
4 ປັດໄຈທີ່ເຮັດໃຫ້ຄົນລາວຫັນມາວິຈານລັດຖະບານເພີ່ມຂຶ້ນ
ເສລີພາບໃນການສະແດງອອກຖືເປັນອີກໜຶ່ງຫຼັກການທີ່ສະໜັບສະໜູນເສລີພາບຂອງຕົວບຸກຄົນ ຫຼື ກຸ່ມຄົນໃນການສະແດງຄວາມຄິດເຫັນບໍ່ວ່າຈະໃນຮູບແບບພາບ, ສຽງ ຫຼື ໃນຮູບແບບອື່ນໆ ໂດຍບໍ່ຕ້ອງກັງວົນວ່າຈະຖືກຕອບໂຕ້, ເຊັນເຊີຣ໌ ຫຼື ລົງໂທດທາງກົດໝາຍ.
ເຖິງຢ່າງໃດກໍຕາມ ເສລີພາບໃນການສະແດງອອກສຳລັບບາງປະເທດນັ້ນຍັງຖືກຈຳກັດ ໂດຍສະເພາະໃນປະເທດລາວທີ່ບໍ່ໄດ້ຖືເລື່ອງນີ້ເປັນເລື່ອງທຳມະດາ ຫຼື ເປັນທີ່ຍອມຮັບ. ໃນປະເທດລາວ ຜູ້ທີ່ໃຊ້ສິດຂອງຕົນເພື່ອສະແດງຄວາມຄິດເຫັນສ່ວນຫຼາຍມັກຈະພົບກັບຊະຕາກຳທີ່ຖືກເຈົ້າໜ້າທີ່ຄຸກຄາມ, ຈັບກຸມ ຫຼື ບາງກໍລະນີກໍເຖິງຂັ້ນຫາຍສາບສູນເລີຍກໍມີ ແລະ ໃນທຸກໆກໍລະນີຜູ້ຄົນເຫຼົ່ານັ້ນກໍມັກຈະຖືກຕັ້ງຂໍ້ຫາວ່າເປັນພວກກຸ່ມຄົນວິຈານລັດຖະບານແມ່ນເປັນພວກຮັບໃຊ້ຝ່າຍກົງຂ້າມທີ່ຖືກຈ້າງມາໃສ່ຮ້າຍປ້າຍສີພັກ-ລັດ ຯລຯ.
ໃນຄວາມເປັນຈິງແລ້ວ ປັດໄຈທີ່ເຮັດໃຫ້ຄົນລາວຫັນມາວິຈານລັດຖະບານເພີ່ມຂຶ້ນນັ້ນບໍ່ໄດ້ເກີດມາຈາກການຊື້ຈ້າງ, ການປຸກປັ່ນ ຫຼື ການແຊກແຊງຈາກພາຍນອກແຕ່ຢ່າງໃດ ແຕ່ເປັນຍ້ອນ 5 ປັດໄຈດັ່ງຕໍ່ໄປນີ້:
1. ລັດຖະບານບໍ່ຟັງສຽງປະຊາຊົນ
ໃນຂະນະທີ່ລັດຖະບານຫຼາຍໆປະເທດທົ່ວໂລກເປີດກວ້າງໄປຕາມຍຸກສະໄໝດ້ວຍການຮັບຟັງສຽງປະຊາຊົນຂອງຕົນຫຼາຍຂຶ້ນ ໂດຍສະເພາະໃນຮູບແບບການວິຈານໃນທາງລົບເພື່ອນຳເອົາຄຳເຫັນຂອງພົນລະເມືອງຕົນໄປປັບປຸງແກ້ໄຂ ແລະ ພັດທະນາປະເທດຊາດໃຫ້ເກີດເປັນຜົນປະໂຫຍດຕໍ່ສ່ວນລວມ ປະເທດລາວເອງແມ່ນຍ່າງໄປໃນທິດທາງກົງກັນຂ້າມ ແທນທີ່ຈະຟັງສຽງຂອງປະຊາຊົນກັບກາຍເປັນວ່າລັດນັ້ນເປັນຜູ້ປິດປາກປະຊາຊົນຂອງຕົນ.
