“ສາຍທາງມໍຣະນະ ຫຼືສາຍທາງໂຮຈິມີນ ທີແກວແດງວຽດນາມເໜືອບັງອາດສ້າງຂື້ນໃນຜືນແຜ່ນດີນລາວ”~ Ho chi minh Trail in Laos~ຈາກ Skyline Channel

“ສາຍທາງໂຮຈິມີນ ທີແກວແດງວຽດນາມເໜືອບັງອາດສ້າງຂື້ນໃນຜືນແຜ່ນດີນລາວ ໂດຍການສົມຮູ້
ຮ່ວມຄິດຂອງພວກກໍ່ການຮ້າຍແນວລາວແກວແດງຂາຍຊາດ”

ຄຣີບຈາກ ຈາກ Skyline Channel :

https://www.facebook.com/100045313002315/videos/687526000120297/

ານຖີ້ມຣະເບີດໃສ່ແກວແດງວຽດນາມເຫນືອ ຜູ້ລຸກລານ ທີລວງລໍ້າອາທິປະໄຕຜືນແດນດີນລາວ ມາສ້າງ”ສາຍທາງມໍຣະນະ ຫຼືສາຍທາງໂຮຈິມີນໃນລາວ”ໂດຍການສົມຮູ້ຮ່ວມຄິດຂອງພວກຜະເດັດການຄອມມຸນີສແນວລາວຂາຍຊາດ ໃນຜືນແຜ່ນດີນລາວ ກ່ອນການຍືດອຳນາດໃນປີ ໑໙໗໕!!

