“ໃນບໍລິບົດຂອງປະເທດລາວ ຄວາມບໍ່ໝັ້ນຄົງທາງການເມືອງອາດມີຜົນກະທົບຕໍ່ໄວໜຸ່ມ ເຖິງວ່າລາວຈະມີຄວາມໝັ້ນຄົງທາງການເມືອງໃນຊ່ວງທີ່ຜ່ານມາ…“~ຂ່າວຈາກມຸນິທິມະນຸດສະຍະ~Manushya Foundation

https://www.facebook.com/100066378376617/posts/pfbid0GCNLsemUUJm4HnDgv8fqZovELX78Cnpfk8e9ds4eTGfnmQHcx1ka8abyTp9xoxHdl/

ນບໍລິບົດຂອງປະເທດລາວ ຄວາມບໍ່ໝັ້ນຄົງທາງການເມືອງອາດມີຜົນກະທົບຕໍ່ໄວໜຸ່ມ ເຖິງວ່າລາວຈະມີຄວາມໝັ້ນຄົງທາງການເມືອງໃນຊ່ວງທີ່ຜ່ານມາ, ແຕ່ການເຂົ້າເຖິງຂໍ້ມູນໃນປັດຈຸບັນເຮັດໃຫ້ໄວໜຸ່ມສາມາດເຂົ້າເຖິງຄວາມເປັນປະຊາທິປະໄຕທີ່ແທ້ຈິງ ແລະ ບົດຮຽນການບໍລິຫານຂອງຫຼາຍໆປະເທດໄດ້ ພວກເຂົາຈຶ່ງຮັບຮູ້ຄວາມບໍ່ມີປະສິດທິພາບທີ່ລັດຖະບານກຳລັງພົບຢູ່ ເຊິ່ງມັນໄດ້ສົ່ງຜົນກະທົບທີ່ສຳຄັນຕໍ່ໄວໜຸ່ມທັງໄລຍະສັ້ນ ແລະ ໄລຍະຍາວດັ່ງນີ້:

1. ຄວາມບໍ່ໝັ້ນຄົງທາງດ້ານເສດຖະກິດ ຄວາມບໍ່ໝັ້ນຄົງທາງດ້ານການເມືອງ ມັກຈະມີຄວາມສຳພັນກັບຄວາມບໍ່ແນ່ນອນທາງດ້ານເສດຖະກິດ ຄົນໄວໜຸ່ມອາດພົບກັບຄວາມສ່ຽງໃນວຽກງານທີ່ໝັ້ນຄົງ ແລະ ໂອກາດທາງເສດຖະກິດທີ່ຖືກຈຳກັດ ເນື່ອງຈາກສະພາບແວດລ້ອມທາງການເມືອງທີ່ຜັນຜວນ.

2. ອັດຕາການຫວ່າງງານສູງ ຄວາມບໍ່ໝັ້ນຄົງທາງດ້ານການເມືອງ ຈະສົ່ງຜົນໃຫ້ອັດຕາການຫວ່າງງານສູງ ເຮັດໃຫ້ຄົນໜຸ່ມສາວຫາວຽກເຮັດໄດ້ຍາກ ຫຼື ຈຳເປັນຕ້ອງຮັບວຽກທີ່ມີຜົນຕອບແທນຕ່ຳ. ການຂາດໂອກາດໃນການຈ້າງງານອາດນຳໄປສູ່ຄວາມທໍ້ແທ້ ແລະ ຄວາມສິ້ນຫວັງໃນຄົນໄວໜຸ່ມ.

3. ການຢຸດສະຫງັກທາງການສຶກສາ ຄວາມບໍ່ໝັ້ນຄົງທາງການເມືອງ ສາມາດຂັດຂວາງການພັດທະນາຂອງລະບົບການສຶກສາໄດ້ ແລະ ສົ່ງຜົນຕໍ່ການເຂົ້າເຖິງການສຶກສາທີ່ມີຄຸນະພາບ. ສິ່ງທີ່ຕາມມາແມ່ນຊັບພະຍາກອນມະນຸດບໍ່ພຽງພໍ ອາດຈະຂັດຂວາງຄວາມສາມາດຂອງເຍົາວະຊົນໄວໜຸ່ມໃນການສຶກສາ ແລະ ການໄດ້ຮັບທັກສະທີ່ຈຳເປັນທີ່ຈະຕ້ອງໄດ້ໃຊ້ໃນອະນາຄົດ.

