![](https://lao-info.net/info/wp-content/uploads/2023/01/B9825C2C-7021-401A-A2FE-E3D982BE8E22-1024x576.jpeg)
ຄະນະບໍລິຫານງານສູນກາງພັກແຈ້ງເຫັນດີໃຫ້ ທ່ານ ຫງຽນ ຊວນ ຟຸກ ປະທານປະເທດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ລາອອກຈາກສະມາຊິກພັກ ແລະ ຕຳແໜ່ງປະທານາທິບໍດີ ຕາມຄຳສະເໜີຂອງທ່ານ ຫງຽນ ຊວນ ຟຸກ.
ຕາມການລາຍງານຂອງ Lao Dong ແລະ TTXVN ວັນທີ 17/01/2023 ທີ່ສຳນັກງານສູນກາງພັກ, ຄະນະບໍລິຫານງານສູນກາງພັກຊຸດທີ XIII ໄດ້ດຳເນີນກອງປະຊຸມພິຈາລະນາ ແລະ
ປະກອບຄຳເຫັນກ່ຽວກັບການເຂົ້າບຳນານຂອງ ທ່ານ ຫງຽນ ຊວນ ຟຸກ ປະທານປະເທດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ.
ທ່ານ ຫງຽນ ຊວນ ຟຸກ ເຂົ້າຮັບຕຳແໜ່ງປະທານປະເທດບໍດີຫວຽດນາມຕັ້ງແຕ່ວັນທີ 5 ເມສາ ປີ 2021 ແລະ ເຄີຍດຳລົງຕຳແໜ່ງນາຍົກລັດຖະມົນຕີ ໃນວັນທີ 7 ເມສາ 2016 ຫາ ວັນທີ 2 ເມສາ 2021.
ທ່ານເປັນຜູ້ນຳທີ່ສຳຄັນ ແລະ ປະຊາຊົນຫວຽດນາມເຄົາລົບ.