
🐖ໝູເຮັດນາ🐕ໝາກິນເຂົ້າ!
*ແຕ່ກອ່ນຍັງມີສອງສັດລ້ຽງ🐷ໝູ🐕🦺ໝາ ຮັກແກ່ວນ
ເປັນໃຈດຽວຂອດແໜ້ນ ພັນຊັ້ນກິ່ງສເໝີ
ສັນຍາໃຫ້ຊຸກຍູ້ ບໍ່ວາງກັນປະປ່ອຽ
ຫາກໃຜທຸກຍາກເຍື້ອນ ສອງເຮົານັ້ນໃຫ້ເບິ່ງກັນ.
*ເຖິງວ່າເປັນປາງໄຂ້ ຫາຢາມາປົວປິ່ນ
ການກິນທັງເຄື່ອງໃຊ້ ປຸນເກື້ອຍື່ນແລ
ຖ້າໃຜງໍໃນລີ້ນ ຄຳຂານສາບານຕໍ່
ໃຫ້ບາບທໍ່ແຜ່ນຟ້າ ນຳຫຍ້ຳຍ່ຳສໜອງ.
*ຈິດໃຈກົມກຽວຜັ້ນ ເລີຍຊວນກັນໄປຫາທ່ຽວ
ຫວັງສໝັກຮັບຈ້າງ ຫາລຽ້ງຊີພຕົນ
ທັງສອງເລີຍໄປພໍ້ ຊາວນາ👨🔧ຄົນໜຶ່ງ
ຈຶ່ງຂໍເປັນລູກຈ້າງ ພໍໄດ້ຢູ່ກິນ.
*ໝູ🐖ໝາ🦮ພາກັນໄງ້ ທຳງານຕາມໜ້າທີ່
ມີທັງຂຸດກົ່ນມ້າງ ທັງປ້ານເບິ່ງຄັນ
ໝູກໍດຸດດັນແທ້ ວາງແຮງລົງໃສ່
ແຕ່ວ່າໝາຂີ້ຄ້ານ ເງີຍໜ້ານັ່ງເສີຍ
*ເຫຼືອແຮງໝູງົມມ້າງ ໝາເລີຍບໍ່ມາຊ່ອຍ
ປະໃຫ້ໝູເຫື່ອຍ້ອຍ ລົງຫົ້ງຮອດຕີນ
ໝູເກີດວິນຈົນລົ້ມ ເຊຊວນເຂົ້າຊົ້ນຮົ່ມ
ໝາດອດອອກເຂັ່ຍຄົ້ນ ຖົມຖິ້ມພອກໝູ.
*🌄ຕາເວັນງາຍນາຍຢ້ຽມ ງານດີຫຼືຊົ່ວ
ໝາຈິ່ງເກັ້ຍກ່ອມເວົ້າ ວ່າໂຕສ້າງຜູ້ດຽວ
ໝູນອນເສີຍເງີຍໜ້າ ບໍ່ຊູໂຕຊວ້ານຊ່ວຍ
ນາຍບໍ່ຄິດຖີ່ຖ້ວນ ກໍເລີຍຮ້າຍດ່າໝູ.
*ໝູຊູຊີຖຽງຕ້ານ ໝາບໍ່ມີໄດ້ຊ່ອຍ
ນາຍເຫັນຮອຍເລັບຄົ້ນ ວ່າໝາສ້າງບໍ່ແມ່ນໝູ
ໝູເຈັບໃຈເລີຍປ່ອຍ ເຕັມໃຈຍ້ອນໝາຖ່ອຍ
ບໍ່ຊ່ອຍຫຍັງໄດ້ແຕ່ອ້າງ ຖແລງໜ້າຕໍ່ນາຍ.
*ວົນຫຼາຍນາຍກຳຄ້ອນ ຕີໝູເຕັ້ນໄລ່
ໝູຫຼົບຕຳຕົ້ນໄມ້ ດັງປີ້ນປາກເຫວີ
ເຈັບຫຼາຍໝູເລີຍຮ້ອງ ເປັນສຽງພໍອູດອູດ
ປ່ຽນສຽງຈົນບໍ່ໄດ້ ຜອງເທົ້າຊູ່ວັນ.
*ໝາກໍຍ່ອງແຢ່ງຍ້ອນ ນາຍແພງວ່າໂຕໝັ່ນ
ເຕັ້ນກະດ່ອງກະແດ່ງຫ້າວ ຫົວອ້າບໍ່ລະວັງ
ບັງເອີນ..ໜັງສອງແກ້ມ ຫົວແຮງເລີຍແລ່ງ
ຈີກທັງແຮງເປີດປິ້ນ ແຊະຊົ້ງເຊິ່ງຫູ.
*ເຈັບກວ່າໝູດັງເວີ້ ເຫຼີຕາຍເລືອດໂລ່ງ
ນອນກະໂຊມຈົ່ມໃຫ້ ຊິຕາຍລ້າບໍ່ຈອດເປັນ
ເວນນຳທັນໝາດື້ ບໍ່ຖືຄວາມຕາມຊື່
ລືກັນມາຊູ່ມື້ ກິນນ້ຳກໍ່ເລົ່າເລັຍ.
*ນາຍຜູ້ໃຈເຊຊ້າຍ ບໍ່ພິຈາຣຈົງຖີ່
ມີຫຍັງເປັນແຕ່ແຫຼ້ງ ໝາຄ້ານບໍ່ເບິ່ງໝູ
ໝູ🐖ເຮັດນາແອວຊົ້ງ ກິນຮຳສິ້ນເຊັ່ນ
ໝາ🦮ເປັນຜູ້ຂີ້ຄ້ານ ຫາກິນເຂົ້າຮ່ວມຄົນ.
*ອິນບັນດົນສໜອງນ້າວ ກິນເຂົ້າຂາວຂີ້ເປັນແກ່ນ
ເປັນປູນບາດຂີ້ແຫ້ງ ໝູ🐷ປ້ອຍຈ່ອງເວນ
ແສນອິດພອຍຫິວນ້ຳ ເລີຍກິນບໍ່ຮູ້ດູດ
ພູດໝາອິນຂອດໃຫ້ ນຳໃຊ້ຊາດມັນ.
*ຄະຕິທັມມີໄວ້ ເຖິງຊູ່ວັນວາງຂ່າວ
ຈົ່ງໄວ້ໃຫ້ໝາ🐕ຄ້ານ ບໍ່ຫ່ວງໝູ🐖
ເປັນນຳນາຍໃຈລ້ຽວ ເຫັນແຕ່ຊູມເລັຍແຄ່ງ
ຊອບແພງແຕ່ຜູ້ຄ້ານ ການບໍ່ໄດ້ ຮ່າວວ່າດີ..ແທ້ເດ./✍