
ກ່ຽວການເລືອກຕັ້ງເອົາສະມາຊີກສະພາຜູ້ແທນຊຸດທີ ໑໐ ຂອງສປປລາວ ໃນວັນທີ ໒໒ ກູມພາ ,ມັນກໍເຮັດໄປຕາມຂັ້ນຕອນ ເຖີງຢ່າງໃດ ຜູ້ສມັກທຸກຄົນ ກໍລ້ວນແລ້ວແຕ່”ສັງກັດ ພັກດຽວກັນ”ຊື່ງພັກດັ່ງກ່າວກໍແມ່ນ”ສາຂານື່ງຂອງພັກອີນໂດຈີນຂອງອົງໂຮຈິມີນ”ພັກທີ”ກຳອຳນາດໃນສສ.ວຽດນາມ ແລະໃນສປປລາວ,ໜຸ່ມນ້ອຍຂື້ນໃໝ່ ກໍໄດ້ຖືກເກນໃຫ້ມາມີສ່ວນຮ່ວມໃນການເລືອກຕັ້ງແບບບໍ່ມີສີດເປັນສ່ວນຕົວ ຈຳເປັນຕ້ອງເຂົ້າ”ເປັນສະມາຊີກສົມບຸນຂອງພັກປະຊາຊົນປະຕິວັດລາວ”ຖ້າບໍ່ດັ່ງນັ້ນ ຈະບໍ່ມີສີດເຂົ້າຮ່ວມສມັກ ມັນເປັນພຽງການຈັດສາກ ສາກນື່ງໃນການເລືອກຕັ້ງ ນັກກາງເມືອງໜຸ່ມນ້ອຍຈຳພວກນີ້ ແທນທີຈະມີບົດບາດເປັນຂອງຕົວເອງກໍໄດ້ເປັນແຕ່ຕົວລະຄອນ ເຫັນແຕ່ຜົນປະໂຍດສ່ວນຕົວ ຕ້ອງຂາຍຕົວ ຂາຍຊື່ສຽງ ຂາຍຄວາມຮູ້ສືກ ຂາຍບັນພຣະບຸຣຸດຂອງຄອບຄົວ ທີເຄີຍມີຜົນງານຕໍ່ຊາຕ ຕໍ່ແຜ່ນດີນລາວມາແລ້ວ ໂດຍເອົາຕົວເອງໄປຮັບໃຊ້ຊາຕອື່ນ .
ບັນພຣະບຸຣຸດຂອງຄອບຄົວ”ສີຫານາດສ໌”ທຸກສະມັຍເປັນຄົນມີອິສຣະ ຮັກເສຣີພາບ ຮັກຄວາມເປັນທັມ ບໍ່ມັກຜະເດັດການ ແລະ”ຣັດທິຜະເດັດການຄອມມຸນີສ”ບັນພຣະບຸຣຸດຂອງຕະກຸນ”ສີຫານາດສ໌”ເຄີຍໄດ້ສ້າງຄຸນງາມວາມດີປະໄວ້ໃຫ້ແກ່ຕະກູນຈາກການບອກເລົ່າດ້ວຍການຂຽນໄວ້ວ່າ:
1“ພະຍາປູ່ເມືອງສູນ”ເປັນນາຍທະຫານຂອງເຈົ້າຊີວີດ”ເມືອງພວນ”ສມັຍຍັງມີອານາຈັກພວນ ກ່ອນ ໑໙໐໐ ກໍຄືແຂວງ”ຊຽງຂວາງ”ໃນປະຈຸບັນ,ຊື່ງໃນຂນະນັ້ນປະເທດລາວເຮົາຍັງບໍ່ໄດ້ທ້ອນໂຣມກັນເທື່ອ.ພະຍາປູ່ເມືອງສູນ ເປັນຜູ້ນື່ງທີມີຊື່ສຽງໂດງດັງ ກ້າຫານ ປາບຂ້າເສີກສັຕຮູໄດ້ລາບຄາບ.
ຄັ້ງນື່ງ,“ປູ່ເຄີຍປາບເສືອດ້ວຍມືເປົາ”ໄດ້ເຂົ້າຖໍ້າເສືອ ລໍ້ເສືອອອກຈາກຖໍ້າ,ສູ້ກັບເສືອ ນື່ງຕໍ່ນື່ງ,ທ້າຍສຸດ ເພີ່ນຈື່ງຕັດສີ້ນໃຈເອົາມືຊູກເຂົ້າໄປປາກເສືອ ດືງເອົາເຄື່ອງໃນອອກ ຈົນເສືອຂາດໃຈຕາຍກັບທີ່.ພະຍາປູ່ເມືອງສູນ ຈື່ງເມື່ອ ລາຍງານຕໍ່ເຈົ້າຊີວີດຊຽງຂວາງ ເພີ່ນປັບໃໝພວກທະຫານເຫຼົ່ານັ້ນ ແລະເຈົ້າຊີວີດເມືອງພວນ ໄດ້ປະທານລາງວັນໃຫ້ປູ່ເມືອງສູນ “ມີສິດຄູ້ມຄອງປະຊາຊົນ”ບ້ານລີ່ ບ້ານໂງຍ”ຂື້ນກັບເພີ່ນຕຼອດຊີວີດຂອງເພີ່ນ ,ເພີ່ນມີວິຊາກ້າຄົງພະລັງແຮງ.
ພໍ່ປູ່”ທ້າວສີ” ຫຼານຊາຍ ເປັນເດັກນ້ອຍໄປຢາມ ອາຍຸປະມານ ສີບປີ ເພີ່ນຫອບເອົາພໍ່ປູ່ທ້າວສີ ໂຍນຫຼີ້ນ
ຄືໝາກບານ ໂຍນເບື້ອງຊາຍ ເບື້ອງຂວາຮັບ.
“ປູ່ບ້ານນາແພງ” ກໍໄດ້ສືບຕະກູນຕໍ່ປູ່ເມືອງສູນ “ເປັນອົງວ້ຽນກັດ” ກໍຄືເຈົ້າເມືອງໃນສະມັຍຫຼັງຈາກ”
ເສີກຫໍ້ ຕໍ່ເສີກໄທຍສະຍາມ”.
ຕໍ່ຈາກນັ້ນ ກໍແມ່ນສະມັຍ”ປູ່ ທ້າວສີ”ສືບຕະກູນຕໍ່ໃນສມັຍຝຣັ່ງເສດເຂົ້າມາປົກຄອງລາວເຮົາໄດ້ຮັບຮາຊການເປັນ”ຕາແສງ”. ນາມສະກຸນ”ສີຫານາດ”ໄດ້ຖືກຕັ້ງຂື້ນໃນສມັຍ”ປູ່ທ້ວທີດສີ”,ຈາກ”ປູ່ທ້າວສີ”ແລະ
”ຢ່ານາງຫາ”ມາເປັນ”ສີຫານາດ”ສືບທອດກັນມາຈົນເຖີງປະຈຸບັນ.
“ທບພ”ເປັນເປັນລູກຊາຍ ໄດ້ສືບທອດເປັນ”ຕາແສງກັດ”ຈົນພົ້ນກະສຽນ ແລະໄດ້ເສັຽຊີວີດໃນປີ ໑໙໕໘
ທີ່”ນາວັງ”ຄັງລາດ ບ້ານຢອນ ໂພນສວັນ ເມືອງແປກແຂວງຊຽງຂວາງ ແລະແມ່ນ”ພປອຄພ”ໄດ້ສືດຕໍ່ເປັນ”ຕາແສງກັດແທນ”ຈົນຮອດປີ ໑໙໖໐ ປີຊຽງຂວາງແຕກ ຕົກເປັນເຂດຍຶດຄອງ ເຂດປົດປ່ອຍ.
[ບັ້ນນື່ງຂອງປື້ມ”ປວັດຄວາມເປັນມາຂອງ”ຕະກູນ”ສີຫານາດສ໌”ຣຽບຮຽງຈາກ”ລູກຫຼານນໍ້າກັດ ພູພຣະຫານ ບ້ານນາວັງ”ຂັດອອກມາຈາກປື້ມ”ປະວັດ ຄວາມເປັນມາຂອງ ”ຕະກຸນ ສີຫານາດສ໌”]
~

ຂ່າວເສດຖະກິດ-ການຄ້າ Lao Economic Daily