“ກໍຣະນີທີວິທະຍຸເອເຊັຍເສຣີ ໄດ້ຖືກມີນັກອ່ານຂ່າວຍຸແຍໃຫ້ມີການນຳເອົາພາສາລາວທີທາງການສປປລາວຣະບອບຜະເດັດການຄອມມຸນີສໃໝ່ ນຳມາໃຊ້ໃນສະຖານີ“ພວກຜູ້ນຳຜະເດັດການຄອມມຸນີສລາວ~ວຽດ ໄດ້ຂ້າຣາຊວົງລາວ ~ຂ້າພາສາຂອງຊາດ ໂດຍໄດ້ລືບລ້າງຕົວ”ຣ”ໃນພາສາຝຣັ່ງເສດແມ່ນ ລືບລ້າງຕົວ”R”ມາບາດນີ້ ຈະນຳມາຂ້າ”ເສຣີພາບ”ຂອງຊາວລາວໃນຕ່າງແດນ~Les communiste Lao ont tue le Roi et a supprimé le “ ຣ”~le” R”~de la langue Lao et maintenant ils veulent enlever la liberté des lao à l’étranger.ຈາກພວກເຮົາ”ລາວອີສຣະຍຸກໃໝ່໒໑”
https://www.facebook.com/LaosRFA/videos/384857010946888/
ຂໍ້ຄວາມທີບໍ່ເຫັນພ້ອມໃນການນຳພາສາອ້າຍນ້ອງສປປລາວມາປ່ຽນໃຊ້ໃນສະຖານີວິທະຍຸເອເຊັຍເສຣີ ຂອງ“ລາວອິສຣະຍຸກໃໝ່໒໑ :
ສບາຍດີຊາວລາວຝ່າຍເສຣີທົ່ວທຸກມູມໂລກ,ເປັນໜ້າທີເສົ້າໃຈທີສຸດຂອງພວກເຮົາຊາວລາວທີຮັກຫອມເສຣີປະຊາທິປະໄຕ ຢາມໃດກໍຢາກໃຫ້ປະເທດຊາດລາວເຮົາພົ້ນອອກຈາກຣັດທິຜະເດັດການນີ້,ແຕ່ພໍໄດ້ຂ່າວເຊົ້ານີ້ ທີວິທະຍຸເອເຊັຍເສຣີ ທີເຄີຍເປັນກະບອກສຽງຂອງລາວເສຣີ ເປັນຂອງນັກຕໍ່ສູ້ເພື່ອສິດເສຣີຈະນຳໃຊ້ພາສາລາວຂອງຣະບອບໃໝ່ ໃຫ້ສິດເກີນໄປໃນກອງບັນາທິການພາກພາສາລາວຂອງສະຖານນີ ທີມີນັກຂ່າວອຽງຊ້າຍໃນນັ້ນສ້າງວິກີດນີ້ຂື້ນມາ ແລ້ວແອບອ້າງວ່າ”ແມ່ນປະຊາຊົນລາວທັງຫຼາຍ ຢາກໃຫ້ປ່ຽນ” ການເປັນສື່ທີອິສຣະມາແລ້ວ ຈະຕ້ອງກາຍໄປເປັນ ກະບອກສຽງຂອງນັກຂ່າວບາງຄົນໃນສະຖານີ້ ມັນບໍ່ສົມຄວນທີຈະເປັນສະຖານນີ ທີຢາກຈະໃຫ້ມີການປ່ຽນແປງ ຈາກຜເດັການຄອມມຸນີສ ໄປສູ່ຣະບອບເສຣີ”ສະຖານີ ຄວນະປ່ຽນຊືໄປເປັນ”ເອເຊັຍເສລີ ”.ສາເດີ !ເປັນກະບອກສຽງໂຄສນາຊວນເຊື່ອໃຫ້ທາງການພັກລັດ ~ ການປ່ຽນໄປ ປ່ຽນມາອອກຈາກແນວຄິດຕອນລິເລີ້ມທີຈະເປັນກະບອກສຽງໃຫ້ແກ່ເສຣີພາບ ຈາກການປົກຄອງແບບຜະເດັດການຄອມມຸນີສ ຈາກການໂຄສນາຊວນເຊື່ອ ໄປສູ່ເສຣີ ບໍ່ວ່າດ້ານການປາກເວົ້າຂີດຂຽນ ຈາກແຕ່ເພັງໂຄສນາຊວນເຊື່ອເຖີງການປະຕິວັດ໔໘ປີຜ່ານມາ ແຕ່ຍັງເວົ້າແຕ່ວິຣະຊົນປະຕິວັດຢູ່ ຍັງພາກັນຢູ່ໃນສັຕວັດທີ໒໐ອີກກັນນັ້ນ ມາປ່ຽນໄປຕາມໃຈບາງຄົນ ຈະເປັນຜົນຮ້າຍພາຍ~ດຽວນີ້ ວິທະຍຸເອເຊັຍເສລີ ປີນໄຊຄໂຣໂພນ ໃຫ້ຕາງໜ້າຝ່າຍຜະເດັດການພັກລັດແຕ່ຝ່າຍດຽວໄດ້ມີການໂຄສນາຊວນເຊື່ອ ໄດ້ຕາມໃຈ ອ້າງອີງການເຫັນດີຈາກອາຈານແສງຟ້າ ກໍແມ່ນຄົນຂອງພັກຈາກວິທະຍຸແຫ່ງສປປລາວ ໃນຣາຍການຂອງ”ດອກຊ້ອນ”ນັ້ນເອງ ,ເຫດການແບບນີ້ ເຄີຍເກີດຂື້ນໃນວິທະຍຸຝຣັ່ງສາກົນRFI ພາກພາສາລາວເຮົາມາແລ້ວ ກໍມີນັກອ່ານຂ່າວອ້ຽງຊ້າຍຊືງຜູ້ກ່ຽວກໍແມ່ນອົພຍົບໜີພັຍຄອມມຸນີສ ໄດ້ຖືກເລືອກໃຫ້ມາອ່ານຂ່າວ ຕໍ່ມາກໍທຳການປີ້ນໂສ້ງເສື້ອ ປີ້ນສລີບ ເຮັດໃຫ້ມີວິກີດເກີດຂື້ນໃນກອງບັນນາທິການ ທີຜູ້ຂ້າກໍເຄີຍເປັນ(pigiste)ຜູ້ນື່ງໃນນັ້ນ,ຜູ້ກ່ຽວໄດ້ເຮັດໜັງສືກ່າວໃສ່ຮ້າຍນັກຂ່າວທີຈົບຈາກອົງກອນການຂ່າວຝຣັ່ງເສດເລກ໑ AFP ຈົນເຮັດໃຫ້ຣາຍການພາສາລາວໄດ້ຖືກໃຫ້ຍູບ ຢຸດການອອກຂ່າວໃນເວລາຕໍ່ມາ ແລະແລ້ວນັກອ່ານຂ່າວຄົນນັ້ນ ກໍໄດ້ໄປໂປໂລທີສປປລາວ ກັບໄປຮັບໃຊ້ການນຳຜະເດັດການພັກລັດ ສລອງວັນທີ ໒ ທັນວາ ຢ່າງທີເຮົາຊາວລາວຝ່າຍເສຣີບໍ່ຄາດຝັນ ບາດສຸດຕອນເສັຍຊິວີດ ບໍ່ມີໃຜໄປຮ່ວມສົ່ງສະການ ເວົ້າໄດ້ວ່າ ຕາຍແບບໝ.ຂ້າງຖນົນ ເປັນໝ.ບໍ່ມີເຈົ້າຂອງ ຍ້ອນເປັນງູ ໒ ຫົວ ນັ້ນເອງ ເບີ່ງກັນຕໍ່ໄປ ອາດຈະໄດ້ເຫັນງູ ໒ ຫົວ ໃນກອງບັນນາທິການເອເຊຍເສລີ-RFA ຂອງສະຫະລັດອາເມລິກາ”ກັນໃນອານະຄົດ ແລະນັກອ່ານຂ່າວບາງຄົນໃນສຖານນີນີ້ ເປັນຄົນເຮັດຄືວ່າໂຕເອງເປັນນັກຂ່າວໃຫຍ່”ຢາກຈະເປັນນັກອ່ານຂ່າວ”ດັບເບີນຫົວລ້ານລື້ນຄຣູ””ເຮື່ອງມັນຈື່ງບານປາຍແບບນີ້!”.ຈາກພວກເຮົາ”ລາວອີສຣະຍຸກໃໝ່໒໑”

*ຂໍ້ຄວາມຂອງຊາວລາວທີລົງໃນເພສບຸກ ບໍ່ເຫັນພ້ອມໃນການນຳໃຊ້ພາສາຂອງການນຳພັກລັດລາວວຽດ :
໑.Sengsourigno Sengsourichanh :ໜ້າເສັຽດາຍ ຄົນລາວກາຍ ເປັນທໍຣະພີ ພວກ ເພິນ ເອົາຊື່ ຂອງ ຄົນອະດີດ ມາອ້າງ ແຕ່ ພັດພາກັນທຳຣາຍຜົນງານແລະຄວາມດີຂອງເພິນ ເອົາຊາດອື່ນທີ່ບໍ່ຮູ້ພາສາລາວແບບພື້ນຖານ ມາດັດແປງ ເພືອທໍາຣາຍຊາດ (ອັກສອນ ພາສາ ເປັນທີ່ມາຂອງຊາດ) ພວກລາວພາກັນລືມພວກບໍ່ລືມກໍ່ກາຍເປັນຄົນໄບ ວາຣະສານ ຊາດລາວ
໒.Freedom Choomphone: ຄືບໍປຽ່ນລາວເອງ ນັ້ນ ນາງມາທາ້ວສາ ນາງນີ້ບໍມີສີດຈະມາປຽ່ນແປງພາສາລາວ
໓.Sisay Chanthavisay:ພາສາລາວຖືກທໍາລາຍໄປແລ້ວຢ່າງສິ້ນເຊິງ ໂດຍ ສະຖານີວິທີຍຸເອເຊັຍ ເສຣີພາກພາສາລາວທີ່ສະຫາຣັດອາເມຣິກາເປັນຢັ້ງຢືນເປັນຫລັກຖານຢ່າງຊັດເຈນວ່າພາສາລາວຖືກທໍາລາຍດ້ວຍຣະບອບການປົກຄອງຄອມມຸຍນິດ. ການປະກາດນໍາໃຊ້ພາສາລາວໃຫມ່ ຂອງສະຖານີວິທະຍຸດັ່ງກ່າວມີຄວາມຫມາຍຢ່າງເລິກເຊິ່ງທາງດ້ານການເມືອງ ສັງຄົມການເມືອງລາວ ທີ່ບົ່ງບອກກ່າວເຕືອນຈິດໃຈໃຫ້ແກ່ປະຊາຊົນລາວ ພົລເມືອງລາວ ວ່າ ພາສາລາວ ວັທນະທັມຖືກທໍາລາຍໄປແລ້ວ. ໃຫ້ພົລເມືອງລາວທຸກທ່ານທຸກຄົນຢ່າເຂົ້າໃຈຜິດວ່າ ວິທຍຸເອເຊັຍເສຣິພາກພາສາລາວເປັນຜູ້ທໍາລາຍ ມັນແມ່ນ ຣັຖບານລາວເອງເປັນຜູ້ ຕົ້ນເຫດທໍາລາຍຊາດລາວພາສາລາວ. ຄືດັ່ງ ທຸງ ກາວົງເດືອນຖືກຕັ້ງຮັບໃນອົງການສະຫະປະຊາຊາດ ໃນກຸ່ມປະເທດເອຊ່ຽນ ມັນບໍ່ແມ່ນຄວາມຜິດຂອງອົງການສະຫະປະຊາຊາດ ຄວາມຜິດຂອງກຸ່ມປະເທດເອຊຽນ ມັນແມ່ນການສແດງຫລັກຖານວ່າ ກຸ່ມຄົນ ຜູ້ປົກປົກຄອງ ຜູ້ມີອໍານາດໃນການປົກຄອງແຜ່ນດິນລາວ ປົກຄອງປະຊາຊົນລາວໄດ້ທໍາລາຍຊາດ ທໍາລາຍ ພາສາ ວັທນະທັມ ຮິດຄອງປະເພນິ ສັງຄົມວິຖິຊິວິດ ສັງຄົມລາວໄປແລ້ວ ຢັ້ງຢືນໄດ້ວ່າພວກກຸ່ມຄົນດັ່ງກ່າວແມ່ນນັກຄາດຕະກອນຊາດລາວ ກຸ່ມທໍຣະຍົດຜູ້ໃຫ້ກໍາເນິດ ທັງຜູ້ສ້າງແຜ່ນດິນລາວ. ສນັ້ນຊາດລາວພົລເມືອງລາວຜູ້ມີຈິດໃຈຮັກຊາດລາວ ຈົ່ງອອກມາລຸກຂື້ນສູ້ ຕ້ານການທໍາລາຍຊາດລາວແຜ່ນດິນລາວຂອງກຸ່ມກະບົດ ເພື່ອກອບກູ້ເອົາຄວາມເປັນຊາດລາວຄຶນມາໃວ້ໃນອ້ອມອົກຂອງຊາວລາວ ພົລເມຶອງລາວ ຖນອມໄວ້ເພື່ອລູກຫລານລາວສືບທອດຊົ່ວໂລກດິນສລາຍ.
໔.Santy khammoung : ອາຈານ ລາວ ກໍພໍປານນີ້ແລະ ມັນບໍ່ເຂົ້າໃຈຮອດ ການໃຊ້ຕົວ ຣ
໕.Vay Snouvong : ໄນສຫມອງພວກສູ້ມີແຕ່ຂີ້ເລື້ອຍ ສູ້ຫນີໄປຢູ່ອາເມຣິກາລ້າໆ ສູ້ໄຊ້ໄປໂລດ ກູຊິໄຊ້ແບບລາວແຕ່ປູ່ຫຍ່າຕາຍາຍກູເພີ່ນສ້າງມາກູຊິພາລູກພາຫລານກູໄຊ້ຕໍ່ໄປ ສູພາກັນມ້ວາ ມົດແລ້ວ
໖. Luangpakdy Micheal :ສະບາຍດີທາ່ນອຸ່ນແກ້ວເປັນຫຍັງຈຶ່ງໃຫ້ນາງນັ້ນມາປຽ໋ນພາສາລາວຂອ້ຍບໍ່ເຂົ້າໃຈເອີຍ.
໗. Vieng Veravady : If she doesn’t understand Lao languages why is she made the decision on what just by one head teacher?
໘.Khamsouk Nengsany: Where this woman from?
໙. Bre Sukapon : What is the difference between old Lao language and new Lao language?
໑໐.sisomdeth deth syhanath: ຄຳຖາມນື່ງເຖີງຜູ້ກຳກັບວິທະຍຸເອເຊຍເສລີ : ມັນຖືກແລ້ວບໍ ທີຈະປ່ຽນມາອ່ານຕາມຣະບອບໃໝ່ສປປລາວ,ຄຳວ່າ :
ອາເມຣິກາ ໄປເປັນ”ອາເມລິກາ” ?~ 1 question to Madame Min .M director RFA :
Is correct to said AMELICA ? In the world we saying: AMERICA,exempt
Lao popular democratic now is AMELICA
໑໑.charles Pho: ພາສາລາວມີມາ ຫລາຍພັນປີ ຊື່ງເລີ້ມແຕ່ ຂໍ້ມູນ ທີ່ ຂຸນບູລົມໄດ້ແຕ່ງໄວ້ ຕົວຢ່າງ ບົດໃຫ້ພອນຕ່າງ ໆ ?
໑໒. Lidana Savansamphanh: ຂພຈ ຈະບໍ່ເຂົ້າມາຕິດຕາມຂ່າວ RFA and VOA ອີກຕ່ໍໄປເສັຽຄວາມຮູ້ສຶກທີ່ ເຫັນນັກຂ່າວລາວໄຫ້ຊາດອື່ນຈູງດັງ ທັງໆທີ່ຢູ່ປະເທດເສຣີປະຊາທິປະໄຕ ກິນເງິນເດືອນຂອງຣັຖບາລສຫລອາເມຣິກາທີ່ໄດ້ມາຈາກພາສີຂອງປຊຊທັງປະເທດ ແລ້ວຫັ້ນໄປຮັບໄຊ້ພວກຜະເດັດການຄອມມິວນິດລາວແດງ ນີ້ຄືເປັນການລົບລ້າງວັທນາທັມລບາວທີ່ເຄີຍມີມາແຕ່ບັນພຣະບຸຣຸດແລ້ວ.ບ
໑໓. Thao soukaseum: ຕັ້ງແຕ່ ຣະບອບ ຄມນ ປີ1975 ມາ ພາສາລາວຖືກລຶບໂຕ“ຣ”ອອກ ; ສະຣະ “ເx້ຍ“ເອົາໄມ້ກັນອອກ ເຂົາເອົາອອກແລ້ວ ແມ່ນການທໍາລາຍ ພາສາລາວໃນການຂຽນ ແປ ອ່ານ ຕີຄວາມໝາຍໃຫຖືກຕ້ອງທີ່ເຄີຍມີມາ…
ການທີ່ຕັດເອົາອອກ ແລ້ວໃຫ້ເວົ້າເປັນພາສາລາວໃໝ່ໄດ້ ຈັ່ງໃດ ?
