
ນັກວິຊາການລາວບາງທ່ານໄດ້ຕັ້ງຂໍ້ສັນນິຖານຈາກຫລັກຖານທີ່ມີວ່າໂຕໜັງສືລາວເດີມ ແມ່ນເລີ່ມມີພັດທະນາການຈາກໂຕອັກສອນເທວະນາຄຣີ ກາຍມາເປັນໂຕອັກສອນລາວເດີມ ປະມານ ລະຫວ່າງປີ ພ.ສ 570-620 ເຊິ່ງກົງກັບສະໄໝອານາຈັກອ້າຍລາວ ທີ່ໄດ້ຕັ້ງຖິ່ນຖານກັນຢູ່ແຖວລຸ່ມນໍ້າຢັງຊີກຽງ ແລະ ຮວງໂຫ ທາງຕອນກາງ ແລະ ຕອນໃຕ້ ຂອງປະເທດຈີນໃນປັດຈຸບັນ ເຊິ່ງມີນະຄອນເພງາຍເປັນເມືອງຫຼວງ ເເລະເປັນຍຸກດຽວກັນກັບການເຂົ້າມາຂອງສາສະໜາພຸດນິກາຍມະຫາຍານຈາກອິນເດັຍເໜືອ.
ນອກຈາກນີ້ທ່ານມະຫາສິລາ ວີຣະວົງ ນັກພາສາສາດລາວ ເຄີຍໄດ້ໃຫ້ຄວາມເຫັນໄວ້ວ່າ “ຈາກການອ້າງອີງຕຳນານໜອງແສ ແລະ ການປຽບທຽບໂຕໜັງສືບູຮານຕ່າງໆນັ້ນ ໜັງສືລາວທີ່ພວກເຮົາໃຊ້ໃນທຸກມື້ນີ້ແມ່ນໄດ້ຮັບອິດທິພົນມາຈາກ ໂຕໜັງສືສັນສະກິດ ແລະ ໄດ້ຖືກນຳໃຊ້ໃນແຫຼມສຸວັນນະພູມ ຫຼື ແຫຼມອິນດູຈີນທາງຕອນເໜືອມາເປັນເວລາພັນກວ່າປີ ແລ້ວ.” (ຄັດຈາກ: ປະຫວັດຫນັງສືລາວ, ວຽງຈັນ, ສຳນັກພິມໄຜ່ໜາມ)
ນັກວິຊາການລາວບາງທ່ານໄດ້ຕັ້ງຂໍ້ສັນນິຖານຈາກຫລັກຖານທີ່ມີວ່າໂຕໜັງສືລາວເດີມ ແມ່ນເລີ່ມມີພັດທະນາການຈາກໂຕອັກສອນເທວະນາຄຣີ ກາຍມາເປັນໂຕອັກສອນລາວເດີມ ປະມານ ລະຫວ່າງປີ ພ.ສ 570-620 ເຊິ່ງກົງກັບສະໄໝອານາຈັກອ້າຍລາວ ທີ່ໄດ້ຕັ້ງຖິ່ນຖານກັນຢູ່ແຖວລຸ່ມນໍ້າຢັງຊີກຽງ ແລະ ຮວງໂຫ ທາງຕອນກາງ ແລະ ຕອນໃຕ້ ຂອງປະເທດຈີນໃນປັດຈຸບັນ ເຊິ່ງມີນະຄອນເພງາຍເປັນເມືອງຫຼວງ ເເລະເປັນຍຸກດຽວກັນກັບການເຂົ້າມາຂອງສາສະໜາພຸດນິກາຍມະຫາຍານຈາກອິນເດັຍເໜືອ.ນອກຈາກນີ້ທ່ານມະຫາສິລາ ວີຣະວົງ ນັກພາສາສາດລາວ ເຄີຍໄດ້ໃຫ້ຄວາມເຫັນໄວ້ວ່າ “ຈາກການອ້າງອີງຕຳນານໜອງແສ ແລະ ການປຽບທຽບໂຕໜັງສືບູຮານຕ່າງໆນັ້ນ ໜັງສືລາວທີ່ພວກເຮົາໃຊ້ໃນທຸກມື້ນີ້ແມ່ນໄດ້ຮັບອິດທິພົນມາຈາກ ໂຕໜັງສືສັນສະກິດ ແລະ ໄດ້ຖືກນຳໃຊ້ໃນແຫຼມສຸວັນນະພູມ ຫຼື ແຫຼມອິນດູຈີນທາງຕອນເໜືອມາເປັນເວລາພັນກວ່າປີ ແລ້ວ.” (ຄັດຈາກ: ປະຫວັດຫນັງສືລາວ, ວຽງຈັນ, ສຳນັກພິມໄຜ່ໜາມ)
https://drive.google.com/file/d/1I5_V_xiJTpQcmyX7jmriVPgio7KNuyV-/view?usp=drive_link































