“ຮູບເງົາກາຕຸນລາວ”~ຈາກ Laos Culture and Arts~ສິລະປະ ແລະວັດທະນະທຳລາວ

ຮູບເງົາກາຕູນອະນິເມຊັນ Super Wing ep7 ມີ1ຕອນ ທີ່ກ່າວເຖິງປະເທດລາວ ໃນພາບຂອງເລື່ອງໄດ້ສະແດງອອກສິລະປະວັດທະນະທຳ ປູສະນິຍະສະຖານອັນຍອດຍິ່ງຂອງລາວ ຄື: ພຣະທາດຫຼວງວຽງຈັນ, ໃນງານບຸນນະມັດສະການພຣະທາດຫຼວງວຽງຈັນ ການນຸ່ງຖືໃນຊຸດປະຈຳຊາດລາວເກົ້າຜົມບ່ຽງແພ ແລະ ສວມໃສ່ເລິ່ງເຄິ່ງ, ຜູ້ຊາຍໃສ່ຜ້າຕ່ຽວບຽງແຜ, ຖືຜາສາດເຜິ້ງ ແລະ ໝາກເບັງໄປນະມັດສະການບູຊາ ພຣະທາດຫຼວງ ທີ່ຖືວ່າເກັບກຳລາຍລະອຽດໄດ້ດີພໍສົມຄວນນຳອີກດ້ວຍ ເປັນຮູບເງົາກາຕູນຮ່ວມຜະລິດຈາກ3ປະເທດໂດຍ: ຟັນນີ້ຟຣັກ ເອັນເຕີເທັນເມັນໃນເກົາຫຼີ 🇰🇷, ອັລຟ່າກຣຸບ ໃນປະເທດຈີນ 🇨🇳 ແລະ ລິດເຕີ້ນ ແອລເພຣນ ໂປຣດັກຊັນ ໃນປະເທດອາເມຣິກາ 🇺🇲 ດ້ວຍການສະໜັບສະໜູນຜະລິດຈາກລະບົບກະຈາຍສຽງເພື່ອການສຶກສາເກົາຫຼີ (Educational Broadcasting System/EBS).

https://www.facebook.com/100064457451132/videos/1554181732029783/