ງກາຍມາເປັນວັດ”ເວລຸວະນາຣາມ 1 ຈົນເຖີງທຸກວັນນີ້.ໃນຊູມປີ ໒໐໐໐ ຈື່ງໄດ້ໄປຊື້ວັດໃໝ່ ຍາຍອອກຈາກ“ເວລຸ1”ໄປຈຳພັນສາຢູ່ວັດໃໜ່”ເວລຸ2”ທີ່ເມືອງ ຊາມີຢີ ເຂດ 77”ຈົນຮອດປີ2010 ໄດ້ດີນຈາກທາງບ້ານ”ບຸດຊີ ແຊງຊອກ ເຂດ77”ໄດ້ມອບໃຫ້ ແລະກໍກາຍເປັນ”ວັດເວລຸວະນາຣາມ3”ກໍຄືວັດໃນປະຈຸບັນ.
ພຣະອາຈານ ຈັນທີ ຈັນທະວັງໂສ ນັບວ່າ”ເປັນພຣະ ຂວັນໃຈຊາວລາວອົພຍົບ ອົງດຽວ”ເພີ່ນເຄີຍໄດ້ຖືກນິມົນ ໄປໃຫ້ທານ ໄປສລອງຂື້ນເຮືອນໃໝ່ ອາຈານເພີ່ນຕອບສນອງທຸກການນິມົນ ເຖີງຈະຢູ່ເໜືອກາງ ໄຕ້ສຸດ ດັ່ງທີ່ເມືອງທ່າເລ ຊາວລາວອົພຍົບທີ່ເມືອງ“
ມາກໄຊ ເມືອງກາກດານ”ພຣະອາຈານ ກໍເດີນທາງໄປຕາມຄຳນິມົນ.ພຣະອາຈານ ໄດ້ຖືກຫົດສົງໃຫ້ເປັນ”ສົມເດັດ ພຣະອຸປາລີ ເມທີຈານ “ຈາກທາງຣາຊວົງ ລ້ານຊ້າງຮົ່ມຂາວ ,ພຣະອາຈານ ໄດ້ລົງນາມໃນບຸນປະເພນີທາງສາສນາຂອງຊາວລາວສືບຕໍ່ມາຈາກກ່ອນຍືດອຳນາດໃນລາວ ແລະ”ໄດ້ສລອງບຸນກອງທັບແຫ່ງພຣະຮາຊອານາຈັກລາວ”ນຳທະຫານໆຂອງກອງທັບລາວ.ພຣະອາຈານ ໄດ້ອານຸຍາດໃຫ້ນຳ”ຮູບປັນ ເຈົ້າສຣີສວ່າງ ວັທນາ”ມາສຖີດໄວ້”ວັດເວລຸວະນາຣາມ3 ແລະ ໄດ້ລົງນາມໃນການທີຈະສລອງ ຮູບປັນ ພຣະບາດ ສົມເດັດ ສຣີສວ່າງ ວັທນາ ກະໃສ່ວັນທີ 9 ພຶສພາ ແລະ”ບຸນແຫ່ ແລຫົດສົງ ພຣະບາງ”ໃນວັນທີ 24 ພຶສພາ 2026 ແຕ່”ໄດ້ຖືກຍົກເລີກ ແລະເລື່ອນໄປໃສ່ມື້ໃໝ່”ຍ້ອນພຣະອາຈານ”ໄດ້ຈາກພວກເຮົາໄປຢ່າງກະທັນຫັນ.
“ວັດເວລຸວະນະຣາມ ແມ່ນວັດອົພຍົບ ວັດພຣະອາຈານຈັນທີ ສຸພັນທະວົງສ໌ ທຸງລາວຊ້າງສາມຫົວ ເປັນສັນຍາລັກຂອງວັດ
ຖ້າເອົາທຸງອອກຫຼືປ່ຽນທຸງແປວ່າ ທໍຣະຍົດ ສົມເດັດ ຈັນທີ ສຸພັນທະວົງສ໌ ແລະຄົນລາວອົພຍົບ.”
