“ ເສຣີພາບສື່ມວນຊົນຂອງສປປລາວ ຈັດຢູ່ອັນດັບທີ ໑໖໐ ຈາກ ໑໘໐ ປະເທດທົ່ວໂລກ”~ຂ່າວຈາກມຸນິທິມະນຸໄຊຍະ~Manushya Foundation

https://www.facebook.com/100066378376617/posts/pfbid02XmiNstFPi2tzQKZ3c8mRTG3pcKdVdB1h5BRZWrRvoDBq1yVG8WeNgoGoJp4oF1Wl/

ເສລີພາບສື່ມວນຊົນ ສປປ ລາວ ຈັດຢູ່ອັນດັບ 160 ຈາກ 180 ທົ່ວໂລກ.

“ລາວ” ເປັນປະເທດທີ່ໃຊ້ອຳນາດຄວບຄຸມສື່ພາຍໃນປະເທດໃຫ້ຢູ່ພາຍໃຕ້ການຊີ້ນຳຂອງລັດຖະບານ. ອົງການສື່ໄຮ້ພົມແດນ (Reporters without borders) ລາຍງານອັນດັບເສລີພາບສື່ໂລກ (World Press Freedom Index) ປີ 2023 ຈັດໃຫ້ລາວເປັນປະເທດທີ່ມີເສລີພາບຂອງສື່ມວນຊົນຢູ່ໃນອັນດັບ 160 ຈາກທັງໝົດ 180 ທົ່ວໂລກ ເປັນ “ລຸມດຳ” ທີ່ບໍ່ສາມາດຫາຂໍ້ມູນຂ່າວສານທີ່ຫນ້າເຊື່ອຖືໄດ້.

ລາວປົກຄອງດ້ວຍລະບອບສັງຄົມນິຍົມຄອມມູນິດ ບໍລິຫານດ້ວຍພັກການເມືອງດຽວຄືພັກປະຊາຊົນປະຕິວັດລາວ ຄວບຄຸມທຸກຢ່າງທັງການເມືອງ ແລະ ຈຳກັດສິດພົນລະເມືອງລາວຢ່າງໜັກ. ພາຍໃຕ້ຄວາມຂັດແຍ້ງ, ຄວາມບໍ່ເປັນທຳທີ່ລັດກະທຳຕໍ່ກັບປະຊາຊົນໃນເລື່ອງທີ່ດິນ ແລະ ສິ່ງແວດລ້ອມ ລັດຈະບໍ່ອະນຸຍາດໃຫ້ສື່ມວນຊົນ ຫຼື ພາກປະຊາສັງຄົມສົ່ງສຽງເຖິງຄວາມບໍ່ພໍໃຈ.

ລັດຖະບານເຝົ້າຕິດຕາມສື່ຢ່າງໃກ້ສິດ ຫນັງສືພິມ ຫຼື ເພຈສື່ຕ່າງໆຫຼາຍເພຈບໍ່ສາມາດລາຍງານຂ່າວໄດ້ຢ່າງອິດສະຫຼະຈຳເປັນຕ້ອງສົ່ງເນື້ອຫາຂອງພວກເຂົາໄປຍັງກອງເຊັນເຊີ້ ເພື່ອກວດສອບກ່ອນທີ່ຈະລາຍງານຂ່າວສານຫຍັງລົງໄປ. ສື່ຈຳເປັນຕ້ອງປະຕິບັດຕາມແນວທາງຂອງພັກລັດ ເຊິ່ງກຳນົດໂດຍຂະນະກຳມະການເຜີຍແຜ່ໂຄສະນາຊວນເຊື່ອເພື່ອປູກຟັງໃຫ້ປະຊາຊົນ ມີແນວຄິດຮັກຊາດ ແລະ ຊົມເຊີຍການນຳພາອັນສະຫຼາດສ່ອງໃສຂອງພັກລັດ.

ຂໍ້ມູນຈາກ : Reporters Sans Frontières: RSF