ອັກສອນສາດລາ ກະຕ້ອງໃຫ້ຖືກຕ້ອງຕາມ ມີຄວາມໝາຍຕາມຫຼັກສູດ ພະຍັນຊະນະ ຕ່າງໆ !!!
ລາວມີພາສາກົກເຫງົ້າມາຈາກ ສັນສກຣິດ ກັບ ບາລີ ຂຽນຖືກຫຼັກພາສາລາວແທ້ໆ ; ບໍ່ແມ່ນຢາກໃຫ້ຖືກໃຈ ເຈັກແກວທີ່ເຂົາບໍ່ເຂົ້າໃຈຄວາມເລິກຊຶ້ງ ທີ່ມີຄວາມໝາຍຂອງຄໍາເວົ້າຂອງພາສາລາວ !
ບໍ່ເຄີຍເຫັນປະເທດໃດ ມີພາສາໃໝ່ ຄື ສປປລ ; ຫາກໍໄດ້ຍິນປະເທດລາວອັນດຽວນີ້ ລະ ເດີ…
ຫຼືວ່າ ຢາກດັບສູນ ພາສາລາວຖິ້ມ ແລ້ວ ເອົາພາສາອື່ນ ຄື ເຈັກແກວ ມາໄຊ້ແທນໃຫ້ມັນແລ້ວ ສາ …
ນີ້ບໍ “ພາສາ ບອກຊາດ ມາຣະຍາດ ບອກຕະກຸນ“
ລາວ ເອີຍ ລາວ ! ຮັກສາໄວ້ແດ່ ຢ່າທໍາລາຍຖິ້ມ ຄວາມເປັນຂອງຈິງ ກົກເຫົ້ງາຂອງຊາດລາວ…ຢ່າເປັນບ້ານໍາ ຄົນລາວກະເທີນຫລາຍ !!!
໑໔. Thay Thiravong : ຂ້າພະເຈົ້າບໍເຫັນພອ້ມທີ່ສຸດ ເສ້ຽໃຈຫລາຍ ໆ ບໍຄິດວ່າ ເອເຊັຍ ເສຣີຈະໄປເຂົ້າໃຈຜິດ ຢ່າງໃຫຍ່ ຫລວງປານນີ້
໑໕. Maitry Sananikone : 1-the person making the decision in changing the Lao language is not even a Lao person: what does she knows about Lao culture and Lao tradition ?
2-changing into Lao communist language “is not”showing the intend of working against the communist regime but a sign of support to the communist by expending their propaganda ( most of RFA news are translated from Vientiane news)
3-if Laotian inside laos claim they didn’t comprehend, it shows clearly that they are not Lao but brainwashed minorities , Chinese or Vietnamese settlers
4-it is a mistake for saying that RFA supporters are the Lao communist inside their territory ; there are more Laotians in the outside world such as America, France , Canada , Australia,Thailand….etc that are listening
໑໖.Joe Arounyarath : ພວກນີ້ຄວນໄປຢູ່ລາວຮັບໄຊ້ພັກລັດຄືຊີດີ.ບໍ່ຢາກເຫັນຫນ້າພວກນີ້ອີກ.ຄົນລາວນອກບໍ່ຕ້ອງຟັງRFAອີກຕໍ່ໄປ.
໑໗. ເຮົາຄົນລາວຮັກແພງກັນເດິ: COMMUNIST LANGUAGE ARE IN USE SO VIETNAMESE COMMUNIST ARE IN CHASRGE
໑໘.Clark Gregory : ພາສາລາວດັ່ງເດີມທັນສມັຍທີ່ສຸດເຂົ້າກັບຫຼັກສາກົນມີຄວາມໝາຍອີກເຊ່ນສາສນາ ພຣະທັມ ອິນເດຍ ພຣະພຸທທະຣູບທັງມີຕົວສກົດຕົວຫ້ອຍອີກເຂົ້າກັບຫຼັກສາກົນແລະທັນສມັຍເຊ່ນວິທຍາລັຍ
໑໙.Charles Pho: ພາສາໃດກໍ່ຕາມ ຖ້າບໍ່ມີ ກົດລະບຽບ ບໍ່ເປັນພາສາປະຈຳຊາດບໍ່ໄດ້ ( règle de grammaire) ຊື່ງພາສາລາວເລີ້ມໃຊ້ກໍ່ຄື ພາກທີ່ 1 ແມ່ນ ອັຄຣະວິທີ
໒໐.Thanaxay keonakhone : ສະຫາຍ ວິທະຍຸເອເຊັຍເສຣີ 50 ປີແລ້ວ ຍັງນຳມາຢຽບພວກເຮົາທີ່ນະຄອນເສຣີອີກ ທ່ານຄຶດວ່າທ່ານ ເຮັດດີແລ້ວຫລື ຂພຈ ຂໍຮຽກຮ້ອງໃຫ້ພີ່ນ້ອງລາວທົ່ວໂລກລຸກຂື້ນປະທ້ວງປະນາມເອເຊັຍເສຣີວ່າ “ ຢ່າທຳລາຍພາສາລາວທີ່ເຮົາຮັກ”ເຖີດພວກສະຫາຍ…
໒໑.Sengsourigno sengsourichanh: ຂ້ອຍວ່າອີກບໍ່ດົນ voa ແລະ rfa ກໍຄົງຈະຖືກປິດເໝືອນກັນ ເມືອບໍມີຄົນສນັບສນູນ
໒໒.Freedom Chumphone : ໄຊ້ແບບເກົ່າມັນດີຢູ່ແລ້ວບໍຕອ້ງການໄຊ້ທີ້ພັກລັດຄອມມິນີດປຽ່ນແປງດອກຖາ້ລາວແທ້ຈະຂຽນແບບໃດກໍເຂົ້າໃຈຢູ່ແລ້ວນອກຈາກເຈັກແກວຢາກເປັນລາວຈີ່ງບໍເຂົ້າໃຈພາສາລາວ
໒໓.Tom Chanthaoudom: ຕາມຮູ້ແລະໄດ້ສຳພັດມາໃນການສຳມະນາ ດັບໃຫ້ສູນຮ່ອງຮອຍເກົ່າອັນເນົ່າເໝັນ ນີ້ກຳລັງມາເຖິງແນ່ນອນແລ້ວ ແມ່ນບໍ?
