
🇹🇭🇰🇭 ຣັຖະມົນຕຮີກະຊວງການຕ່າງປະເທດໄທຍ ທ່ານ ສີຫາສັກ ພວງເກດແກ້ວ ເຊື່ອວ່າຂໍ້ຕົກລົງຢຸດຍິງທີ່ໄດ້ລົງນາມໃນເດືອນ
ຕຸລາ ກັບຂະເມນ ພາຍໃຕ້ການສະໜັບສະໜູນຂອງປະທານາທິບໍດີ ສະຫະຣັດ ທ່ານ ດໍໂນລ ທຣັມ ແລະ ນັບຕັ້ງແຕ່ຖືກໂຈະໄປນັ້ນ
ແມ່ນ “ຮີບຮ້ອນ.”
ຣັຖະມົນຕຮີການຕ່າງປະເທດໄທຍ ຍັງປະກາດວ່າ ການເຈຣະຈາກັບຂະເມນ ຈະຈັດຂຶ້ນໃນວັນພຸດໜ້ານີ້ ເພື່ອພະຍາຍາມແກ້ໄຂຄວາມ
ຂັດແຍ່ງກັນຢູ່ເຂດຊາຍແດນທີ່ໄດ້ສັງຫານ ໔໐ ຄົນ ໃນສອງອາທິດທີ່ຜ່ານມາ.
ທ່ານຣັຖະມົນຕຮີກ່າວວ່າ ການສົນທະນາຈະດຳເນີນໄປໃນຂອບເຂດຂອງຄະນະກຳມະການຮ່ວມຊາຍແດນທີ່ມີຢູ່ແລ້ວ. ກອງປະຊຸມດັ່ງກ່າວໄດ້ກຳນົດຕາມຄຳແນະນຳຂອງຝ່າຍຂະເມນໃນວັນທີ ໒໔/໑໒” ພາຍຫຼັງກອງປະຊຸມພິເສດຢູ່ກົວລາລຳເປີຂອງຣັຖະມົນຕຮີການຕ່າງປະເທດອາຊຽນ~ຂ່າວຈາກສຳນັກງານຂ່າວຝຣັ່ງເສດ”ອອປ~AFP”