ພິທີທາງສາສນາ ແລະຮູບພາບໃນການຈາກໄປຂອງ“ສີສົມຄາມ ສີຫານາດ ໃນວັນເສົາ ວັນທີ ໒໙ ຕຸລາ ໒໐໒໒ ~ * ໑໕-໑໒/໑໙໕໓ ~ ໒໙/໑໐/໒໐໒໒

https://www.facebook.com/1340410427/posts/pfbid0P98hUGKGhTMat4VyPZ9PqzyLmVVa9KWfn9pE5yWehDKfVBDwwQtPeQEo3t1CSx9Bl/ ຊິວະປະວັດໂດຍຫຍໍ້ : ຊິວະປະວັດຂອງ”ສີສົມຄາມ ສີຫານາດ” ໑໙໕໓ ~໒໐໒໒ ສີສົມຄາມ ເກີດເມື່ອວັນທີ ໑໕ ທັນວາ ໑໙໕໓ ທີ່ເມືອງຊຳເໜືອ ແຂວງຫົວພັນ,ເປັນລູກຊາຍຜູ້ທີ໒ ຂອງມື້ລາງພໍ່ສີພັນ ສີຫານາດ ແລະແມ່ສົມດີ ວິໄຊສຸກ,ມີອ້າຍນ້ອງນຳກນທັງໝົດ ໑໒ຄົນ : ໑.ອ້າຍກົກ ສີສົມນືກ ