“ອານຸສາວະຣີ ຊ້າງ ໓ຫົວ ທີ່ຝຣັ່ງເສດ“~ຮູບພາບຈາກອີນທະວົງ ຣັດທິປັນຍາ

ນີ້ແມ່ນ”ອານຸສາວະຣີ ຊ້າງ ໓ ຫົວ ທີ່ຝຣັ່ງເສດ ເມືອງບຸດຊີ ແຊງຊອກ ເຂດ ໗໗ ຊານນະຄອນຫຼວງປາຣີສ “ຢູ່ຝຣັ່ງເສດ ໃນເມືອງນື່ງໃນເຂດ ໗໗ ຊານນະຄອນຫຼວງປາຣີສ ເມືອງທີມີວັດຂອງຊາວລາວອົພຍົບໜີພັຍຄອມມຸນີສ “ວັດເວລຸວະນາຣາມ”,ຊາວລາວ ກໍໄດ້ສ້າງອານຸສາວະຣີ”ຊ້າງສາມຫົວຂື້ນ ໃນວົງວຽນປະເທດລາວ~Rond point du Laos~77600 Bussy Saint Georges France~ໄດ້ຮັບອານຸຍາດຈາກທາງເມືອງບຸດຊີ ແຊງຊອກໃຫ້ຕັ້ງ”ຊ້າງສາມຫົວໃວ້ທີ່ນັ້ນ,ຖ້າໃຜໄດ້ມາທ່ຽວທາງປາຣີສ ແລະມາໃຫວ້ພຣະທີ່ວັດລາວ ຢູ່ລືມໄປຊົມ”ອານຸສາວະຣີ ຊ້າງສາມຫົວ ຂອງຊາວລາວ ທີ່ປາຣີສໄດ້ (ພາບຈາກອີນທະວົງ(ແອດ) ຣັດທິປັນຍາ ນັກຂ່າວຈຳປາເມືອງລາວ)