” ການສຳພາດທ່ານອາຈານສ.ແສງສີຣິວັນ ນັກຮ້ອງນັກປະພັນເອກຂອງຊາດລາວ-ຈາກວິທະຍຸສຽງເສຣີ-RFA “

ທ່ານ ບໍຣົມມາຈາຣຍ໌ ສ. ແສງສິຣິວັນ ເປັນສິລປິນ ທີ່ມີນ້ຳໃຈ ໂອບອ້ອມອາຣີ ພ້ອມເປັນທີ່ປຶກສາ ຊ່ອຍເຫລືອຊຸມຊົນຄົນລາວ ແລະ ສ້າງຄວາມດີໃຫ້ສັງຄົມລາວເຮົາ ຕລອດມາ ຈົນວິນາທີສຸດທ້າຍ ຂອງຊີວິດ…
ທ່ານ ເປັນສິລປີນລາວຄົນນຶ່ງ ທີ່ໄດ້ຄຸກຄີ ລົ້ມລຸກຄຸກຄານ ຢູ່ໃນວົງການບັນເທີງລາວ ນັບຕັ້ງແຕ່ ປີ 1955 ຈົນເຖິງປັດຈຸບັນ.
ດ້ວຍພອນສວັນ ຂອງທ່ານ ແລະ ເລືອດສິລປິນ ຢ່າງເຕັມຮ້ອຍ, ທ່ານໄດ້ປະພັນ ເພງອະມະຕະ ຢ່າງມາກມາຍ ໃຫ້ນັກສິລປິນລາວ ລະດັບປະເທດມາແລ້ວ ນັບບໍ່ຖ້ວນ (ເຊັ່ນ ເພງ “ຜົວເບີເມັຽໄພ້” ຕົ້ນສບັບ ທ່ານໄດ້ຮ້ອງຄູ່ ກັບ ສິນລປິນ ມະນີວັນ ໃນປີ 1957, “ເພງ ກ້ຽວສາວແຄມງື່ມ” ຕົ້ນສບັບ ຂັບຮ້ອງໂດຍ ຄຳເຕີມ ຊານຸບານ ຮ້ອງຄູ່ກັບ ສິລປິນ ສິມະລີ ໃນຕອນເສັງເພງຢູ່ໂຮງຊີເນ ແສງລາວ ແລະ ໄດ້ຊະນະເລີດອັນດັບ ທີ່ 1, ແຕ່ ອັດແຜ່ນສຽງ ໂດຍ ສົມຟອງ ຊົງມີໄຊ ໃນປີ 1959.