”ສີດໃນການເອົາລູກອອກ ຖືກບັນຈຸໄວ້ ເປັນສ່ວນນື່ງຂອງຣັຖະທັມມະນູນຂອງຝຣັ່ງເສດ”~ຂ່າວຈາກມຸນິທິມະນຸດສະຍະ~Manushya Foundation

ສິດໃນການເອົາລູກອອກ ຖືກບັນຈຸໄວ້ເປັນສ່ວນໜຶ່ງຂອງລັດຖະທຳມະນູນໃນການລົງມະຕິຮ່ວມຂອງສອງສະພາທີ່ພະລາຊະວັງແວຊາຍ ເມື່ອວັນທີ ໔ ມີນາ ໒໐໒໔ ຕາມເວລາທ້ອງຖິ່ນ.~ຂ່າວຈາກມຸນິທິມະນຸດສະຍະ~ Manushya Foundation

https://www.facebook.com/100066378376617/posts/pfbid02cfKVA4mFPJSoVu2XHbygjbusJEHsgAKfkJLEqvQ4nv3eLKSzSwtwzfNvd58j85SKl/

🚩ສະມາຊິກສະພາຜູ້ແທນລາຊະດອນ ແລະ ສະມາຊິກວຸດທິສະພາຂອງຝຣິ່ງໄດ້ຮ່ວມກັນຮັບຮອງໃຫ້ສິດໃນການເອົາລູກອອກຖືກບັນຈຸໄວ້ເປັນສ່ວນໜຶ່ງຂອງລັດຖະທຳມະນູນໃນການລົງມະຕິຮ່ວມຂອງສອງສະພາທີ່ພະລາຊະວັງແວຊາຍ ເມື່ອວັນທີ 4 ມີນາ 2024 ຕາມເວລາທ້ອງຖິ່ນ.

.

📢ທີ່ປະຊຸມຮ່ວມສະໄໝພິເສດຂອງສອງສະພາໄດ້ລົງມະຕິຜ່ານຮ່າງກົດໝາຍແກ້ໄຂລັດຖະທຳມະນູນ ມາດຕາທີ 34 ດ້ວຍຄະແນນ 780 ຕໍ່ 72 ສຽງ ໂດຍລະບຸວ່າ ກົດໝາຍໄດ້ກຳນົດເງື່ອນໄຂໃນການໃຊ້ເສລີພາບຂອງແມ່ຍິງໃນການເອົາລູກອອກວ່າເປັນສິ່ງທີ່ໄດ້ຮັບການຮັບປະກັນ.

.

♦ການເອົາລູກອອກເປັນປະເດັນທີ່ໄດ້ຮັບການສະໜັບສະໜູນຢ່າງກວ້າງຂວາງໃນຝຣັ່ງ ແລະ ຖືເປັນສິ່ງທີ່ຖືກກົດໝາຍມາຕັ້ງແຕ່ປີ 1975. ການລົງມະຕິຄັ້ງນີ້ມີຈຸດປະສົງເພື່ອປ້ອງກັນການຍ້ອນກັບຂອງສິດທິໃນການເອົາລູກອອກ ດັ່ງທີ່ເຫັນໄດ້ໃນສະຫະລັດໃນຊ່ວງທີ່ຜ່ານມາ. 

🎉ການລົງຄະແນນດັ່ງກ່າວ ເຮັດໃຫ້ຝຣັ່ງຖືວ່າເປັນປະເທດທຳອິດ ທີ່ມີການບັນຈຸສິດທິໃນການເອົາລູກອອກໄວ້ໃນລັດຖະທຳມະນູນ.

#WeAreManushyan 

∞ ມະນຸດເທົ່າທຽມກັນ ∞ Equal Human Beings 

#WhatsHappeningInLaos

#ຖ້າການເມືອງລາວດີ