໒໔. Phusee Viengsone : ພວກເຮົາຄິດວ່າເອເຊັຍເສຣີປ່ຽນແປງການຂີດຂຽນພາສາລາວຕາມແບບສປປລ.ຟັງເຫດຜົລບໍ່ຂື້ນເພາະປ໋ຽນເພື່ອໃຫ້ຖືກໃຈລະບອບລາວຄມນ.ແລະຫັນຫລັງໃຫ້ຄວາມຖືກຕ້ອງ.
໒໕.Bouakeo chansombat : ວິທະຍຸ RFA ນີ້ກິນເງີນພາສີຂອງປະຊາຊົນ America ຢູ່
ປະເທດເສຣີ ບໍສົມຄວນຈະເອົາພາສາລາວທີ່ບໍ່ຢູ່ໃນຫລັກສູດພາສາຊາດມາໃຊ້. ຖ້າຄົນຢູ່ ສປປລ
ບໍ່ຮູ້ອ່ານບໍ່ໄດ້ ກໍໃຫ້ເຂົາເຈົ້າຮຽນໃໝ່.
໒໖.: Sydney Bodyaction : ຄົນລາວຕອ້ງໃຊ້ພາສາລາວບໍແມ່ນ ສາ ສາແກວແດງຄອນມິນີສກີນໝາ
໒໗.freedom Cumphone : ຂໍຮຽກຮອ້ງມາຍັງເພືອນມີດສະຫາຍທຸກຄົນຜູ້ທີຍັງຮັກຊາດລາວແລະຄວາມເປັນລາວຈົ່ງອອກໄຊ້ຄຳຄີດຄຳເຫັນກຽ່ວກັບເອເຊັຍເສຣີຈະປຽ່ນແປງພາສາລາວແບບແຕ່ກອ່ນມາໄຊ້ພາສາລາວແກວໂບອບຊາດຫມານີ້ແຜ່ຂະຍາຍຕໍໄປໃນດີນແດນເສຣີ ພວກເຮົາຄົນລາວເວົ້າພາສາລາວພວກຈະບໍຍອ້ມຂົ້ມຫົວໄຫ້ຄົນໃດຜູ້ໃດຈະມາປຽ່ນແປງພາສາການປາກເວົ້າແລະຂີດຂຽນຂອງພວກເຮົາຢາງເດັດຂາດພີ້ນອ້ງ ທຸກຄົນສາມາຄີກັນຄັດຄາ້ນສົງຂໍ້ຄວາມເຖີງRFAໄຫ້ພວກມັນຮູ້ພວກເຮົາບໍເຄີຍຢາ້ນກົວພັກລັດລາວແດງ ອອກມາພີ້ນອ້ງສາມາຄິ ສູ້ໆໆໆໆໆໆ
໒໗. Bounleuam Vanarhy : ຂໍພໍຈໍ ເຫັນດີ ເຕັມ 100% ກັບຫົວເລື່ອງນີ້. ບໍ່ມີຄວາມຈໍາເປັນຫຍັງ ຈະໄປປ່ຽນ ພາສາ ການປາກເວົ້າແລະຂີດຂຽນພາສາລາວ ມັນສົມບູນ ແລະຖືກຕ້ອງຕາມຫຼັກໄວຍະກອນລາວ ມາແຕ່ດືກດໍາບັນແລ້ວ. ຂໍພໍຈໍ ບໍ່ເອົາ ພາສາລາວ ອອກມາຈາກຖໍ້າເມືອງວຽງໄຊ ຂອງ ສະຫາຍພູມີ ວົງວິຈິດ. ຮັກສາພາສາລາວ ໃນສມັຍເກົ່າ ກ່ອນປີ ຄໍສໍ 1975 ໄວ້ໃຫ້ຍາວນານ ແລະ ໝັ້ນຄົງຕລອດໄປ.
໒໘.Viman Sitama : ຂໍສົມທົບ ສົ່ງເຖີງເອເຊັຍເສຣີແນ່.
ພວກທ່ານ….ໝາຍເຖີງເອເຊັຍເສຣື ເປັນສຳນັກນື່ງທີ່ຢູ່ກັບຄວາມຖືກຕ້ອງກັບລາວນອກມາຕລອດ…ຢູ່ໆຈະປີ້ນການເມືອງແບບໄປສົມຍອມນຳຄມນ.ຂໍບອກວ່າຜິດຫວັງໃນອຸດົມການຂອງພວກທ່ານ ອີກຢ່າງນື່ງຢູ່ອມຣກ.ກໍແມ່ນດີນແດນເປັນແບບພີມຂອງສິດເສຣີພາບປຊທປຕ. ເຂົາໃຫ້ທຸກຢ່າງທີ່ເປັນຜູ້ອຸ້ມຊູມາຕລອດ(ແມ່ນເງີນພາສີຂອງອມຣກ.) ສນັ້ນພວກເຮົາຂໍໃຫ້ພວກທ່ານດຳເນີນການຂຽນພາສາທ່ມີຫລັກໄວຍະກອນຂອງຊາຕລາວເຮົາທີມີນັກປຣາຊຣາຊບັນດິດຈົນມີສະຖາບັນຫຼັກໆຜ່ານເຫດຜ່ານຜົລເຄົ້າມູນພາສາຊາຕຂອງລາວເຮົາໄວ້…ສປປລ.ເພີ່ນເຂົ້າມາມີອຳນາຕ ເພີ່ນມ້າງໄວຍະກອນ ຈົນວ່າ48ປີການສືກສາຕົກຕຳ່ໄດ້ທີ່ໂຫຼ້ໃນອາຊຽນ ນັ້ນລະຄືຄວາມບໍ່ຖືກຕ້ອງແລ້ວພວກທ.ຈະໄປຢືນຢູ່ຈຸດນັ້ນບໍ…ຂທານນຳພວກທ່ານຈົ່ງຢືນຢູ່ຈຸດເດີມ ຂຈ.
