ນະວະນິຍາຍ“ຮັກ ແລະຄິດເຖິງລາວ“~ຈາກ໕໐໐


                                      ຮັກ ແລະຄີດເຖີງລາວ 

ໜ້າ໑.

ຄຳນຳ :
ວັນນະຄະດີ ມາຈາກວັນນະ ແລະຄະດີ ,
ວັນນະຄື “ຄວາມງາມ“
ຄະດີແມ່ນ“ທາງ“, ວັນນະຄະດີ ແມ່ນທາງແຫ່ງຄວາມງາມ ຫຼືຄວາມງາມຂອງພາສາ.
ວັນນະຄະດີ ປະກອບດ້ວຍ,ວັນນະຄະດີຂິດຂຽນ ແລະວັນນະຄະດີພື້ນເມືອງ(ປາກເປົ່າ).
ວັນນະຄະດີ ດ້ານລາຍລັກອັກສອນ ໄດ້ຖືກກຳເນີດຂື້ນມາໃນສມັຍອານາຈັກລ້ານຊ້າງ
ຢູ່ພາຍໄຕ້ການປົກຄອງຂອງເຈົ້າຟ້າງູ້ມ(໑໓໑໖-໑໓໗໒).
ວັນນະຄະດີຂິດຂຽນນີ້ແບ່ງອອກເປັນຫຼາຍພາກ-ນິທານ,ປວັດສາດ,ກະວີ,ນິຍາຍ…ດັ່ງນີ້ເປັນຕົ້ນ.
ໃນຈຳນວນນິຍາຍຕ່າງໆ,“ຮັກ ແລະຄິດເຖິງລາວ“ເປັນຜົນງາມຂອງນັກຂຽນໜຸ່ມ ເຈົ້າຂອງນາມ
ປາກກາ“ຫ້າສູນສູນ“.ຊື່ໃນນິຍາຍ,ທ່ານຈະເຫັນຄຳວ່າ“ລາວ“ຊື່ງຈະໝາຍເຖີງນາງໃນດວງໃຈ
ແລະປະເທດຊາດອັນເປັນທີຮັກ ແລະຫວງແຫນ.
ນັກຂຽນບາງທ່ານ ຂຽນນິຍາຍເພື່ອຄວາມເພີດເພີນຢ່າງດຽວ,ແຕ່“ຫ້າສູນສູນ“ບໍ່ພຽງແຕ່ຈະບັລຍາຍ
ເຖີງຄວາມຮັກຣະວ່າງໜຸ່ມສາວເທົ່ານັ້ນ ແຕ່ຍັງໄດ້ຖ່າຍທອດອອກເຖີງ“ຄວາມຮັກຊາດ“.ນິຍາຍເຮື່ອງ
ນີ້ຈື່ງສົມຄວນໄດ້ຮັບການສນັບສນູນຈາກທ່ານ.ຂໍຈົ່ງອ້າແຂນຮັບເອົາ“ຮັກ ແລະຄິດເຖີງລາວ“ໄວ້ຢູ່ໃນ
ອ້ອມໃຈຂອງທ່ານ.
ວັນນະຄະດີ ແມ່ນຄວາມງາມຂອງພາສາ,ຕລາດນັດແຫ່ງແນວຄິດຈິດໃຈ,ແວນແຍງແຫ່ງຄວາມ
ສີວິໄລ ແລະສັນຍາລັກຂອງປະເທດຊາດ.
ຈາກນັກຮຽນຍີງ -(ມະຣິທອນ ສີຍາວົງ-ກລົດເຕ).

