“ ຄວາມບໍ່ເທົ່າທຽມກັນທາງເພດໃນປະເທດລາວ”~ ຂ່າວຈາກມຸນນິທິມະນຸດສະຍະ~ Manushya Foundation

https://www.facebook.com/100066378376617/posts/pfbid0385HjeEZPviNmAXTuX7gGtoJorU6mj4BDG4ZYk9Xww9De7p62VoShZVvE9apb4tyPl/

ຄວາມບໍ່ເທົ່າທຽມກັນທາງເພດໃນປະເທດລາວ ເປັນບັນຫາທີ່ຊັບຊ້ອນ ເຊິ່ງສາມາດສົ່ງຜົນກະທົບຕໍ່ຊີວິດຂອງຜູ້ຕົນໃນດ້ານຕ່າງໆ ດັ່ງທີ່ທຸກຄົນຮູ້ ສັງຄົມຊາຍເປັນໃຫຍ່ ຢູ່ຄູ່ກັບສັງຄົມລາວມາດົນ ບໍ່ແປກທີ່ຈະເກີດການບໍ່ເທົ່າທຽມທາງເພດຂຶ້ນ.

.

ທາງດ້ານການສຶກສາ ມີຄວາມແຕກຕ່າງລະຫວ່າງເພດເກີດຂຶ້ນ ເຖິງວ່າຈະມີຄວາມພະຍາຍາມເພີ່ມການເຂົ້າເຖິງທາງດ້ານການສຶກສາຂອງເດັກຍິງ ແຕ່ກໍຍັງມີບາງພື້ນທີ່ທີ່ເດັກຍິງຕ້ອງປະຖິ້ມ ແລະ ເສຍໂອກາດທາງການສຶກສາ ຍົກຕົວຢ່າງໃນເຂດຊົນນະບົດ ທີ່ເດັກຍິງແຕ່ງງານຕັ້ງແຕ່ຍັງນ້ອຍ, ຄວາມເຊື່ອທີ່ວ່າລຼກສາວຕ້ອງຊ່ວຍຄອບຄົວເຮັດໄຮ່ນາ… ເຊິ່ງບັນຫາເຫຼົ່ານີ້ເຮັດໃຫ້ເດັກຍິງບໍ່ສາມາດຮຽນຕໍ່ໄດ້.

.

ການຈ້າງງານໃນປະເທດລາວ ອຳນວຍໂອກາດໃຫ້ຜູ້ຊາຍຫຼາຍກວ່າ ໂດຍສະເພາະໃນຕຳແໜ່ງທີ່ສູງ ຫຼື ຕຳແໜ່ງທີ່ມີໜ້າທີ່ຕັດສິນໃຈ, ຜູ້ຍິງຈະໄດ້ຮັບຄ່າຕອບແທນທີ່ຕ່ຳ ແລະ ມີຊື່ສຽງໜ້ອຍກວ່າ. ລວມໄປເຖິງບົດບາດທາງດ້ານການເມືອງໃນປະເທດລາວມີຜູ້ຍິງຢູ່ໜ້ອຍເກີນໄປ ເຮັດໃຫ້ພູມີທັດທາງການເມືອງຍັງຂາດຄວາມສົມດຸນທາງເພດ ເຊິ່ງສົ່ງຜົນຕໍ່ມຸມມອງທີ່ຫຼາກຫຼາຍໃນຂະບວນການຕັດສິນໃຈ.

.

ຄ່ານິຍົມທາງສັງຄົມ ແລະ ຄວາມຫ່າງໄກທາງພູມີສາດ ຜູ້ຍິງອາດຜະເຊີນກັບບັນຫາດ້ານສຸຂະອະນາໄມ ການຮັກສາພະຍາບານ ການວາງແຜນຄອບຄົວ ແລະ ການເກີດລູກທີ່ປອດໄພ. ຄວາມຮຸນແຮງທາງເພດ ແລະ ການຄ້າມະນຸດ ເກີດກັບຜູ້ຍິງລາວຫຼາຍກວ່າ ເນື່ອງຈາກບັນຫາທີ່ກ່າວມາກ່ອນໜ້ານີ້.

.

ທາງດ້ານກົດໝາຍ ເຖິງວ່າຈະມີການປັບປຸງກົດໝາຍເພື່ອຈັດການກັບຄວາມບໍ່ເທົ່າທຽມທາງເພດ ແຕ່ການບັງຄັບໃຊ້ ແລະ ການໃຫ້ຄວາມຮູ້ແກ່ຊຸມຊົນຍັງບໍ່ພຽງພໍ, ການບັງຄັບໃຊ້ກົດໝາຍທີ່ສົ່ງເສີມຄວາມເທົ່າທຽມທາງເພດຈຳເປັນຕ້ອງໄດ້ຮັບການເອົາໃຈໃສ່ ແລະ ໄດ້ຮັບການສະໜັບສະໜຸນຫຼາຍກວ່ານີ້.

#WeAreManushyan 

∞ ມະນຸດເທົ່າທຽມກັນ ∞ Equal Human Beings 

#WhatsHappeningInLaos

#ຖ້າການເມືອງລາວດີ