ຍ້ອນຫຍັງ ການສືກສາໃນສປປລາວ ຈື່ງບໍ່ກ້າວໜ້າ?~ຂ່າວຈາກມຸນິທິມະນຸດສະຍະ~Manushya Foundation

https://www.facebook.com/100066378376617/posts/pfbid0GKk6hDL4rcRDaSmsP57k38kxPfKMxTY7AiGj1Hvf15xKsXFkkYHHqNUc3hZFDvvZl/

ຄວາມເຫຼື່ອມລ້ຳທາງດ້ານການສຶກສາ ລາວເປັນປະເທດທີ່ມີເນື້ອທີ່ກວ້າງໃຫຍ່ໄພສານ ແລະ ປະຊາກອນກະຈາຍຕົວຢູ່ທົ່ວທຸກບ່ອນ ສົ່ງຜົນໃຫ້ການຈັດການສຶກສາບໍ່ທົ່ວເຖິງ ເດັກນັກຮຽນໃນເຂດຊົນນະບົດ ແລະ ພື້ນທີ່ຫ່າງໄກມີໂອກາດເຂົ້າເຖິງການສຶກສາໜ້ອຍກວ່າເດັກນັກຮຽນໃນເຂດຕົວເມືອງ ບັນຫານີ້ສົ່ງຜົນໃຫ້ເດັກນັກຮຽນໃນເຂດນອກ ແລະ ເຂດພື້ນທີ່ຫ່າງໄກມີໂອກາດໃນການພັດທະນາຕ່ຳກວ່າເດັກນັກຮຽນໃນເມືອງ.

ລາວຂາດແຄນງົບປະມານດ້ານການສືກສາ ເພາະລັດຖະບານຕ້ອງເອົາງົບປະມານດ້ານການສຶກສາໄປໃຊ້ຫນີ້ ສາທາລະນະທີ່ມີມະຫາສານ ສົ່ງຜົນໃຫ້ໂຮງຮຽນ ແລະ ຄູອາຈານຂາດແຄນອຸປະກອນການຮຽນການສອນ ນອກນີ້ຍັງຂາດສື່ການຮຽນການສອນທີ່ທັນສະໄໝ (ສາລະຄະດີເປັນຕົ້ນ) ແລະ ຂາດຄູອາຈານທີ່ມີຄວາມຮູ້ຄວາມຊຳນານສະເພາະດ້ານ ບັນຫານີ້ສົ່ງຜົນໃຫ້ຄຸນະພາບການສຶກສາຂອງປะເທດລາວດ້ອຍລົງ ເດັກນັກຮຽນບໍ່ສາມາດຮຽນຮູ້ໄດ້ຢ່າງມີປະສິດທິພາບ ສົ່ງຜົນໃຫ້ໂອກາດໃນການປະກອບອາຊີບ ແລະ ການພັດທະນາຂອງປະເທດລາວຫຼຸດລົງ. ລວມໄປເຖິງລະບົບການສຶກສາລ້າສະໄໝ ຫຼັກສູດການສຶກສາຂອງລາວຍັງລ້າສະໄໝ ແລະ ບໍ່ສອດຄ້ອງກັບຄວາມຕ້ອງການຂອງຕະຫຼາດແຮງງານໃນປັດຈຸບັນ ສົ່ງຜົນໃຫ້ບັນດິດຈົບໃໝ່ຕ້ອງປະສົບບັນຫາໃນການຊອກວຽກເຮັດງານທຳ ເຊິ່ງແນ່ນອນວ່າສົ່ງຜົນຕໍ່ການພັດທະນາເສດຖະກິດຂອງປະເທດ.

ທັດສະນະຄະຕິຂອງຜູ້ປົກຄອງບາງສ່ວນຍັງມີທັດສະນະຄະຕິວ່າການສຶກສາບໍ່ສຳຄັນເທົ່າກັບການເຮັດວຽກ ເຮັດໃຫ້ເດັກນັກຮຽນມີແນວຄິດຢາກອອກຈາກໂຮງຮຽນເພື່ອໄປຫາເງິນລ້ຽງຄອບຄົວຕັ້ງແຕ່ອາຍຸຍັງນ້ອຍ ບັນຫານີ້ສົ່ງຜົນໃຫ້ເດັກນັກຮຽນຂາດໂອກາດໃນການພັດທະນາຕົນ ແລະ ສົ່ງຜົນຕໍ່ການພັດທະນາປະເທດຊາດ.

ທີ່ສຳຄັນການສໍ້ລາດບັງຫຼວງ ບັນຫາເລື່ອງການທຸຈະລິດໃນລະບົບການສຶກສາຍັງພົບເຫັນໄດ້ຢູ່ ເຮັດໃຫ້ງົບປະມານການສຶກສາໄຫຼຮົ່ວອອກ ແລະ ຖືກນຳໄປໃຊ້ຢ່າງບໍ່ມີປະສິດທິພາບ ບັນຫານີ້ສົ່ງຜົນໃຫ້ຄຸນະພາບການສຶກສາຂອງລາວດ້ອຍລົງ ແລະ ນັກຮຽນກໍຂາດການຊຸກຍູ້ຄ່າໃຊ້ຈ່າຍຈາກລັດ.

ລັດຖະບານລາວຈຳເປັນຕ້ອງຮີບເລັ່ງແກ້ໄຂບັນຫາເຫຼົ່ານີ້ ເພື່ອໃຫ້ການສຶກສາຂອງລາວພັດທະນາແບບຍືນຍົງຄົງຕົວ ແລະ ມີຄຸນະພາບຫຼາຍຂຶ້ນ ລັດຖະບານລາວສາມາດແກ້ໄຂບັນຫາເຫຼົ່ານີ້ໄດ້ດ້ວຍວິທີເຫຼົ່ານີ້:

  • ເພີ່ມງົບປະມານການສຶກສາໃຫ້ພຽງພໍຕໍ່ການຈັດການສຶກສາທີ່ມີຄຸນະພາບ
  • ກະຈາຍງົບປະມານໃຫ້ທົ່ວເຖິງເພື່ອຫຼຸດຜ່ອນຄວາມເຫຼື່ອມລ້ຳດ້ານການສຶກສາ
  • ປັບປ່ຽນ ແລະ ປັບປຸງຫຼັກສູດການສຶກສາໃຫ້ທັນສະໄໝ ແລະ ສອດຄ້ອງກັບຄວາມຕ້ອງການຂອງຕະຫຼາດແຮງງານ
  • ລົນນະລົງໃຫ້ຜູ້ປົກຄອງຕະໜັກເຖິງຄວາມສຳຄັນຂອງການສຶກສາ
  • ປາບປາມບັນຫາການສໍ້ລາດບັງຫຼວງໃນລະບົບການສຶກສາ

ຫາກວ່າລັດຖະບານລາວສາມາດແກ້ໄຂບັນຫາເຫຼົ່ານີ້ໄດ້ການສຶກສາຂອງລາວຈະພັດທະນາ ແລະ ມີຄຸນະພາບ ເຊິ່ງຈະສາມາດພັດທະນາປະເທດຊາດໄດ້ຢ່າງແນ່ນອນ.

WeAreManushyan ♾ ມະນຸດເທົ່າທຽມກັນ