4. ການພັດທະນາໂຄງລ່າງພື້ນຖານ ຄວາມບໍ່ໝັ້ນຄົງທາງການເມືອງ ອາດເປັນອຸປະສັກຕໍ່ການພັດທະນາໂຄງລ່າງພື້ນຖານ ສົ່ງຜົນຕໍ່ການເຂົ້າເຖິງການບໍລິການທີ່ຈຳເປັນສຳຫຼັບໄວໜຸ່ມ. ໂຄງລ່າງພື້ນຖານທີ່ຈຳກັດ ສາມາດຂັດຂວາງຄວາມກ້າວໜ້າໃນດ້ານການສຶກສາ, ການດູແລສຸຂະພາບ ແລະ ເທັກໂນໂລຢີ ເຊິ່ງສົ່ງຜົນກະທົບຕໍ່ຄຸນະພາບຂອງຊີວິດ.

5. ເສລີພາບໃນການມີສ່ວນຮ່ວມຂອງພົນລະເມືອງ ຄວາມບໍ່ໝັ້ນຄົງທາງການເມືອງ ຈະນຳໄປສູ່ການຈຳກັດການມີສ່ວນຮ່ວມຂອງພົນລະເມືອງ ແລະ ເສລີພາບໃນການສະແດງອອກ, ສິ່ງນີ້ສາມາດຈຳກັດຄວາມສາມາດຂອງໄວໜຸ່ມໃນການມີສ່ວນຮ່ວມໃນຂະບວນການທາງການເມືອງ, ການສະແດງຄວາມເຫັນ ແລະ ການມີສ່ວນຮ່ວມໃນກິດຈະກຳທີ່ສົ່ງເສີມການປ່ຽນແປງທາງສັງຄົມ.

6. ຄວາມຕຶງຄຽດທາງສັງຄົມທີ່ເພີ່ມຂຶ້ນ ຄວາມບໍ່ໝັ້ນຄົງທາງການເມືອງ ອາດເຮັດໃຫ້ຄວາມຕຶງຄຽດ ແລະ ຄວາມແຕກຕ່າງທາງສັງຄົມຮຸນແຮງຂຶ້ນ. ຄົນໄວໜຸ່ມອາດຈະພົບວ່າ ຕົນເອງຕິດຢູ່ລະຫວ່າງກາງຄວາມຂັດແຍ້ງທາງສັງຄົມ ແທນທີ່ຈະເປັນໄວທີ່ຮຽນຮູ້, ເກັບກ່ຽວ ແລະ ເຮັດຕາມຄວາມຝັນ, ເຮັດໃຫ້ເປັນເລື່ອງຍາກທີ່ຈະເຮັດໃຫ້ເກີດຄວາມປ່ຽນແປງທາງດ້ານວັດທະນະທຳ ແລະ ລະບົບຕ່າງໆໃນສັງຄົມ.

7. ຄວາມກັງວົນເລື່ອງຄວາມປອດໄພ ຄວາມບໍ່ໝັ້ນຄົງທາງການເມືອງມັກມາພ້ອມກັບຄວາມກັງວົນດ້ານຄວາມປອດໄພ ຄົນໄວໜຸ່ມອາດຈະໄດ້ຮັບຜົນກະທົບໂດຍກົງຈາກຄວາມຮຸນແຮງ, ຄວາມຂັດແຍ່ງ ແລະ ຄວາມບໍ່ໝັ້ນຄົງ ນຳໄປສູ່ການທຳຮ້າຍຮ່າງກາຍ ແລະ ຈິດໃຈ.

