“ BreakingNews 🇱🇦 “ລາວ” ຈັບກຸມທະນາຍຄວາມດ້ານສິດທິມະນຸດສັນຊາດຈີນ ໃນຂະນະທີ່ກຳລັງຫຼົບຫນີຂ້າມໄປປະເທດໄທJusticeForLuSiwei “~ຂ່າວຈາກມຸນິທິມະນຸໄຊຍະ~Manushya Foundation

https://www.facebook.com/100066378376617/posts/pfbid0ign8Ejr8h1ppjez889ccVfDA3pN4gTQAc6wNthhbb9cB9b4BDiB9oPUmmdbjhS3kl/

BreakingNews 🇱🇦 “ລາວ” ຈັບກຸມທະນາຍຄວາມດ້ານສິດທິມະນຸດສັນຊາດຈີນ ໃນຂະນະທີ່ກຳລັງຫຼົບຫນີຂ້າມໄປປະເທດໄທ#JusticeForLuSiwei 

ທະນາຍຄວາມດ້ານສິດທິມະນຸດຊາວຈີນຖືກຍຶດໃບອະນຸຍາດ ແລະ ຖືກຈັບກຸມທີ່ປະເທດລາວ ໃນຂະນະດຽວກັນຍາດພີ່ນ້ອງຕ່າງຫວັ່ນເກັງວ່າລາວຈະຖືກສົ່ງຕົວກັບປະເທດຈີນ ແລະ ອາດຕ້ອງຖືກໂທດຕັດອິດສະລະພາບ. 

ລູ່ຊີເຫວີ່ຍ ຖືກເຈົ້າຫນ້າທີ່ລາວຄວບຄຸມຕົວຂະນະຕົນກຳລັງຈະຂື້ນລົດໄຟຂ້າມປະເທດໄທໄປທີ່ນະຄອນຫຼວງບາງກອກ (ກຸງເທບ) ແລະ ນັ່ງເຄື່ອງບິນໄປສະຫະລັດອາເມລິກາເພື່ອພົບເຈີກັບເມຍ ແລະ ລູກສາວທີ່ໄປປັກຫຼັກໃຊ້ຊີວິດເມື່ອຫຼາຍປີທີ່ແລ້ວ, ເຮັດໃຫ້ “ຈາງຊຸນສ້ຽວ” ເມຍຂອງລູ່ ພິມຂໍ້ຄວາມວ່າຕົນເອງຮູ້ສຶກເປັນຫ່ວງເຖິງຄວາມປອດໄພ ລາວອາດຖືກສົ່ງຕົວກັບຈີນ ແລະ ຖືກຕັດອິດສະລະພາບໃນທີ່ສຸດ.

ສຳລັບ ລູ່ຊີເຫວີ່ຍ ແມ່ນເຄີຍມີປະຫວັດເຮັດຄະດີອ່ອນໄຫວ ແລະ ຊ່ວຍເຫຼືອເລື່ອງຄະດີຄວາມໃຫ້ກັບຄົນທີ່ຕົກເປັນເປົ້າໝາຍຂອງເຈົ້າຫນ້າທີ່ລັດ ລວມເຖິງຜະລິດເຫຼົ້າແລ້ວເຮັດກາລຳລຶກເຖິງເຫດການການປະທ້ວງຮຽກຮ້ອງປະຊາທິປະໄຕທີ່ຈະຕຸລັດທຽນອັນເໝິນໃນປີ 1989 ແລ້ວໃນປີ 2021 ລາວກໍຖືກຍຶດໃບອະນຸຍາດດ້ານທະນາຍຄວາມຫຼັງເປັນຕົວແທນຕໍ່ສູ້ຄະດີໃຫ້ກັບນັກເຄື່ອນໄຫວຮຽກຮ້ອງປະຊາທິປະໄຕໃນຮົງກົງ (ຮ່ອງກົງ) ຄົນໜື່ງທີ່ພະຍາຍາມຫນີໄປໄຕ້ຫວັນ ປີຕໍ່ມາລາວກໍຖືກສັ່ງຫ້າມເດີນທາງອອກນອກປະເທດ. 

ດ້ານ ບັອບຟູ່ ຜູ້ກໍ່ຕັ້ງກຸ່ມ ChinaAid ອົງກອນດ້ານສິດທິມະນຸດທາງສາສະຫນາ ເຊິ່ງຕັ້ງສຳນັກງານຢູ່ທີ່ລັດເທັກຊັດ (Texas) ໃນສະຫະລັດອາເມລິກາເຜີຍວ່າ ລາວໄດ້ຕິດຕໍ່ກັບຄອບຄົວຂອງລູ່ເມື່ອ 2 ອາທິດກ່ອນເພື່ອຊ່ວຍເລື່ອງການຫຼົບຫນີອອກຈາກ ສປ ຈີນ ລູ່ຊີເຫວີ່ຍຍັງມີວີຊ່າເຂົ້າສະຫະລັດ ແລະ ສປປ ລາວ ເຖິງແມ່ນວ່າຈະຖືກທາງການເຝົ້າຈັບຕາຢູ່ ແຕ່ກໍບໍ່ໄດ້ມີຄະດີທາງອາຍາ ການຈັບກຸມນອກເຂດແດນ ແລະ ຢູ່ໃນພື້ນທີ່ລາວ ສະທ້ອນເຖິງລັດຖະບານປັກກິ່ງທີ່ໄລ່ລ່າຄົນເຫັນຕ່າງນອກປະເທດ

ພາຍໃຕ້ການບໍລິຫານປະເທດຂອງປະທານາທິບບໍດີສີຈິ້ນຜິງຂອງຈີນ ການເຄື່ອນໄຫວດ້ານສິດທິທາງກົດໝາຍຖືກຕົກເປັນເປົ້າໝາຍຢ່າງຫນັກ ໂດຍໃນປີ 2015 ທະນາຍດ້ານສິດທິມະນຸດ ແລະ ນັກເຄື່ອນໄຫວຫຼາຍຮ້ອຍຄົນຖືກຈັບກຸມ ເຊິ່ງຕໍ່ມາຮູ້ຈັກກັນດີວ່າ ”ການລ້ອມປາບ709” ຄ້ອງກັບວັນທີ 9 ກໍລະກົດ ເຊິ່ງເປັນວັນທີ່ເລີ່ມປະຕິບັດການ.

Source: Associated Press via ABC News 👉 https://abcnews.go.com/International/wireStory/rights-lawyer-fleeing-china-arrested-neighboring-laos-101763157

#WhatsHappeningInLaos #WeAreManushyan ♾️ Equal Human Beings

ລ່າສຸດ ຄຣີບກ່ຽວກຜບການຈັບກຸມ :

https://www.facebook.com/ManushyaFdn/videos/510516071258329/