ຜູ້ທີບໍ່ຮູ້ຄວາມຈິງ ຄວນຮຽນຮູ້ປະວັດສາດຊາດລາວອັນແທ້ຈີງ”ການຖີ້ມຣະເບີດໃສ່ເຂດຍຶດຄອງຂອງພວກລຸກລານແກວແດງໃນດີນແດນລາວນັ້ນແມ່ນການຂໍຣ້ອງຂອງຮັຖບານແຫ່ງພຮະຮາຊອານາຈັກລາວ ຊື່ງແນວລາວຂາຍຊາດໄດ້ຊ່ວຍກອງທັບວຽດນາມເຫນືອເຂົ້າມາເອົາດີນແດນລາວສ້າງ“ທາງໂຮຈິມີນ“ເພື່ອນຳກອງກຳລັງແກວແດງຈາກພາກເໜືອ ລົງໄປຕີວຽດນາມໄຕ້ເສຣີ .ສນັ້ນເພື່ອຕັດກຳລັງຂອງວຽດນາມເຫນືອຜູ້ຮຸກລານ ແລະເພື່ອໃຫ້ການລຳລຽງນັ້ນອ່ອນລົງ ຈື່ງໄດ້ມີການຖີ້ມຣະເບີດໃສ່ພວກວຽດນາມເໜືອຜູ້ຮຸກລານ ຍ້ອນວຽດນາມເໜືອໄດ້ຖືກຖີ້ມຣະເບີດໃສ່ຢ່າງເຈັບແສບ ແລະແສນສາຫັດ ຈື່ງໄດ້ຫລີ້ນເລກົນແບບໃໝ່ ໃຫ້ລູກສະມູນແນວລາວຫົວເປັນແກວ ພວກຂາຍຊາດຍອມເຈຣະຈາໂຮມລາວໃນປີ໑໙໗໓-໗໔ ພໍໄດ້ມີໂອກາດເຂົ້າມາກໍທຳການເຮັດຮັຖະປະຫານ ຍຶດອຳນາດໃນປີ ໑໙໗໕ ໂດຍການນຳຂອງອົງຫຍຽນໄກຊົງ ຫລືໄກສອນ ແກວປອມມາເປັນລາວ ທາດແທ້ກໍແມ່ນແກວແດງຜູ້ລຸກລານ ອີກຊື່ນື່ງແມ່ນ “ອົງໄກສອນ~ລາວປອມ“ແກວປອມມາເປັນລາວ,ຫລາຍກອງພົນທະຫານແກວແດງເຂົ້າມາແບບລັບໆໃນວຽງຈັນ ແລະຫລວງພຣະບາງ ຈັບຄູ່ຮ່ວມສັນຍາໄປຂ້າຖີ້ມຫມົດໃນສູນສຳມະນາ ໖໘ ສູນທີສ້າງຂື້ນສະເພາະຂ້າຄົນຝ່າຍດສຣີ, ປຊຊລາວ ພໍ່ຄ້າ ທະຫານ ຕຳຣວດ ຮ່ວມທັງພຮະບາດສົມເດັດເຈົ້າສີສວ່າງ ວັທນາ,ເຈົ້າຍີງຄຳຜຸຍ ,ອົງມົງກຸດຣາຊກຸມານ ເຈົ້າຟ້າຊາຍ ວົງສວ່າງ ,ຫລາຍກວ່າ ໓໘ພັນກວ່າຄົນຖືກຂ້າໂຫດ ແລ້ວກະສະຖາປານາໂຕເອງຂື້ນຄອງອຳນາດແບບຜເດັດການ ໂດຍບໍ່ມີການເລືອກຕັ້ງໃດໆ ຢາກຈັບໃຜກະເຮັດຕາມໃຈ ເຂັນຂ້າປຊຊລາວ ການຈັບຕົວທ່ານສົມບັດ ສົມພອນ ທົ່ວໂລກທວງຖາມ ແຕ່ຜູ້ນຳຜະເດັດການລາວວຽດເຮັດຫູຫນວກ ຕາບອດ ບໍ່ຮູ້ ບໍ່ເຫັນ ບໍ່ສົນນຳຄວາມຮ້ອງ ຄຳຕິຂອງນານາຊາດ ແລະປະຊາຊົນລາວທັງຊາດ,ການຈັບກຸມ ບຸນທັນ ທຳມະວົງ ອະດິດຫົວຫນ້ານັກສືກສາລາວໂປໂລຍ ທີ່ໄດ້ປະທ້ວງຮຽກຮ້ອງໃຫ້ມີການປະຕິຮູບປະເທດໄປສູ່ເສຣີພາບປະຊາທິປະໄຕ ,ການຈັບກູມຄຸມຂັງຕິດຄຸເຖີງ ໒໐-໑໒ -໓ປີ ຂອງຊາຍໜຸ່ມຍີງໜຸ່ມລາວທີໄປເຮັດວຽກຢູ່ເມືອງໄທຍໃນຄວາມຜິດຖານລົງຂໍ້ຄວາມຕ້ານພັກລັດຊື່ໆ ແລະຜູ້ສຸດທ້າຍແມ່ນນາງໝ້ວຍ ທີຮຽກຮ້ອງໃຫ້ຊ່ວຍຜູ້ປະສົບພັຍນໍ້າຖ້ວມຊື່ໆ ກໍຖືກຕິດ ໕ປີ ແລະຖືກປັບໃໝ ໕ລ້ານກີບ.ມີຂ້າເຈົ້າເອົາຂອງຜູ້ອື່ນມາເປັນຂອງຕົນ ຕົວຢ່າງ: ໄດ້ປ່ຽນຊື່ ອະນຸສາວະຣີນັກຣົບເກົ່າ ມາເປັນປະຕູໄຊ ສໍຮາຊບັງຫລວງໃນຄນະນຳພັກລັດລາວວຽດທຳຣ້າຍປ່າໄມ້ ຂາຍຊັບສີນຂອງຊາດ ຂັບໄລ່ປຊຊເຂດຊົນະບົດໃຫ້ອອກທີທຳມາຫາກີນ ນຳເອົາແຮງງານຕ່າງຊາດມາຍາດວຽກເຮັດງານທຳຂອງຄົນລາວໃນຊາດ ຊື່ງສົ່ງຜົນໃຫ້ມີແຮງງານລາວອອກໄປຫາວຽກຢູ່ປະເທດໄທຍກວ່າຫຼາຍແສນຄົນ,“ລ່າສຸດແມ່ພາກັນໃຫ້ສຳປະທານແກ່ຕ່າງຊາດອັນແກວແດງ ແລະເຈັກແດງ ມີຂຸດເອົາບໍ່ຄຳ ບໍ່ແຫ່ຕ່າງໆໃນສປປລາວຢ່າງຫຼວງຫຼາຍ ເກືອບວ່າຊີບໍ່ມີອີກແລ້ວໃຫ້ລູກຫຼານໄດ້ຊົມໃຊ້ກັນໃນອານາຄົດ.ນີ້ລະຄວາມຈີງ ນັກຮຽນຮູ້ ປັນຍາຊົນ ພໍ່ແມ່ພີ່ນ້ອງຊາວລາວທຸກທົ່ວໜ້າ ຈົ່ງພາກັນເຊົາໃຫ້ຜູ້ນຳຜເດັດພັກລັດຈຸງດັງອີກຕໍ່ໄປ ພໍແລ້ວ ໔໘ປີຜ່ານມາ ພັກລັດກໍ່ກັມທຳເວນໄວ້ຢ່າງມະຫາສານໃຫ້ແກ່ຊາດ ແລະປຊຊລາວ ຈົງພາກັນລຸກຂື້ນທຳການເມີນເສີຍຕໍ່ການບົງການ ບໍ່ໃຫ້ການຮ່ວມມືໃດໆນຳພວກຜເດັດການ ໂຮມກັນເປັນນຳ້ນື່ງໃຈດຽວສູມໃສ່ໃຫ້ມີການປະຕິຮູບປະເທດຊາດ ຈີກສັນຍາມິຕພາບລາວ~ແກວ ໑໙໗໗ ນັ້ນຖີ້ມ ໃຫ້ຊາດລາເປັນປະເທດທີມີກຽດ ມີເອກຣາດ ເຄົາຮົບສິດທິມະນຸດ ມີເສຣີ ມີປະຊາທິປະໄຕ ອັນແທ້ຈີງຄືດັ່ງທຸກປະເທດໃນໂລກຂະເຈົ້າຊົມໃຊ້ ປະເທດລາວເຮົາຈຶ່ງຈະເລີນໄດ້ ແລະທຸກຄົນຈະຢູ່ຮ່ວມກັນຢ່າງສັນຕິ ອັນແທ້ຈິ່ງ ບໍ່ແມ່ນ ສັນຕິແບບສະບັບປາຍປືນຈີ້ຂອງຄນະກະບົດພັກລັດລາວວຽດໃນປະຈຸບັນ .ສູ້ ສູ້ ລາວໃນນອກຈົງເວົ້າເປັນສຽງດຽວ“ບໍ່ເອົາຜູ້ນຳຜເດັດການຄອມມຸນີສພັກລັດລາວຫົວເປັນແກວ“ ສູ້ໃຫ້ມີການປ່ຽນແປງຈາກຣະບອບຄອມມຸຍນີດຜເດັດການໄປສູ່ການເລືອກຕັ້ງຢ່າງເສຣີ “ລາວຮັກລາວ“. 