໒໙.Sandylao lao: ຢູ່ໆເອເຊັຍເສຣີເພີ່ນຈະປ່ຽນຈຸດຢືນເລື້ອງການຂຽນພາສາລາວໄປຂຽນແບບຂອງສປປລ.
.48ປີຜ່ານມາຂພຈ.ມີຄວາມອົບອຸ່ນ ດ້ານການຂີດຂຽນພາສາລາວຢ່າງນ້ອຍກໍຍັງມີວິທຍຸເອເຊັຍທີ່ຍັງຮັກສາແບບເກົ່າໄວ້ຕາມໄວຍະກອນລາວຊື່ງຣາຊບັນດິຕສະພາໄດ້ແຕ່ຂື້ນຕາມຂອບເຂດພຣະຣາຊໂອງການເລກທີ໑໐ລລົງງວັນທີ໒໗ມະກະຣາ໑໙໔໙. ຊື່ງມີຣາຊບັນດິຕສະພາລາວ ແມ່ນທ.ສາສຕຣາຈານ ສົມຈີນ ປ.ງີນ ເພີ່ນມີພູມຮູ້ສຸງຄົ້ນຄ້ວາທັງພາສາລາວແລະພາສາໄທ.
ຂ່າວນີ້ເໝືອນພວກເຮົາໄດ້ຖືກປະຖີ້ມໃຫ້ຢູ່ໂດດດ່ຽວດຽວດາຍພວກເຮົາພັດພາກຈາກບ້ານເກີດເມືອງນອນມາແລ້ວຍັງມາເປັນກຳພ້າດ້ານການຂີດຂຽນພາສາລາວອີກ ຖ້າເປັນໄປໄດ້ຢາກຂໍຮ້ອງ ໃຫ້ເອເຊັຍເສຣີຢືນຢູ່ຈຸດເດີມດັ່ງທີ່ເພີ່ນເຄີຍປະຕິບັດມາແຕ່່ກ່ອນ ພໍໄດ້ເປັນເພື່ອນຂອງຄົນລາວຕ່າງແດນ…
໓໐.S ທີ່ເກີດN:ມາກັບແຜ່ນດິນ,ແຕ່ໄດມາໄຊ້ພາສາອັນເດີມເຄົ້າຂອງລາວເຮົາແບບເກົ່າ,ແລ້ວຈະໄປປ່ຽນແປງພາສາລາວແບບພັກລັດຂຽນນັ້ນ,ຂ້າພະເຈົ້າບໍ່ເຫັນດີນຳ. ໄຫ້ໄຊ້ພາສາລາວແບບດັ້ງເດີມນີ້ແລະ.
໓໑.Loka Nouwatti : Michael Luangpakdy ແມ່ນຄວາມເຈົ້າວ່າຫັ້ນແຫລະ ໜີອອກຈາກພວກໝູ່ມານຫວິດແລ້ວຍັງມາຮັບໃຊ້ພວກໂຈນອີກ ນ່າສົມເພດເວທນາແທ້ໆຄວາຍຍັງສລາດກວ່າຄົນຈຳພວກນີ້ອີກ!
໓໒.Micheal Luangpkady :ສະບາຍດີທາ່ນອຸ່ນແກ້ວແລະນອ້ງສຖພັດຕາ,ຢາກຂໍຖາມທັງສອງຄົນສຸເຈົ້າວ່າແາຈານຄົນນີ້ເວົ້າຢູ່ບໍກຽ່ວກັບພາສາລາວ.
໓໓.Silxay Sanaatham : ຂຽນພາສາລາວແບບຕາມໃຈຊອບ ບໍ່ມີຫລັກໄວຍະກອນ…..ແກວພຍາຍາມທຳລາຍພາສາລາວ ພວກນີ້ຮັບໃຊ້ແກ່ໂດຍກົງ ຊ່ອຍແກວຢຶດເອົາດິນແດນລາວແບບເຂົາເຄີຍເຮັດຜ່ານມາ.
໓໔.Net. Visaysak : ມັນເປັນຄົນຫວຽດ ມັນເຂົ້າມາແຊກແຊງໄຫ້ແຕກແຍກ ຫົວນິຍົມຄອມມຸຍນິດ 😡ແຕ່ກິນເງິນພາສີ ຂອງໂລກເສຣີ ສັນດານມັນກັດບໍ່ເລີກບໍ່ແລ້ວ ຕ້ອງໄດ້ນໍາມາທໍາລາຍໄຫ້ແຕກແຍກ ມີຫຍັງທີ່ພາສາລາວເວົ້າບໍ່ເຂົ້າໄຈກັນ? ນອກຈາກມັນຈົງໄຈ ຢາກມາສ້າງຄວາມວຸ້ນວາຍ.
