ກາບກອນ“ຫວນຄະນືງຄວາມຫຼັງ“~ຈາກທ່ານໜູທອງ ວົງຄຳຫຼ້າ

ຫວນຄະນຶງຄວາມຫລັງ

  • ນັບແຕ່ ຈຸດເລີ້ມຕົ້ນ ຣະດູດ່ານ ເດືອນສິບສອງ ຄາວນັ້ນ
    ຄສ ເຈັດສິບຫ້າ ມວນມາເຖິງ ເມກມຸງເມືອງຟ້າ
    ອາທິດ ໂຄຈອນຜ້າຍ ເມໂຄ ຄຸມຂນາບ ເຕັມທີແລ້ວ
    ແສງເຫລື່ອມ ອິດອ່ອນລ້າ ເງົາສລົ້ວ ບໍ່ສ່ອງໃຈ
  • ພຣະຈັນ ຖືກບີບຄັ້ນ ມະຫາເມກ ມຶນທືນ
    ຣາຫູ ອົມກືນກິນ ງ່າຍດາຍ ໂດຍແມ້ງ
    ສົມສື່ ສັກສີຊັ້ນ ຊາວລາວ ທັງປະເທດ
    ຕົກຕ່ຳ ຄືດັ່ງເບັ້ຽ ແນວໄມ້ ຮາກບໍ່ມີ ໜ່າຍເດ
  • ອຳນາດ ຖືກໂຄ່ນລົ້ມ ເດັຽຣະດາດ ປານຂອນ
    ລົມແດງ ມາພານພັດ ຖ່າວເທ ທັງສະທ້ານ
    ຣັຖບານ ຖອຍຫລັງຫລົ້ມ ຕົກ ຂີ້ຕົມນ້ຳຂຸ່ນໆ
    ລາວ ເລົ່າ ໄລລະຖີ້ມ ສຖານກວ້າງ ເກົ່າເດີມ ເສັຽດາຍເດ
  • ສ່ວນນື່ງ ຖືກກວາດຕ້ອນ ໄປບ່ອນ ສັມນາ
    ປານນີ້ ຍັງວ່າຮຽນ ບໍ່ທັນສຸດ ເມື່ອໃດ ຊິຄືນບ້ານ
    ສ່ວນນື່ງ ພາກັນ ຫລົບໄຫລຢ້ານ ໜີຕາຍ ຈາກປະເທດ
    ມາ ເພີ່ງພາເພື່ອຊົ້ນ ທາງກ້ຳ ປະເທດໄທ
  • ປົບປ່ວງ ລະແຫ່ງຫ້ອງ ເຖີງ ປະເທດທີສາມ ກໍຫລາຍ
    ລາງພ່ອງ ຍັງ ເລົ່າລືມຄວາມຫລັງ ບໍ່ກ່ຽວວົນ ນຳຊ້ຳ
    ຫລາຍສ່ຳ ລາວລຽນໜ້າ ຂໍ ເນົາໃນປະເທດ
    ດາບຢູ່ເໜືອ ຄໍຢູ່ໃຕ້ ນອນໄຫ້ ປາກບໍ່ດັງ ທ່ານເອີຍ
  • ອາສັຍຕໍ່ພີ່ ຊ້ຳ ຂີ່ແພໄມ້ຊຸ່ງ
    ອາສັຍປ້າແລະລູງ ຊ້ຳ ຂີ່ແພໄມ້ເຮັ້ຽ
    ເຂົ້າ ຢູ່ເຮືອນເໜືອ ເກືອ ຢູ່ເຮືອນໃຕ້ ຄີໄຟ ຢູ່ເຮືອນເພີ່ນ
    ລາວ ຊິຮ້ອງຮຽກເອີ້ນ ຫັນໜ້າ ເພີ່ງຜູ້ໃດ ເດນໍ
  • ຍາມເມື່ອ ມີຕັ່ງອີ້ ຜົນປໂຍດ ເຕັມເມືອງ
    ບໍ່ອຶດ ຄົນຄອຍສແວງ ຍາດກັນ ຈົນຊິປີ້ນ
    ບາດວ່າ ດິນລາວຫລົ້ມ ຫັນແປງ ເປັນອື່ນ
    ຫລາຍທ່ານ ຫລົບຫຼີກໜ້າ ໜີຊ້ຳ ບໍ່ກ່ຽວວົນ
  • ຍັງແຕ່ ກົບຂຽດນ້ອຍ ດີ້ນດັ່ນ ຢູ່ກາງໜອງ ຫັ້ນແລ້ວ
    ທຸກທີ່ ເວີນວັງເຂີນ ຂາດ ຊົລທີນ້ຳ
    ກົບຂຽດ ໂອໂອຍຮ້ອງ ຄາງດາຍ ດູເປົ່າ
    ຍາມນີ້ ຍັງບໍ່ມີຕ່ອນຊີ້ນ ໝານ້ອຍ ບໍ່ຢາກເລັຽ ລະຕີ ./.