@@@@@@@@@@@@@@@@@@@@@@@@@@@@@§@§@@@@@@@@@@@@@@@@@@@

ຈາກຜູ້ຂຽນ :

ຄວາມຮັກຫວານ ຜ່ານເປັນເສົ້າ ເມື່ອເຂົາຈາກ
ຮັກພຽນປາກ ຫລອນຫລອກ ໃຫ້ຂື່ນຂົມ
ຕັດສຳພັນເຍື້ອໄຍໃຫ້ຣະທົມ ນາງສຸກສົມ ປ່ອຍຊາຍໄປວິວາ…
ຂໍໃຫ້ນ້ອງ ໄດ້ພົບສຸກ ແລະສົດຊື່ນ ທຸກວັນຄືນໃນຮັກທີປຣາຖນາ
ຂໍອ່ວຍໄຊໃຫ້ໂຊກດີເຖີງຂວັນຕາ ຮັກຜ່ານ “ ຮັກແລະຄີດເຖີງ“ຝາກໃຫ້ນາງ.

(ຫາກຜູ້ຂຽນໃສ່ນາມວ່າ ແສງເດືອນ ແລະແສງຕາວັນນັ້ນ ກໍເພາະວ່າ ໃນຄວາມຮັກ ຈະຕ້ອງມີຍີງກັບຊາຍ ສົມຫວັງ ແລະຜີດຫວັງ ເຫມືອນກັບແສງອາທີດ ແລະແສງຈັນທີ່ຢູ່ຄູ່ໂລກນີ້ ແຕ່ແສງຕາວັນຂອງແສງເດືອນໃນນິຍາຍ ໄດ້ສ່ອງແສງບົນຟ້າໃໝ່ໄປແລ້ວ ່ເຫລືອໄວ້ພຽງແຕ່ ” ຮັກ ແລະ ຄິດເຖີງ ລາວ “.

*ຄວາມຮັກທີຂ້ອຍມີຕໍ່ເຈົ້າໃນອະດີດ ເທົ່າກັບ ຄວາມຮັກທີຂ້ອຍມີຕໍ່ຊາດບ້ານເມືອງຂອງຂ້ອຍໃນປະຈຸບັນ.)
ຈາກ ໕໐໐.

**”ຂ້ອຍຮັກສອງຢ່າງໃນຊິວີດ ຄືເຈົ້າ ແລະຊາດບ້ານເມືອງຂອງເຮົາ.”

***ນັກການເມືອງ ແລະຜູ້ຍີງລາວ ທີເຄີຍພົບຜ່ານມາ ເປັນຄົນບໍ່ຈີງໃຈ,ເຫັນແກ່ຕົວ ແລະຜົນປະໂຍດສ່ວນຕົວ.

ຄົນລາວ ແລະນັກການເມືອງລາວ ສ່ວນຫຼາຍມັກຊົມໃຊ້ທິສດີ ຫຼືແນວຄິດ”ເຈົ້າຢຽບຂ້ອຍ ຂ້ອຍຢຽບເຈົ້າຄືນ” ບໍ່ຮູ້ຈັກແບ່ງປັນ ບໍ່ຮູ້ຈັກສາມັກຄີ ສລູບແລ້ວ ເປັນຄົນເຫັນແກ່ຕົວ.

**** “ຮູ້ສືກວ່າ ຢູ່ຂ້າງໆ ຍັງມີເຈົ້າ ແລະຄອບຄົວສເມີ”

*****ດາວສເດັ່ດ ຄົນຮັກ ຄົນສຸດທ້າຍ – ຄວາມຫວັງໃໝ່ ~ນາງຜູ້ທີມີຮອຍຍີ້ມເໝຶອນ”ໂມນາ ລີຊາ”

******ເປັນນຳໂຊກຊາຕາຫຼືໃດ? ”ຄົນທີຮັກ”ຈະຈາກໄປ ເຖີງຊີຍັບຍັ້ງໄວ້ກໍບໍ່ເວັ້ນວາຍ

******* ຄວາມຮັກທີຂ້ອຍມີຕໍ່ເຈົ້າ ຕັ້ງແຕ່ສັຕວັດທີແລ້ວ ຈົນຮອດສັຕວັດນີ້ ຍັງເໝືອນເດີມ “

– ສາຣະບານ –

໑.ຮັກຄັ້ງແຣກ ……………………………………………………………………….………………………………ໜ້າ ໓

໒.ລູກຫຼານບ້ານນາວັງ….………………………………….………………………..……………………..……..ໜ້າ໑໐

໓.ຊິວີດໃນສູນອົພຍົບໜອງຄາຍ.……………………….………………………..………………………..……..ໜ້າ໑໕

໔.ຊິວີດໃໝ່ໃນຕ່າງແດນ………………………………….………………………..……………………….……..ໜ້າ໑໘

໕.ເຂົ້າຮ່ວມຂະບວນກຊລາວ……………………………………………………………………..…………………ໜ້າ໒໒

໖.ເດີນທາງໄປພົບຄົນຮັກ………………………………….………………………..…………………….………..ໜ້າ໑໘

໗.ຮັກຜີດຫວັງ………………………………….………………………..…………………………………………..ໜ້າ໒໕

໗.ພົບຮັກຄັ້ງໃໝ່………………………………….………………………..……………………………….………..ໜ້າ໓໑

໘.ພະຍານຮັກ………………………………….………………………..………………………………….………..ໜ້າ໓໙

໙.ດາວສເດັ່ດ-ຄົນຮັກຄົນສຸດທ້າຍ ຄືຄວາມຫວັງໃໝ່ ນາງທີມີຮອຍຍີ້ມອັນດຽວກັບ”ໂມນາ ລີຊາ”..……..ໜ້າ໕໔

໑໑.ເຂົ້າຮ່ວມຂະບວບການ“ລາວອຍມ໒໑“………………………………………………..……………………………………………………..ໜ້າ໖໕

໑໒.ດາວສເດັດ ເຈົ້າຄື“ຄວາມຝັນຂອງຂ້ອຍ“……………………………………………………………………..ໜ້າ໖໘

                                    ຕອນທີ ໑ 
                              
                                 
                                  “ຮັກຄັ້ງແຣກ”

ສບາຍດີອ້າຍແສງເດືອນ,
ຕາວັນຂຽນຈ.ມມານີ້ ກໍບໍ່ມີຫຍັງຫຼາຍພໍພຽງຂຽນມາເລົ່າອ້າຍແສງເດືອນວ່າ ຕາວັນຈະໄດ້ແຕ່ງງານໃນວັນທີ ໖ ເດືອນສີບສອງນີ້.ເຖີງຢ່າງໃດກໍຕາມ ຄີດວ່າເຮົາບໍ່ແມ່ນສາຍແນນດຽວກັນ,ຕາວັນກໍຈະຖືອ້າຍເດືອນເປັນໝູ່ ເປັນເພື່ອນມິດ ເປັນພີ່ນ້ອງກັນຕໍ່ໄປ.ຖາມຂ່າວຫາຍາພໍ່ຍາແມ່ອ້າຍເດືອນ ແລະໝົດທຸກຄົນໃຫ້ຕາວັນແນ່ເດີ,ອ້າຍເດືອນໄດ້ໄປຫລີ້ນນຳພວກນາງບົວ ອ້າຍຖາເລື້ອຍຢູ່ບໍ?ອ້າຍເດືອນຍັງເຮັດການຢູ່ບ່ອນເກົ່າບໍ?ສ່ວນຕາວັນກໍຍັງເຮັດຢູ່ບ່ອນເກົ່າ ພວກຕາວັນກໍວ່າຈະມາທ່ຽວພີ້ຈັກສອງສາມທິດ ແຕ່ວ່າບໍ່ມີເວລາ ແລະກໍຍັງມີຫຼາຍແນວທີຈະວີ່ງເຕັ້ນ,ເລີຍຄົງຈະບໍ່ໄດ້ມາ.ອ້າຍເດືອນເດ໊ ປານໃດ ຖ້າຮອດມື້ແລ້ວ ຢ່າລືມສົ່ງຂ່າວໃຫ້ຕາວັນແນ່ເດີ.
ສຸດທ້າຍ ຂໍໃຫ້ອ້າຍເດືອນຈົ່ງໂຊກດີໄວໆນີ້ເດີ.
ຈາກ ແສງຕາວັນ .

(ອ່ານຕໍ່ຕອນ໒)