໓໔.Boun Euang Chounramany : ພາສາລາວເກົ່າເປັນພາສາຮັ່ງມີ ມີກົດໄວຍະກອນ ຖືກຄົ້ນຄວ້າຂຶ້ນມາຈາກນັກບັນດິດ ນັກປຣັຊຍາ ນັກອັກສອນສາດ ບໍ່ແມ່ນຂຽນໄປຕາມສຽງ ຢາກຂຽນຈັັງໃດກໍຂຽນໄປ (ຊາດໃດທີ່ພາສາບໍ່ມີໄວຍະກອນ ແມ່ນຊາດທີ່ອ່ອນແອ)
໓໖.Catherine Saysamone Ditthavong : ເຮັດເພື່ອໄຜ ບໍ່ແມ່ນເພື່ອຄົນລາວດອກ ພວກເຮົາຄົນລາວມີພາສາ ມີປະເພນີມາແຕ່ດັ່ງເດີມ ບໍ່ຕອ້ງການໄຫ້ພວກກະບົດຊາດມາປຽ່ນແປງ. ພວກ ຫົວໜ້າ RFA ທີ່ບໍ່ແມ່ນຄົນລາວຊຳ້ ມີຊິດອີ່ຫຍັງຈື່ງຈະມາປຽ່ນແປງພາສາຂອງຄົນລາວ? ພີ່ນອ້ງຕອ້ງລຸກຂື້ນມາສະແດງຄວາມບໍ່ດີໄຈຊວ່ຍກັນໄຟມອດພີ່ນອ້ງ🙏
໓໗.Phougneun Sayachak : ການຈັດຕັ້ງຂອງລາວຢູ່ຕ່າງປະເທດຄວນເຮັດໜັງສືຂັດຄ ສົ່ງໃຫ້ອຳນວຍການຜະແນກພາສາລາວເພື່ອຢຸດຕິການກະທຳດັ່ງກ່າວ
໓໘.Phosy sackda: ສບາຍດີ ທຸກທ່ານ. ໄດ້ອ່ານຂໍ້ຄວາມຂອງ ນ້ອງສີສົມເດດສົ່ງອອກຕໍ່ສັງຄົມ ກ່ຽວກັບ ການຂຽນ ແລະ ເວົ້າພາສາລາວ ວ່າ ທາງການ ສປປລມີການປ່ຽນແປງຮູບແບບຫລັກສນະໄຫມ່. ຂ້າພະເຈົ້າ ກໍສະເທືອນໃຈເຊັ່ນດຽວກັນ ສີ່ງທີ່ເຮົາມີແລ້ວ , ໄຊ້ມາແລ້ວຫລາຍວັຕຕະວັດ ກໍຖືກລົບລ້າງ. ນີ້ ແຫລະ ຄື ສີ່ງທີ່ ລັດທິຜະເດັດການກອມມູຍນີສເສັກສັນປັ່ນແຕ່ງຂື້ນມາ ເພື່ອມ້າງເພ ສີ່ງດີໆ ທີ່ບັນພຣະບູຣຸດລາວໄດ້ສ້າງໄວ້. ແຕ່ ຂ້າພະເຈົ້າຄິດວ່າ ສີ່ງພວກເຂົາທຳໄປນັ້ນ ເພື່ອສ້າງໃຫ້ສະຖານະການປັ່ນປວນ ໃນດ້ານສັງຄົມ ວັທະນາທັມລາວຢ່າງໃຫ່ຽຫລວງ. ທຸກວັນນີ້ ສີ່ງທີ່ ພີ່ນ້ອງຊາວລາວ ທັງພາຍໃນ ແລະໃນທົ່ວໂລກ ຄວນປະຕິບັດ ກໍຄື ຢ່າພຍາຍາມໃຫ້ຄວາມສຳຄັນ ຫລືສົນໃຈໃນສີ່ງທີ່ເຫັນວ່າ ເປັນສີ່ງກີດກັ້ນເຈຕຕະນາຣົມຂອງປະຊາຊຊົນລາວເລີຍ, ພວກເຮົາຊາວລາວທີ່ຮັກຫອມຄວາມເປັນລາວ ຈົ່ງທຳຫນ້າທີ່ ກູ້ກຽດແລະສັກສີ ຂອງຄວາມເປັນລາວໃຫ້ສຳເຣັດ, ຂໍໃຫ້ ພີ່ນ້ອງຊາວລາວຖືເສັຍວ່າ ລັດທິທີ່ຂອບງຳປະເທດລາວໃນປະຈຸບັນນີ້ ຄື ລັດທິ ກີນຊາດ ກືນແຜ່ນດີນ ກືນກີນສະຕິປັນຍາຂອງປະຊາຊົນ ທີ່ບໍ່ມີທາງເລືອກ. ພາກປະຕິບັດຂອງພວກເຂົາໃນປັດຈຸບັນນີ້ ຄື ການຊ້ຳເຕີມຄວາມເຈັບປວດ ແລະ ເພີ້ມການສ້າງສັດຕຼູ ຂື້ນທຸກວັນ ສັດຕຼູຂອງເຂົາຄືໃຜ ? ຄືປະຊາຊົນລາວ ນັ້ນເອງ !. ໂດຽທີ່ ພວກເຂົາບໍ່ສືກສາວ່າ ປະຊາຊົນໃນຊາດ ຈົ່ງຮັກພັກດີ ຫລື ກຽດຊັງຣະບອບນີ້ພຽງໃດ? ຖ້າພວກເຂົາຍັງບໍ່ຕື່ນຕົວ ກໍຫມາຍຄວາມວ່າ ເປັນມານຸດພຽງແຕ່ຫນ້າເທົ່ານັ້ນ ແຕ່ຄວາມນືກຄິດ ບໍ່ຕ່າງຫັຽງກັບສັດເດັຍຣະສານ ທີ່ບໍ່ຮູ້ພາສານຄົນ. – ພົບກັນໄຫມ່.