2. ປະຊາຊົນບໍ່ເຊື່ອຟັງລັດຖະບານອີກຕໍ່ໄປ
ຕໍ່ໃຫ້ປະເທດຊາດຈະປະເຊີນກັບເປັນບັນຫາເກົ່າ ຫຼື ບັນຫາໃໝ່ ປະຊາຊົນລາວກໍຈະພໍ້ແຕ່ກັບຄຳເວົ້າອັນເກົ່າຂອງບັນດາຜູ້ນຳທີ່ດຳລົງຕຳແໜ່ງຢູ່ຕາມຂະແໜງການຕ່າງໆ ປະຊາຊົນມັກຈະໄດ້ຮັບຄຳໝັ້ນສັນຍາຈາກກຸ່ມຄົນເຫຼົ່ານີ້ເປັນຢ່າງດີ ແຕ່ໃນທາງຄວາມເປັນຈິງ ຜົນທີ່ປະຊາຊົນໄດ້ຮັບກ່ອນ ແລະ ຫຼັງສັນຍານັ້ນແທບຈະບໍ່ມີຫຍັງແຕກຕ່າງເປັນສ່ວນໃຫຍ່.
3. ຜົນປະໂຫຍດສ່ວນຕົວຂອງຜູ້ມີອຳນາດມັກຈະມາກ່ອນຄວາມຕ້ອງການ ແລະ ຜົນປະໂຫຍດຂອງສ່ວນລວມ
ປັດໄຈຂໍ້ນີ້ມີສ່ວນກ່ຽວພັນກັນກັບປັດໄຈຂໍ້ທີ 1 ເນື່ອງຈາກລັດຖະບານຈະບໍ່ຍອມຖິ້ມຜົນປະໂຫຍດຂອງກຸ່ມຄົນຕົນເພື່ອຜົນປະໂຫຍດຂອງສ່ວນລວມຢ່າງເດັດຂາດ ແຕ່ຈະປາບປາມບຸກຄົນໃດທີ່ວິຈານຕົນ ແລະ ພັກພວກ.
ເພື່ອຍົກຕົວຢ່າງ ເຮົາຈະຕ້ອງຍ້ອນໄປເບິ່ງຫຼາຍໆເຫດການທີ່ຜ່ານມາເປັນຕົວຢ່າງ ເຊັ່ນ:
• ຊາຍ 8 ຄົນຖືກເຈົ້າໜ້າທີ່ຈັບກຸມໃນນະຄອນຫຼວງ ຍ້ອນວາງແຜນປະທ້ວງຮຽກຮ້ອງໃຫ້ຍຸຕິການສ້າງເຂື່ອນ (ພະຈິກ 2019)
• “ໝວຍ” ຫ້ວຍເຮືອງ ໄຊຍະບູລີ ຜູ້ທີ່ຖືກທາງການລາວຈັບກຸມຕົວຍ້ອນອອກມາວິຈານການເຮັດວຽກຂອງລັດທ່າມກາງວິກິດການເຂື່ອນແຕກຢູ່ທີ່ແຂວງອັດຕະປື (ພະຈິກ 2019)
4. ວົງຈອນເກົ່າໆທີ່ເຮັດໃຫ້ສັງຄົມຢູ່ບ່ອນເກົ່າ
ຍ້ອນການເຄື່ອນໄຫວວຽກງານຂອງລັດທີ່ບໍ່ເປັນລະບົບ ບໍ່ເປັນລະບຽບຮຽບຮ້ອຍ ປາສະຈາກການກວດສອບຢ່າງເຂັ້ມງວດ ເຊິ່ງສ້າງບ່ອນຫວ່າງໃຫ້ກັບການສໍ້ລາດບັງຫຼວງ ນຳໄປສູ່ການຖອຍຕົວຂອງເສດຖະກິດ ສັງຄົມ ແລະ ປະເທດຊາດ.
ສຳລັບປະຊາຊົນລາວໂດຍສະເພາະຢ່າງຍິ່ງສຽງຈາກຄົນພາຍໃນຊາດ ‘ການສະແດງອອກ’ ບໍ່ເທົ່າກັບການໃສ່ຮ້າຍປ້າຍສີ! ບໍ່ມີໃຜຖືກບັງຄັບໃຫ້ວິຈານ ຍ້ອນວ່າມັນແມ່ນ “ສິດ ແລະ ສຽງ” ຂອງເຈົ້າຂອງຊາດ ນັ້ນແມ່ນ “ປະຊາຊົນ” !
ແຫຼ່ງອ້າງອີງ: https://www.hrw.org/news/2019/11/16/laos-democracy-activists-arrested
https://www.frontlinedefenders.org/en/profile/houayheuang-xayabouly-muay
#WeAreManushyan ♾ ມະນຸດເທົ່າທຽມກັນ
#WhatsHappeningInLaos
#ຖ້າການເມືອງລາວດີ #ລຖບຫຄ