
ຣັຖບານສປປລາວໂຕ້ UN ສັ່ງລົບເນື້ອໃນການລະເມີດສິດທິພົນລະເມືອງໃນບົດລາຍງານ ອ້າງຜູ້ລາຍງານພິເສດເຮັດເກີນໜ້າທີ່.
ລັດຖະບານລາວໄດ້ອອກເອກະສານຊີ້ແຈງໂຕ້ຄືນບົດລາຍງານຂອງອົງການສະຫະປະຊາຊາດ ໂດຍຮຽກຮ້ອງໃຫ້ມີການ “ລົບ” ເນື້ອໃນບາງສ່ວນໃນບົດລາຍງານລ່າສຸດຂອງຜູ້ລາຍງານພິເສດດ້ານສິດທິທາງວັດທະນະທຳ ໂດຍອ້າງວ່າເນື້ອໃນທີ່ລະບຸເຖິງປະເດັນທາງການເມືອງ ແລະ ສິດທິພົນລະເມືອງນັ້ນ ແມ່ນຢູ່ນອກເໜືອຂອບເຂດອຳນາດໜ້າທີ່ຂອງການກວດສອບດ້ານວັດທະນະທຳ.
ຈາກບົດລາຍງານຜົນການຢ້ຽມຢາມປະເທດລາວໃນປີ 2024
ຂອງ ທ່ານນາງ ອາເລັກຊານດຣາ ຊານທາກິ (Alexandra Xanthaki) ຜູ້ລາຍງານພິເສດດ້ານສິດທິທາງວັດທະນະທຳແຫ່ງສະຫະປະຊາຊາດ ເຊິ່ງໃນບົດລາຍງານໄດ້ມີເນື້ອໃນໃນຫຍໍ້ໜ້າທີ 33 ຫາ 37 ທີ່ວິພາກວິຈານເຖິງບັນຫາການຈຳກັດພື້ນທີ່ຂອງພາກປະຊາສັງຄົມ.
.ຜູ້ລາຍງານພິເສດຂອງ UN ໄດ້ຮຽກຮ້ອງໃຫ້ລັດຖະບານລາວດຳເນີນການແກ້ໄຂບັນຫາເລັ່ງດ່ວນ 3 ປະການ ຄື:
1. ການເຄົາລົບສິດໃນເສລີພາບທາງຄວາມຄິດ ແລະ ການສະແດງອອກ ຕາມມາດຕາ 19 ຂອງກະຕິກາລະຫວ່າງປະເທດວ່າດ້ວຍສິດທິພົນລະເມືອງ ແລະ ສິດທິທາງການເມືອງ (ICCPR).
2. ຄວາມກັງວົນຕໍ່ການຄວບຄຸມການລວມກຸ່ມ ແລະ ສະມາຄົມຕ່າງໆ (ຕາມມາດຕາ 22 ຂອງ ICCPR) ເຊິ່ງປະຈຸບັນມີສະມາຄົມທີ່ບໍ່ສະແຫວງຫາຜົນກຳໄລ (NPA) ຈົດທະບຽນໃນລາວພຽງແຕ່ປະມານ 250 ແຫ່ງ.
3. ການຢຸດຕິການຕອບໂຕ້ຜູ້ປົກປ້ອງສິດທິມະນຸດ ແລະ ການປາບປາມຂ້າມຊາດ ລວມທັງຮຽກຮ້ອງຄວາມຍຸຕິທຳໃນກໍລະນີການຫາຍຕົວໄປຂອງ “ທ່ານ ສົມບັດ ສົມພອນ” ນັກພັດທະນາຄົນສຳຄັນ ເຊິ່ງຍັງຄົງສ້າງຄວາມຫວາດກົວຕໍ່ພາກປະຊາສັງຄົມໃນລາວມາຮອດປະຈຸບັນ.
#ການໂຕ້ຄືນລັດຖະບານລາວລັດຖະບານລາວໄດ້ໃຊ້ຂໍ້ຕໍ່ສູ້ທາງເຕັກນິກກົດໝາຍລະຫວ່າງປະເທດ ເພື່ອປະຕິເສດຂໍ້ວິຈານດັ່ງກ່າວ.
