ປະເທດລາວເປັນປະເທດໜຶ່ງທີ່ມີຄວາມຫຼາກຫຼາຍທາງຊົນເຜົ່າ ຈຶ່ງເກີດມີຫຼາຍຄວາມເຊື່ອຫຼາຍປະເພນີທີ່ນັບຖືກັນມາຍາວນານ ແລະ ບັນທັດຖານທາງວັດທະນະທຳກໍແຕກຕ່າງກັນໄປຕາມພູມມີພາກ ແລະ ຊຸມຊົນ ເຮັດໃຫ້ຫຼາຍໆຢ່າງເກີດມີຄວາມບໍ່ເທົ່າທຽມກັນມາແຕ່ດົນນານ. ປະເທດລາວຍຶດໝັ້ນໃນບົດບາດທາງເພດໂດຍມີຄວາມຄາດຫວັງຕໍ່ຜູ້ຊາຍ ແລະ ຜູ້ຍິງທີ່ຖືກກຳນົດໂດຍສັງຄົມເຊັ່ນ: ຜູ້ຍິງຕ້ອງກ່ຽວຂ້ອງກັບຄວາມຮັບຜິດຊອບໃນບ້ານເຮືອນ ໃນຂະນະທີ່ຜູ້ຊາຍຖືກຄາດຫວັງໃຫ້ຮັບບົດບາດນອກບ້ານ ບໍ່ວ່າຈະເປັນການກະສິກຳ ຫຼື ການຫາລ້ຽງຄອບຄົວ. ຄວາມລຶ້ງເຄີຍທີ່ປະຕິບັດກັນມາດົນ ເຮັດໃຫ້ເກີດຄວາມບໍ່ເທົ່າທຽມຈົນຮອດປັດຈຸບັນ ຈຶ່ງເຮັດໃຫ້ຜູ້ທີ່ຖືກຜົນກະທົບສ່ວນໃຫຍ່ຈະເປັນຜູ້ຍິງດັ່ງນີ້: 1. ໂອກາດໃນການສຶກສາ ແລະ ການຈ້າງງານ ເຖິງວ່າຈະມີຄວາມກ້າວໜ້າ ແຕ່ກໍຍັງມີຄວາມແຕກຕ່າງງໃນດ້ານການສຶກສາ ແລະ
Read more