8. ການຍ້າຍຖິ່ນຖານ ແລະ ການພັດຖິ່ນ ຄົນໄວໜຸ່ມອາດຈະຖືກບັງຄັບໃຫ້ອົບພະຍົບ ຫຼືກາຍເປັນຜູ້ພັດຖິ່ນພາຍໃນປະເທດ ເນື່ອງຈາກຄວາມບໍ່ໝັ້ນຄົງທາງການເມືອງ, ສິ່ງນີ້ສາມາດຂັດຂວາງການໃຊ້ຊີວິດ, ການສຶກສາ ແລະ ເຄືອຂ່າຍທາງສັງຄົມຂອງພວກເຂົາ ນຳໄປສູ່ຄວາມທ້າທາຍໃນການປັບຕົວໃຫ້ເຂົ້າກັບສະພາບແວດລ້ອມໃໝ່ໆ.

9. ຜົນກະທົບທາງສຸຂະພາບຈິດ ການອາໄສຢູ່ສະພາບແວກລ້ອມການເມືອງທີ່ບໍ່ໝັ້ນຄົງ ອາດຈະເຮັດໃຫ້ເກີດຄວາມຄຽດ, ຄວາມວິຕົກກັງວົນ ແລະ ບັນຫາສຸຂະພາບຈິດໃນກຸ່ມຄົນໄວໜຸ່ມຫຼາຍຂຶ້ນ, ຄວາມບໍ່ແນ່ນອນກ່ຽວກັບອະນາຄົດ ແລະ ການພົບກັບຄວາມຮຸນແຮງອາດຈະສົ່ງຜົນເສຍຕໍ່ການເປັນຢູ່ຂອງພວກເຂົາ.

10. ການສູນເສຍຄວາມໄວ້ວາງໃຈໃນສະຖານບັນ ຄວາມບໍ່ໝັ້ນຄົງທາງການເມືອງມັກຈະສັ່ນຄອນຄວາມໄວ້ວາງໃຈໃນສະຖາບັນຂອງລັດຖະບານ ຄົນໄວໜຸ່ມອາດຈະປ່ອຍວາງເລື່ອງການເມືອງ ເຮັດໃຫ້ເກີດຄວາມຮູ້ສຶກບໍ່ຜູກພັນ ແລະ ຖືກຕັດຂາດຈາກລັດຖະບານ.

11. ຜົນກະທົບຕໍ່ໂອກາດໃນອະນາຄົດ ຄວາມບໍ່ໝັ້ນຄົງທາງການເມືອງອາດຈະສົ່ງຜົນກະທົບໄລຍະຍາວຕໍ່ໂອກາດໃນອະນາຄົດຂອງຄົນໄວໜຸ່ມ. ການຢຸດສະຫງັກດ້ານການສຶກສາ, ການເຂົ້າເຖິງຊັບພະຍາກອນຢ່າງຈຳກັດ ແລະ ຄວາມທ້າທາຍທາງເສດຖະກິດ ອາດຈະຂັດຂວາງຄວາມສາມາດໃນການດຶງສັກກະຍະພາບສູງສຸດຂອງພວກເຂົາອອກມາ.

12. ອິດທິພົນຕໍ່ບັນທັດຖານທາງສັງຄົມ ແລະ ວັດທະນະທຳ ຄວາມບໍ່ໝັ້ນຄົງທາງການເມືອງສາມາດ ມີອິດທິພົນຕໍ່ບັນທັດຖານທາງສັງຄົມ ແລະ ວັດທະນະທຳ ສົ່ງຜົນຕໍ່ຄ່ານິຍົມ ແລະ ຄວາມເຊື່ອທີ່ໄວໜຸ່ມຍຶດຖື ການປ່ຽນແປງຢ່າງໄວວາຂອງສະພາບທາງການເມືອງອາດນຳໄປສູ່ການປ່ຽນແປງໃນຄວາມຄາດຫວັງ ແລະ ບັນທັດຖານທາງສັງຄົມ.

#WeAreManushyan ♾ ມະນຸດເທົ່າທຽມກັນ 

#WhatsHappeningInLaos

#ຖ້າການເມືອງລາວດີ #ລຖບຫຄ