“ລາວຝ່າຍເສຣີ ໄດ້ເສັຍບັ້ນຣົບບັ້ນນື່ງເທົ່ານັ້ນໃນປີຍຶດອຳນາດ໑໙໗໕,ແຕ່ຍັງບໍ່ໄດ້ເສັຍປະເທດຊາດ ແລະປະຊາຊົນຄົນດີຂອງຊາດໄປໝົດເທື່ອ ພວກເຮົາ ຕ້ອງກູ້ກຽດຊາດ ນຳເອົາເອກຣາດ ແລະປະຊາທິປະໄຕອັນແທ້ຈີງກບຄືນມາໃຫ້ແກ່ຊາດ ແລະປະຊາຊົນລາວ – ປະເທດລາວຈື່ງມີສັນຕິພາບ ແລະຄວາມສງົບສຸກໃນອານສຄົດອັນແທ້ຈີງໄດ້“ຈີນແດງ ແລະອາດີດໂຊວຽດ ກໍຄືຣັດເຊັຍໃນປະຈຸບັນ ແມ່ນ ຂຸນເສີກບ້າເສີກສົງຄາມ ຍາມໃດ ກໍມາຍຸແຍ່ໃຫ້ລາວເຮົາແຕກຄວາມສາມັກຄີ ແລະສົ່ງເສີມຣັດທິອຸບາດຜະເດັດການຄອມມຸນີສ ໃຫ້ທຳລາຍແນວຄິດເສຣີໃນທົ່ວໂລກ ແມ່ນພວກກໍ່ການຮ້າຍສາກົນໃນຂນະນີ້.

ພວກເຮົາ ຂໍອຸທີດຕົນທຳພາຣະກີດຊາດ ຂັບໄລ່ນັກລ່າຫົວຂື້ນແບບໃໝ່ ກໍຄືແກວແດງໃຫ້ອອກຈາກປະເທດລາວ ເພື່ອນຳເອົາເອກຣາດ ແລະປະຊາທິປະໄຕ ອັນແທ້ຈີງກັບຄືນມາໃຫ້ຊາດ ແລະປະຊາຊົນລາວທັງຊາດ ໄດ້ຢູ່ເຢັນສງົບສຸກຕະລອດຊົ່ວກາລນານ.

ລາວອິສຣະຍຸກໃໝ່໒໑