.ທາງການລາວລະບຸວ່າ ພັນທະໜ້າທີ່ຂອງຜູ້ລາຍງານພິເສດດ້ານສິດທິທາງວັດທະນະທຳນັ້ນ “ຈຳກັດຢູ່ພຽງແຕ່ການສົ່ງເສີມ ແລະ ຄຸ້ມຄອງສິດທິທາງວັດທະນະທຳເທົ່ານັ້ນ” ການນຳສະເໜີຂໍ້ມູນກ່ຽວກັບການລະເມີດສິດທິມະນຸດດ້ານອື່ນໆ ຈະເຮັດໄດ້ກໍຕໍ່ເມື່ອເລື່ອງນັ້ນສົ່ງຜົນກະທົບໂດຍກົງຕໍ່ການມີສ່ວນຮ່ວມໃນວິຖີຊີວິດທາງວັດທະນະທຳ.
.ດ້ວຍເຫດນີ້, ລັດຖະບານລາວຈຶ່ງສະເໜີໃຫ້ມີການພິຈາລະນາທົບທວນ ແລະ “ລົບຫຍໍ້ໜ້າທີ 33 ຫາ 37 ຂອງບົດລາຍງານຖິ້ມ” ໂດຍໃຫ້ເຫດຜົນວ່າ:
– ຂໍ້ສັງເກດ ແລະ ຂໍ້ຮຽກຮ້ອງເຫຼົ່ານັ້ນ ເປັນເລື່ອງທີ່ກ່ຽວກັບ “ປະເດັນທາງການເມືອງ ແລະ ສິດທິພົນລະເມືອງ” ເຊິ່ງຢູ່ນອກເໜືອຄວາມສາມາດ ແລະ ຂອບເຂດໜ້າທີ່ຂອງພັນທະດ້ານວັດທະນະທຳ.
– ເນື້ອໃນດັ່ງກ່າວມີຄວາມຊ້ຳຊ້ອນກັບອຳນາດໜ້າທີ່ຂອງຜູ້ລາຍງານພິເສດ UN ທ່ານອື່ນໆເຊັ່ນ: ຜູ້ລາຍງານພິເສດດ້ານການສົ່ງເສີມ ແລະ ຄຸ້ມຄອງສິດໃນເສລີພາບທາງຄວາມຄິດ ແລະ ການສະແດງອອກ.
– ການກ່າວເຖິງກະຕິກາ ICCPR (ມາດຕາ 19 ແລະ 22) ຖືວ່າເປັນເລື່ອງທີ່ຢູ່ໃນອຳນາດໜ້າທີ່ຂອງອົງກອນຕາມສົນທິສັນຍາ ແລະ ກົນໄກພິເສດອື່ນໆ ບໍ່ແມ່ນກົນໄກດ້ານສິດທິທາງວັດທະນະທຳ.
ທ່າທີແບບນີ້ຂອງລັດຖະບານລາວ ມັນຊັດເຈນເລີຍວ່າ ລັດຖະບານຢ້ານການຖືກກວດສອບຈາກໂລກພາຍນອກ ແລະ ພະຍາຍາມທຸກທາງທີ່ຈະປິດກັ້ນບໍ່ໃຫ້ເລື່ອງຂາຍຂີ້ຫນ້າເຫຼົ່ານີ້ຖືກຂະຫຍາຍອອກໄປ.
.
ມັນບໍ່ແມ່ນແຄ່ການໂຕ້ກັບ ແຕ່ເປັນການສະແດງໃຫ້ເຫັນເຖິງຄວາມບໍ່ໂປ່ງໃສ ແລະ ຄວາມພະຍາຍາມປົກປິດບັນຫາທີ່ກຳລັງກັດກິນສັງຄົມລາວຈາກພາຍໃນ. ແທນທີ່ຈະເສຍເວລາການຮ່າງຈົດໝາຍສອນມວຍ UN ເລື່ອງຂອບເຂດອຳນາດ, ລັດຖະບານລາວຄວນເອົາເວລານັ້ນໄປຫັດຟັງສຽງປະຊາຊົນໂຕເອງໃຫ້ຫຼາຍກວ່ານີ້.
ແຕ່ກໍນັ້ນລະ, ການຍອມຮັບຄວາມຈິງມັນອາດຈະຍາກເກີນໄປສຳລັບຄົນທີ່ຄຸ້ນເຄີຍກັບການສັ່ງໃຫ້ປະຊາຊົນຂອງຕົນເອງມິດງຽບ.
.#WeAreManushyan ♾ ມະນຸດເທົ່າທຽມກັນ
#WhatsHappeningInLaos