ວິທີຂຽນກາພຍ໌(ກາບ)
“ຂອງເກົ່າບໍ່ເລົ່າມັນລືມ”
ແບບມະຫາ ສີລາ ວິຣະວົງສ໌
ວິທີຂຽນກາພຍ໌ບັນທັດລະ.7.ຄໍາ
ອົມພຸທໂທ ນະໂມເປັນເຄົ້າ
ຂ້າຊິເວົ້າ ກາພຍ໌ພະມຸນີ
ພະມຸນີ ຢູ່ຫົວເປັນເຈົ້າ
ເວົ້າເມືອໜ້າ ຍັງກວ້າງກວ່າຫລັງ
ອະນິດຈັງ ລູກຫລານເຕັມບ້ານ
ຢ່າຂີ້ຄ້ານ ປະຮີດຄອງທັມ
ໃຫ້ພໍ່າເພັງ ພາວະນາຢ່າຂາດ
ວິທີຂຽນກາພຍ໌ບັນທັດລະ.14.ຄໍາ
ໃຫ້ຕັກບາດຢ່າຂາດວັນສິນ ໃຫ້ກິນທານຈັງຫັນແມ່ອອກ
ເພິ່ນສອນບອກຢ່າເກີດໂມໂຫ ໂຕສອນໂຕຟັງເອົາຈຶ່ງໄດ້
ບາບຢູ່ໃກ້ບຸນນັ້ນຢູ່ໄກ ອະວິໄສຢ່າທໍາໄປໜ້າ
ແນວເຫລັກກ້າມັນຖືກຫີນຊາ ຝູງມັກສາຫມາຍຊົມນໍ້າໃຫຍ່
ລາງນົກໃສ່ມາຮ້ອງກໍ້າຂວາ ລາງນົກທາມາຮ້ອງບອກຊື່
ໃຫ້ຈື່ໄວ້ຕາມຮີດບູຮານ ຟັງຄວາມຫລານຈື່ເອົາເດີເຈົ້າ
ຍົກໃສ່ເກົ້າຄຸນພໍ່ບິຕາ ຄຸນມານດານົບຫາຢ່າຂາດ
ຢ່າປະຫມາດຄຸນແກ້ວທັງສາມ ເຂົ້າໃນຜາມຢ່າທັດດອກໄມ້
ບໍ່ແມ່ນໄຫວ້ຫາເຊື້ອຜີສາງ ບໍ່ແມ່ນທາງທີ່ດີເຫັນຊອບ
ຂ້ອຍຈຶ່ງຄອບຂໍໂຈະໄວ້ກ່ອນ ເຖິງບ່ອນບັ້ນວັນໜ້າພົບກັນ
02 ພະຈິກ 2023
ຈິຕ ໄຊຍະຄົມ