໓໙. Sisay Chanthavixay : ພາສາລາວ ຣະບົບການສຶກສາລາວຖຶກ ປ່ຽນແປງໃນຖໍ້າວຽງໃຊ (ວຽງໃຊ ແມ່ນຊື່ຫລີ້ນຂອງໄກສອນພົມວິຫານ ) ຍ້ອນ ກຸ່ມຄນະປະຕິວັດ ໄດ້ໄຊຊນະໃນການລົ້ມລະບອບປະຊາທິປະໄຕ ພວມມີການພັທນາ ມິການປ່ຽນແປງຄັ້ງໃຫຍ່ ມີຫຍັງແດ່ : ປ່ຽນແປງໄວຍາກອນ ຕົວອັກສອນ ວິທິອ່ານ ວິທິຂຽນຄໍາສັບ ປະກອບສ້າງຄໍາສັບ ໃຫມ່ ຂຽນແບບໃຫມ່ຕາມຫລັກການສຶກສາເຂດປົດປ່ອຍ ໂດຍແມ່ນ ພຍາ ພູມີ ວໍຣະຈິດ ເປັນຫົວຫນ້າ ແລະ ສຶບທອດຕໍ່ກັນມາ: ວິກິດ ປ່ຽນມາເປັນ ຍໍ້ທໍ້, ມະຫາວີທະຍາລັຍ ປ່ຽນມາເປັນ ມະຫາໄລ. ອາເມຣິກາ ປ່ຽນມາເປັນ ເມກາ. ກັມ ເປັນມາເປັນ ກໍາ. ນາຍຄຣູ ປ່ຽນມາເປັນ ອ້າຍຄູ ເອຶ້ອຍຄູ ພໍ່ຄູ ແມ່ຄູ. ວິຣະບຸຣຸດ ປ່ຽນເປັນ ວິລະບຸລຸດ, ໃຈ້ແຍກ ປ່ຽນມາເປັນປາດໃຈ້ ໆລໆ……………ກະຊວງສຶກສາ ສປປລາວ ບໍ່ໄດ້ ປະກາດປ່ຽນພາສາລາວ ແຕ່ ຂຽນປຶ້ມ ສອນກັນໂລດ ມັນເລິ້ມປ່ຽນແຕ່ ສໄມສຶກສາໃນເຂດປົດປ່ອຍ ມາເຖິງປັດຈຸບັນ…..ເສົ້າໃຈ !!!!ພາສາລ້າຫລັງ ສອນໃຫ້ຄົນ ເປັນຄົນໂງ່ ຊັກຊ້າ.
ທອງລຸນ ສິສຸລິດ ກໍເປັນ ອາດິດ ຄູ ປະຊາສຶກສາ ຄູ ບໍ່ມີສາຍຄາສຖານບັນ ພຽງໃນຖໍ້າ ກໍໄຫລເຕົ້າມາດປັນຮອດປະທານປະເທດ ສົມບູນຕາມເງື່ອນໄຂ ຊາດລາວດັບ ປະເທດສູນເສັຍ
໔໐.ລູກນໍ້າກັດພູພຣະຫານ: ຂໍ້ສັງເກດ!ໄດ້ຕີດຕາມລາຍການວິທະຍຸເອເຊຍເສລີເປັນປະຈຳ ສັງເກດເຫັນວ່າ ມີປະກົດການໃຫມ່ ກໍຄື ມີນັກຂ່າວຄົນນື່ງ ຈະເນັ້ງຫນັກໄປເຮັດຂ່າວແບບດຽວໃນລາວ ກໍຄື ເຮັດຂ່າວລາຍງານດອກໄມ້ ໂຄສະນາແຕ່ສີ່ງທີບັນລຸຜົນ ຂ່າວແຕ່ສີ່ງດີໆ ສ່ວນບ່ອນໃດມີບັນຫາ ບໍເຄີຍໃຫ້ຄວາມສົນໃຈ ບ່ອນໃດມີການຮຽກຮ້ອງ ບ່ອນໃດຍັງທຸກຍາກຈະບໍ່ມີການກ່າວເຖີງ ມີແຕ່ຍ້ອງຜູ້ນັ້ນ ຍ້ອງຜູ້ນີ້ ເກັງກ້າສາມາດ ສະລູບແລ້ວ ແມ່ນເຮັດຂ່າວແບບດຽວໃນສະຖານີວິທະຍຸແຫ່ງຊາດ ໂທລະພາບແຫ່ງຊາດ ລາຍງານດອກໄມ້ໄປເລີຍ ທີ່ນັກຂ່າວບາງຄົນໃນສະຖານີເອເຊຍເສລີໃນປັດຈຸບັດ ແທນທີຈະໃຫ້ມີການປຽບທຽບລະຫວ່າງຜະເດັດການກັບເສລີ ດຳຂາວ ຂ່າວຍ້ອງຍໍ ແລະຂ່າວເປັນຈີງ ອັນນີ້ເຮັດຂ່າວທາງປີ້ນ ໄປໂຄສະນາໃຫ້ທາງການເປີດກ້ຽງ???
໔໑.Viraboun Sokhanthong : ຂໍແຈ້ງເຕືອນທຸກໆອົງກອນການຈັດຕັ້ງໄນທົ່ວໂລກ,ຈະເປັນອົງກອນ,ອົງການທີ່ຂ້າພະເຈົ້າສັງກັດຢູ່,ຫືລເປັນທີ່ຮູ້ກັບຂ້າພະເຈົ້າຢູ່ກໍດີ,ຫາກບໍ່ມີທ່າທີທໍາຈົດໝາຍເປັນທາງການໄປຕໍ່ວ່າຫລືປະທ້ວງ ສຖານີເອເຊັຽເສຣີຫລືRFA ຂ້າພະເຈົ້າຈະລາອອກທັນທີແລະຈະບອກຜູ້ຄົນຢ່າໄດ້ເຂົ້າໄປຟັງ..
*ອາຈານສຸລັງ ເດຊວົງສາ~ນັກຄົ້ນຂວ້າພາສາສາດ~ຊ່ຽວຊານພາສາລາວ~ຜ່ານການສືກສາໂອບຣົມຈາກມະຫາວິທະຍາລັຍຊື່ດັງຂອງຝຣັ່ງເສດ”La Sorbonne”~ອາຈານສອນຄະນິດສາດ ແລະພາສາລາວ~ນັກຂ່າວວິທະຍຸຝຣັ່ງສາກົນ:
