“ວັນອາທີດ ວັນທີ ໑໕ ພຶສພາ ໒໐໒໒ ບຸນວິສາຂະບູຊາ ທີ່ວັດເວລຸວະນາຣາມ ເມືອງບຸດຊີ -ປາຣີສ ຝຣັ່ງເສດ”

ມື້ນີ້ເປັນວັນວິສາຂະບູຊາ (ວັນສິນ ຂຶ້ນ ໑໕ ຄ່ຳ ເດືອນ ໖) ເປັນວັນສຳຄັນໃນທາງພຣະພຸດທະສາສະໜາ ອັນມີເຫດການສຳຄັນ ໓ ເຫດການ ຄື ເປັນຄ້າຍວັນທີ່ “ປະສູຕ” ຂອງເຈົ້າຊາຍສິທທັຕຖະ (ວັນເພັນ ເດືອນ ໖ ປີຈໍ) ຜູ້ເຊິ່ງຕໍ່ມາໄດ້ “ຕັສສະຮູ້” ເປັນພຣະສັມມາສັມພຸທທະເຈົ້າ ຜູ້ຊົງປະກອບດ້ວຍ “ພຣະບໍລິສຸດທິຄຸນ” , “ພຣະປັນຍາທິຄຸນ” “ພຣະມະຫາກະຣຸນາທິຄຸນ” ສັ່ງສອນປະກາດສັຈຈະທັມ , (ວັນເພັນ ເດືອນ ໖ ປີຣະກາ) ຈົນຮອດ”ສະເດັດດັບຂັນປະຣິນິພພານ” ໃນວາລະສຸດທ້າຍ (ວັນເພັນ ເດືອນ ໖ ປີມະເສັງ) ເຊິ່ງທັງ ໓ ເຫດການນີ້ ເກີດຂຶ້ນສືບເນື່ອງໃນວັນເພັນ ເດືອນ ໖ (ວັນຂຶ້ນ ໑໕ ຄ່ຳ ເດືອນ ໖ ຕ່າງປີ) ເຊິ່ງຮຽກອີກຢ່າງວ່າ ວັນວິສາຂະບູຊາ ເຮັດໃຫ້ພຣະພຸດທະສາສະນາ

ໄດ້ບັງເກີດແລະສືບຕໍ່ມາຢ່າງຫມັ່ນຄົງຈົນຮອດປັດຈຸບັນ.
ວັນວິສາຂະບູຊາ ເປັນວັນເກີດເຫດການສຳຄັນ ຂອງພຣະພຸທທະເຈົ້າ ໂດຍກົງ ໃນເຫດການດັ່ງກ່າວ ຄະຕິທັມຫລັກ ຄື ໄຕຣລັກສະນະ ຫລື ອະນິຈຈະລັກສະນະ ອັນໄດ້ແກ່ຄວາມເປັນທຳມະດາຂອງໂລກ ໓ ປະການ ຄື ອະນິຈຈັງ ຄວາມບໍທ່ຽງ ທຸກຂັງ ຄວາມເປັນທຸກ ຕັ້ງຢູ່ໃນສະພາບເກົ່າບໍ່ໄດ້ ແລະ ອະນັຕຕາ ຄວາມບໍ່ແມ່ນຕົວຕົນ ເຮົາເຂົາ ບັງຂັບບໍ່ໄດ້. ເຊິ່ງທຸກສັພພະສິ່ງ ລ້ວນຕົກຢູ່ໃນສະພາບ ໓ ປະການນີ້ ເຖິງພຣະພຸທທະເຈົ້າກໍ່ຍັງຕັ້ງຢູ່ກົດເຫລົ່ານີ້ ບໍ່ສາມາດພົ້ນໄດ້ຈົນຈະປະຣິນິພພານ ຈຶ່ງພົ້ນໄດ້.
ຫຼັກທັມທີ່ສຳຄັນໃນວັນວິສາຂະບູຊາ ທີ່ຄວນນຳມາປະຕິ ບັດໃນວັນວິສາຂະບູຊາ ພຸທທະສາສນິກະຊົນທັງຫຼາຍຄວນຢຶດໝັ້ນໃນຫຼັກທັມ ຊຶ່ງຫຼັກທັມທີ່ຄວນນຳມາປະຕິບັດໃນວັນວິສາຂບູຊາໄດ້ແກ່
ຄວາມກະຕັນຍູ ຄື ການຮູ້ຄຸນຄົນ ເປັນຄຸນນະທັມທີ່ຄູ່ກັບຄວາມກະຕະເວທີ ຊຶ່ງໝາຍເຖິງການຕອບແທນຄຸນທີ່ມີຜູ້ເຮັດໄວ້ ຄວາມກະຕັນຍູ ແລະຄວາມກະຕະເວທີນີ້ ເປັນເຄື່ອງໝາຍຂອງຄົນດີ ເຮັດໃຫ້ຄອບຄົວ ແລະສັງຄົມມີຄວາມສຸກ ຊຶ່ງຄວາມກະຕັນຍູກະຕະເວທີນັ້ນສາມາດເກີດຂຶ້ນໄດ້ກັບທັງ ບິດາມານດາ ແລະ ລູກ ຄູອາຈານກັບນັກຮຽນ ນາຍຈ້າງກັບລູກຈ້າງ ຊາຕກັບພຣະສາສະນາ…
“ໃນພຣະພຸດທະສາສນາ ປຽບພຣະພຸດທະເຈົ້າດັ່ງກັບບຸພກາຣີ ຜູ້ຊີ້ໃຫ້ເຫັນທາງຫຼຸດພົ້ນແຫ່ງຄວາມທຸກ ດັ່ງນັ້ນພຸທ ທະສາສນິກະຊົນຈຶ່ງຄວນຕອບແທນດ້ວຍຄວາມກະຕັນຍູກະຕະເວທີດ້ວຍການທຳນຸບຳລຸງພຣະພຸດທະສາສນາ ແລະດຳລົງພຣະພຸດທະສາສນາໃຫ້ຢູ່ສືບໄປ”
ອຣິຍສັຈ 4 ຄືຄວາມຈິງອັນປະເສີດ 4 ປະການທີ່ພຣະພຸດທະເຈົ້າທຣົງຕຣັສຮູ້ໃນວັນວິສາຂະບູຊາ ໄດ້ແກ່
“ ທຸກ” ຄື ປັນຫາຂອງຊີວິດ ສະພາວະທີ່ທົນໄດ້ຍາກ ຊຶ່ງທຸກຂັ້ນພື້ນຖານ ຄື ການເກີດ ແກ່ ແລະ ຕາຍ ລ້ວນເປັນສິ່ງທີ່ທຸກຄົນຕ້ອງຜະເຊີນ…
“ ສະມຸທັຍ” ຄື ຕົ້ນເຫດຂອງປັນຫາ ຫຼືສາເຫດຂອງການເກີດທຸກ ແລະສາເຫດສ່ວນໃຫຍ່ຂອງປັນຫາເກີດຈາກ “ຕັນຫາ” ອັນໄດ້ແກ່ ຄວາມຢາກໄດ້ຕ່າງໆຢ່າງບໍ່ມີທີ່ສິ້ນສຸດ…
“ ນິໂຣທ” ຄື ຄວາມດັບທຸກ ເປັນສະພາບທີ່ຄວາມທຸກໝົດໄປ ເພາະສາມາດດັບກິເລສ ຕັນຫາ ອຸປາທານອອກໄປໄດ້ມັຄ ຄື ຫົນທາງທີ່ນຳໄປສູ່ການດັບທຸກ ເປັນການປະຕິບັດເພື່ອແກ້ປັນຫາ ມີ 8 ປະການ ໄດ້ແກ່ ຄວາມເຫັນຊອບ ດຳຣິຊອບ ວາຈາຊອບ ກະທຳຊອບ ລ້ຽງຊີບຊອບ ພະຍາຍາມຊອບ ລະນຶກຊອບ ຕັ້ງຈິຕໝັ້ນຊອບ…
ຄວາມບໍ່ປະໝາດ ຄື ການມີສະຕິຕລອດເວລາ ບໍ່ວ່າຈະເຮັດອັນໃດ ເວົ້າອັນໃດ ຄິດອັນໃດ ລ້ວນຕ້ອງໃຊ້ສະຕິ ເພາະສະຕິຄືການລະນຶກໄດ້ ການລະນຶກໄດ້ຢູ່ສະເໝີຈະເຮັດໃຫ້ເຮົາໃຊ້ຊີວິດຢ່າງບໍ່ປະໝາດ ຊຶ່ງຄວາມປະໝາດນັ້ນຈະເຮັດໃຫ້ເກີດປັນຫາຫຍຸ້ງຍາກຕາມມາ ດັ່ງນັ້ນໃນວັນນີ້ພຸດທະສາສນິກຊົນຈະພາກັນນ້ອມລະນຶກເຖິງຄຸນພຣະພຸທທະເຈົ້າ ພຣະທັມ ແລະພຣະສົງ ດ້ວຍຄວາມມີສະຕິ
ວັນວິສາຂະບູຊາ ນັບວ່າເປັນວັນທີ່ມີຄວາມສຳຄັນສຳລັບພຸດທະສາສນິກຊົນທຸກຄົນ ເປັນວັນທີ່ມີການເຮັດພິທີພຸດທະບູຊາ ເພື່ອເປັນການນ້ອມລະນຶກເຖິງພຣະວິສຸດທິຄຸນ ພຣະປັນຍາຄຸນ ແລະພຣະມະຫາກະຣຸນາທິຄຸນ ຂອງພຣະສັມມາສັມພຸດທະເຈົ້າທີ່ມີຕໍ່ມວນມະນຸດ ແລະສັບພະສັດ ອີກທັງເພື່ອເປັນການລະນຶກເຖິງເຫດການອັນໜ້າອັດສະ ຈັນທັງ 3 ປະການ ທີ່ມາບັງເກີດໃນວັນດຽວກັນ ແລະນຳຫຼັກທັມຄຳ ສັ່ງສອນຂອງພຣະພຸດທະອົງມາເປັນແນວທາງການປະຕິ ບັດໃນການດຳລົງຊີວິດ

ອົງການສະຫະປະຊາຊາດ ຮັບຮູ້ວັນວິສາຂະບູຊາ :

We wish our Buddhist friends a peaceful Visak Bochea Day. The holiday commemorates Buddha’s birth when he attained enlightenment and nirvana. Buddhists usually light candles and recall Buddha’s teachings on this day.

La Journée du Vesak
Le « Vesak », jour de la pleine lune du mois de mai, est le jour le plus sacré pour des millions de bouddhistes à travers le monde. C’est le Jour du Vesak, il y a 2 500 ans, en 623 av. J.-C., que le Bouddha est né. C’est également le Jour du Vesak que le Bouddha a atteint l’état d’illumination et qu’il est décédé dans sa quatre-vingtième année.
En proclamant cette journée internationale en 1999, l’Assemblée générale des Nations Unies a considéré que cette célébration permettait à l’Organisation de saluer la contribution que le bouddhisme, l’une des plus vieilles religions du monde, apporte depuis plus de 2 500 ans et continue d’apporter à la spiritualité de l’humanité.
 
Historique
Des millions de gens ont été marqués par les enseignements du Bouddha et par son message de compassion, de paix et de bonne volonté. Des millions de personnes à travers le monde suivent ces enseignements.
En mai 1986, l’ancien Secrétaire général de l’ONU, Javier Pérez de Cuéllar (1920-2020), avait adressé aux bouddhistes le message suivant à l’occasion de la Journée du Vesak :
« La célébration de la naissance, de l’état d’illumination et du décès de Gautama Bouddha remplit de joie les bouddhistes, où qu’ils se trouvent, car elle est pour eux l’occasion de glorifier son message de compassion et de dévouement au service de l’humanité.
Aujourd’hui, ce message est peut-être plus important qu’il ne l’a jamais été.
La paix, la compréhension et une conception de l’humanité qui transcende les différences nationales et les autres différences internationales sont indispensables si nous voulons faire face aux complexités de l’époque nucléaire.
Cette philosophie est au coeur de la Charte des Nations Unies et devrait occuper une place de premier plan dans notre réflexion, en particulier en cette Année internationale de la paix ».
La Journée du Vesak est célébrée chaque année au Siège de l’ONU, à New York, ainsi que dans d’autres bureaux des Nations Unies à travers le monde, en consultation avec les bureaux pertinents des Nations Unies et avec les missions permanentes qui souhaiteraient également être consultées.

Message du Secrétaire général (2021)

Journée du Vesak – Message du Secrétaire général de l’ONU

J’adresse mes plus chaleureuses salutations aux bouddhistes du monde entier en cette Journée du Vesak, durant laquelle nous honorons la naissance, l’illumination et la disparition du Seigneur Bouddha. Nous saluons aujourd’hui les contributions du bouddhisme à la spiritualité et à la culture depuis plus de 2 500 ans.
Nous pouvons tous, bouddhiste s et non-bouddhistes, nous inspirer du message d’honnêteté, de compassion et de respect pour tous les êtres vivants, transmis par le Bouddha. Dans notre action de lutte contre l’impact durable de la pandémie de COVID-19, il ressort clairement que l’humilité et une profonde empathie sont essentielles à notre bien-être et à celui de notre planète.
En cette Journée du Vesak, prenons l’engagement de construire une vie de paix et de dignité pour tous, sur une planète saine.