“ອຳນາດການປົກຄອງບ້ານວັງແຂ້ ແຂວງສະຫວັນນະເຂດ ບຸກທຳລາຍມ້າງເພໂບດຄຣິສຕຽນ ແລະ ຈູດເຜົາທຳລາຍພະຄຳພີ.”~ຂ່າວຈາກມຸນນິທິມະນຸດສະຍະ~Manushya Foundation

https://www.facebook.com/100066378376617/posts/pfbid02u7MzodpZie7zbZddQpuamwGPFTwMaH721QQgF8BoiM4XVQC51VoKFznZE8yTCRNvl/
ອຳນາດການປົກຄອງບ້ານວັງແຂ້ ແຂວງສະຫວັນນະເຂດ ບຸກທຳລາຍມ້າງເພໂບດຄຣິສຕຽນ ແລະ ຈູດເຜົາທຳລາຍພະຄຳພີ. 

ອຳນາດການປົກຄອງບ້ານ ມີໜ້າທີ່ດູແລຄວາມເປັນລະບຽບຮຽບຮ້ອຍພາຍໃນບ້ານ ໄກ່ເກ່ຍຄວາມຂັດແຍ້ງ ແລະ ມີຄວາມເປັນກາງຕໍ່ລູກບ້ານ ແຕ່ກົງກັນຂ້າມກັບບາງບ້ານ ໂດຍສະເພາະແມ່ນບ້ານວັງແຂ້ ເມືອງຊົນນະບູລີ ແຂວງສະຫວັນນະເຂດ ທີ່ມີການໃຊ້ອຳນາດການປົກຄອງບ້ານໃນທາງທີ່ຜິດ.

ຜູ້ໃຊ້ Facebook ທີ່ມີຊື່ວ່າ Khone Prommasarn ໄດ້ເຜີຍແຜ່ໂພສທີ່ມີເນື້ອຫາວ່າ ອຳນາດການປົກຄອງບ້ານວັງແຂ້ ເມືອງຊົນນະບູລີ ແຂວງສະຫວັນນະເຂດ ໄດ້ເຂົ້າບຸກທຳລາຍໂບດຄຣິສ ແລະ ເຜົາທຳລາຍພະຄຳພີຕ່າງໆອີກຈຳນວນຫຼາຍ ໃນວັນທີ 4 ກຸມພາ 2024 ເວລາ 10:30 ຕອນເຊົ້າ, ເຊິ່ງບຸກຄົນທີ່ກໍ່ເຫດມີທັງນາຍບ້ານ, ເຖົ້າແກ່ແນວໂຮມ, ປ.ກ.ສ ບ້ານ ແລະ ກຸ່ມຄົນອີກຈຳນວນໜຶ່ງ, ທັງນີ້ ຍັງລົງລາຍຊື່ຂອງຜູ້ທີ່ກໍ່ເຫດໄວ້ພ້ອມ. ຄວາມເສຍຫາຍທີ່ເກີດຂຶ້ນແມ່ນ ອາຄານໂບດເສຍຫາຍ ໄມ້ຝາໂບດຖືກຮື້ຖອນອອກໄປ ຄຳພີຂອງໂບດຖືກເຜົາຈຳນວນ 3 ແກັດ ແລະ ເຄື່ອງກັ່ນຕອງນ້ຳຖືກທຸບ ແຕ່ສິ່ງທີ່ເສຍຫາຍທີ່ສຸດຄົງຈະແມ່ນຄວາມຮູ້ສຶກຂອງຊາວຄຣິສຕຽນບ້ານວັງແຂ້ ທີ່ສູນເສຍບ່ອນນະມັດສະການທີ່ສັດທາໄປ.

ສິ່ງນີ້ ຂັດກັບຫຼັກສິດທິມະນຸດສາກົນ ທີ່ສະຫະປະຊາຊາດວາງອອກເພື່ອຄູຸ້ມຄອງສິດທິມະນຸດຂອງທຸກຄົນໃນໂລກ ໃນຂໍ້ທີ່ກ່າວວ່າ “ທຸກຄົນມີສິດໃນການປ່ຽນສາສະໜາ ຫຼື ຄວາມເຊື່ອ ແລະ ມີອິດສະຫຼະພາບໃນການສະແດງອອກທາງສາສະໜາ ຫຼື ຄວາມເຊື່ອຂອງຕົນເອງໃນຊຸມຊົນ ຫຼືໃນພື້ນທີ່ສາທາລະນະ” 

#WeAreManushyan ♾ ມະນຸດເທົ່າທຽມກັນ

#WhatsHappeningInLaos

#ຖ້າການເມືອງລາວດີ #ລຖບຫຄ

ຄຣີບໃນເຫດການບຸກທຳລາຍມ້າງເພໂບດ :

https://www.facebook.com/ManushyaFdn/videos/1841963789598521/