ຟັງດ້ວຍຫູ ດູດ້ວຍຕາໃຫ້ພິຈາຣະນາດ້ວຍໃຈ(ຈາກສຽວສະຫວາດ) ທ່ານຈົ່ງຟັງຖີ່ຖ້ວນ ຂະບວນແຫ່ງຄວາມຈິງເອົາໜ່ວຍຕາຕອງຫຼິງ ລໍ່າແລຮຽນຮູ້ເອົາປັນຍາແຍງເບື້ອງ ເຍືອງເຖິງຖາມໄຖ່ພິບໄຫວໄວສ່ອງສິ້ງ ຄະນິງຮູ້ໄຕ່ຕອງ ເອົາເນີ ການທີ່ຟັງບໍ່ແຈ້ງ ແສງສ່ອງສາຍຕາ ບໍ່ເຫັນໃຈເປັນເວນວົນອຸກ ອັ່ງອົມອາຍເອົ້າເອົາອາຣົມງົມມົ້ວ ມົວເມົາບໍ່ເປັນປ່ອງສະດ່ອງໄປບໍ່ຖືກໝ້ອງ ຊິໝອງໄໝ້ເມື່ອລຸນ ຮຸ່ງອາຣຸນລິເລີ້ມ ເລີຍເລົ່າມາເຖິງແສງຕາເວັນແຍງແສງ ສ່ອງໃຈເຂົາເຈົ້າເຂົາມາເຫັນວັນນີ້ ຄວາມຈິງແຈ້ງຈ່າງປ່າງທາງທີ່ເດີນຊ່າງເສົ້າ ເພາະໝູ່ເຈົ້າເຊື່ອເຂົາ ນັ້ນແລ ສາຣິກາປາກເວົ້າ ຮຽນຕໍ່ຕາມຄໍາສອນສອນໃຫ້ຟັງເປັນຄວາມ ແຕ່ລະວັນຫັນລີ້ນສາຣິກາຖແລງຫຼິ້ນ ຍິນດີເພາະຖືກບົ່ມສົມວ່າ..ຄວາມຄິດສັ້ນຂໍ້ຫລໍ້ ຍັງຍໍຍ້ອງວ່າດີ
Read more