“ໂກກນາໂຖ ຊວນເຊື່ອ“~ຈາກຈີຕ ໄຊຍະຄົມ

ໂກກນາໂຖຊວນເຊື່ອ

ຄວາມເວົ້າ ຊວນເຊື່ອຊ້ອນ ສອນທີ່ທາງລວງ
ກວມກັນ ມາເຖິງຖອງ ທ່າທາງເບືອນບ້ຽວ
ໃສ່ກັນ ມາເປັນລໍ້ ເຕັມກະທໍຊົມຊື່ນ
ແຫກຕາ ເຕາະຕ່ອງຕ້ອຍ ຕາມຕື້ສາກລະຄອນ

ພໍມາ ເຖິງຍຸກນີ້ ແນວສື່ສານໄວ
ທັນສມັຍ ທາງມືຖື ຖ່ວງທັນວັນມື້
ບັດນີ້ ຄືຈິງແທ້ ທິດສະດີທາງບໍ່ຊື່
ຖືເປັນ ຄວາມຫລອກລໍ້ ພໍຂຶ້ນນັ່ງຄອງ ຄັກນໍ

ອັນວ່າ ພົງພີ່ນ້ອງ ແນນນຶ່ງນາມສະກຸນ
ນາໂຖ ຈູນເຈືອກັນ ກະທັນຫັນຮອງພື້ນ
ກິນກັນ ວັນປີປີ້ນ ປີການບໍ່ຢຸດຢ່ອນ
ນາໂຖ ແຖວທີ່ບ້ານ ຖາມໄດ້ກືກບໍ່ສົນ

ອັນວ່າ ຄວາມເຊື່ອນີ້ ມີແຕ່ປາງປະຖົມ
ໃຊ້ພໍ ພຽງປີນປາຍ ພໍ່ຜະຫຍາຍາມນ້ອຍ
ໃຫຍ່ມາ ຫາທາງຮ້ອງ ຈອງຫອງເປັນສື່
ຄືນາໂຖ ໝູ່ນີ້ ທະນີຮ້ອງໂກກບໍ່ຍິນ

ໂອ່ນໍ ໂລກປ່ຽນປີ້ນ ແປປີ່ນປຸງກະແສ
ເຊື່ອຟັງ ຄວາມຄໍາລວງ ໂກກນາໂຖເປັນຕົ້ນ
ຍາມໃດ ຝົນລົງຖ້ວມ ສົນລະວົນຄືອື່ງ
ຍາມໃດ ແດດອັ່ງເອົ້າ ນັ່ງເຝົ້າຝຸ່ນຣະອອງ

23 ຕຸລາ 2023
ຈິຕ ໄຊຍະຄົມ