“ ປະເທດລາວບໍ່ແມ່ນລັດອະທິປະໄຕ”~ຂ່າວຈາກ Manushya Foundation

ປະເທດລາວບໍ່ແມ່ນລັດອະທິປະໄຕອີກຕໍ່ໄປ: ເຈົ້າໜ້າທີ່ຄວາມໝັ້ນຄົງ ສປ ຈີນ ປະມານ 200 ຄົນປະຈຳການທີ່ໂຮງແຮມໃນນະຄອນຫຼວງເພື່ອປາບປາມຄົນຈີນທີ່ເຫັນຕ່າງ~ຂ່າວຈາກ Manushya Foundation

ເມື່ອຕົ້ນເດືອນສິງຫາທີ່ຜ່ານມາ ຫຼີ່ຈ້ຽນເຟິງ ອະດີດຜູ້ພິພາກສາຈາກ ສປ ຈີນ ຜູ້ທີ່ຖືກຕຳຫຼວດລາວທຳຮ້າຍຮ່າງກາຍຢູ່ທີ່ກົມກວດກາຄົນເຂົ້າ-ອອກເມືອງ ນະຄອນຫຼວງວຽງຈັນ ໄດ້ລາຍງານຕໍ່ວິທະຍຸອາຊີເສລີ (RFA) ວ່າ “ມີເຈົ້າໜ້າທີ່ຈີນ 200 ຄົນປະຈຳຢູ່ທີ່ໂຮງແຮມແຫ່ງໜຶ່ງໃນນະຄອນຫຼວງ” ໃນບົດຄວາມມີການເວົ້າເຖິງບັນດານັກເຄື່ອນໄຫວຊາວຈີນໃນປະເທດລາວທີ່ຕົກເປັນເປົ້າໝາຍຂອງການປາບປາມຂ້າມຊາດ ໂດຍລັດຖະບານຈີນ ຕົວຢ່າງເຊັ່ນກໍລະນີຂອງ ສຽວຊິນຊິນ (Qiao Xinxin) ນັກເຄື່ອນໄຫວດ້ານສິດທິດິຈິທັລທີ່ຖືກທັງເຈົ້າໜ້າທີ່ຝ່າຍຈີນ ແລະ ເຈົ້າໜ້າທີ່ຝ່າຍລາວລັກພາຕົວໄປໃນຊ່ວງທ້າຍເດືອນພຶດສະພາທີ່ຜ່ານມາ ແລະ ກໍລະນີຂອງລູ່ຊີເຫວີ່ຍ (Lu Siwei) ອະດີດທະນາຍຄວາມດ້ານສິດທິມະນຸດຊາວຈີນທີ່ກຳລັງຈະຂ້າມແດນໄປປະເທດໄທແຕ່ຖືກເຈົ້າໜ້າທີ່ລາວເຂົ້າຈັບກຸມເມື່ອກໍລະກົດທີ່ຜ່ານມາ.

ການທີ່ເຈົ້າໜ້າທີ່ຂອງປະເທດຈີນລ້ຳເສັ້ນເຂດແດນມາໃຊ້ອຳນາດຢູ່ປະເທດລາວ ຫຼື ໃຊ້ອຳນາດບັນຊາເຈົ້າໜ້າທີ່ໃນປະເທດລາວຈາກປະເທດຕົນເພື່ອຈັບກຸມນັກເຄື່ອນໄຫວທາງການເມືອງຈຶ່ງເອີ້ນວ່າເປັນການ ‘ເສຍອະທິປະໄຕ’ ເພາະເຖິງລັດຖະບານລາວຈະຍັງມີອຳນາດໃນການເຄື່ອນໄຫວກິດຈະກຳພາຍໃນແຜ່ນດິນ ກໍບໍ່ສາມາດປະຕິເສດອຳນາດ/ຄຳສັ່ງທີ່ຢູ່ເໜືອຫົວຂອງພວກເຮົາໄດ້.ການກະທຳດັ່ງກ່າວຖືເປັນວິທີເປື້ອນໆຂອງລັດຖະບານທີ່ຊີ້ໃຫ້ເຫັນເຖິງຄວາມປ່າເຖື່ອນ ແລະ ໄຮ້ມະນຸສະທຳຕໍ່ນັກເຄື່ອນໄຫວຈີນທີ່ກຳລັງລີ້ໄພໃນປະເທດລາວ ພ້ອມຍັງຊີ້ໃຫ້ເຫັນເຖິງຄວາມເປັນອາລັກຂາຂອງເຈົ້າໜ້າທີ່ລາວທີ່ຍອມປ່ອຍໃຫ້ຊາດອື່ນມີອະທິປະໄຕເໜືອດິນແດນຕົນ.

ອ້າງອີງ : https://bit.ly/3KMZaEa

ຫຼີ່ຈ້ຽນເຟິງ : https://bit.ly/45vunn6

ສຽວຊິນຊິນ : https://bit.ly/3QK3mIp

ລູ່ຊີເຫວີ່ຍ : https://fb.watch/mukFTnNepY/

#WeAreManushyan ♾ ມະນຸດເທົ່າທຽມກັນ

#WhatsHappeningInLaos 

#JusticeForQiao

#JusticeForLuSiwei