ວັດເວລຸວະນະຣາມ ແລະທຸກໆວັດລາວອົພຍົບ ທີ່ສົມເດັດ ຈັນທີ ສຸພັນທະວົງສ໌ ເປັນຄົນສ້າງແລະເຄີຍເປັນເຈົ້າອາວາດ ຄວນຈະຮັກສາ ທຸງລາວຊ້າງສາມຫົວໄວ້ “.
ວັດທີຫັກຫຼັງ ແລະຫລົບລູ ແນວຄິດຂອງ”ສົມເດັດພຣະອາຈານຈັນທີ ຈັນທະວັງໂສ”ມາແລ້ວ ມີ:
1.ພາກເໜືອ ວັດພຸທວິຫານ ເຈົ້າອາທິການວັດ ພະ ແສງອາລຸນ ໄດ້ເຊີນເອົາທູດລາວແດງຈາກທົ່ວຢູໂຣບ ແລະເຈົ້າອາທິການວັດ ກໍໄປສລອງວັນມະຫາອຸບາດຊາຕລາວ ໃນວັນທີ 2 ທັນວາ 2025 ແລະຕໍ່ນີ້ໄປ ພວກເຮົາຈະບໍ່ປ່ອຍໃຫ້ທູດລາວແດງ ໄດ້ມີໂອກາດໄປໂຄສະນາຊວນເຊື່ອໄດ້ອີກຕໍ່ໄປ.
2.ວັດ”ພຸທະມາສັກຄີ”: ໃນງານກອງຫົດຂອງເຈົ້າອາທິການວັດ”ພຸທສາມັກຄີ ທີ່”Bassens de Bordeaux”ພະບຸນເຮັງ ແສງພະຈັນ ໄດ້ເຊີນເອົາທູດລາວແດງໃຫ້ເຂົ້າຮ່ວມກອງຫົດ ຕັ້ງເອງ ຫົດເອງ ແລ້ວຢື້ນ”ໄມກໂຣໂພນ ໃຫ້ທູດລາວແດງ”ໄດ້ໂຄສນາຊວນເຊື່ອຣັດທິຜະເດັດການຄອມມຸນີດໄດ້ຢ່າງສບາຍ ໂດຍມີອາດີດເຈົ້ານາຍ ລູກຫຼານເຊື້ອກະສັດລາວ ລູກຫຼານອາດີດພະຍາ ໄດ້ໄປນັ່ງຊົມເຊີຍ”ທູດລາວແດງ ຄຳອີນ ຄິດຈາເດດ ໂຄສນາຊວນເຊື່ອ.ພວກເຮົາ ໄດ້ມີຮູບຂອງຈຳພວກລາວລີງ ແລະຄວາຍລາວແດງໄວ້ທຸກຄົນ ເປັນຕົ້ນນາມສກູນ:
1.ຣັດທິປັນຍາ 2.ສ.ຜາບມີໄຊ 3.ບູລົມ 4.ໄຊພາຣາດ 5.ສົມສະນີດ 6.ວິໄລເຫຼັກ 7.ນໍໄກຍາ … ດັ່ງນີ້ເປັນຕົ້ນ
ພວກເຮົາ”ລາວອິສຣະຍຸກໃໝ່໒໑” ຈະທວງຄວາມເປັນທັມກັບຄືນໃຫ້”ແດ່ສົມເດັດ ຈັນທີ ຈັນທະວັງໂສ”ບໍ່ໃຫ້”ທະຫານຜ້າເຫຼືອງ ຫຼື”ເສືອນອນກີນ” ພະສົ່ງນອກຈາກສູນກາງຂອງສປປລາວ” ໄດ້ຫລົບລູ ແລະຫັກຫຼັງ”ພຣະອາຈານຂອງພວກເຮົາໄດ້ອີກຕໍ່ ກັມ ຕ້ອງສນອງກັມ”.
“ ສົມເດັຈພຣະຍອດແກ້ວ ພຣະອຸປາລີເມທີຈາຣຍ໌ ມະຫາຈັນທີ ຈັນທະວັງໂສ ສຸພັນທະວົງ ເປັນຂວັນໃຈຊາວລາວອົພຍົບ ໃນຝຣັ່ງເສດ ແລະ”ທົ່ວໂລກ”ນີ້ຕະລອດກາລ.
ຂ່າວຈາກ”ລາວອິສຣະຍຸກໃໝ່໒໑”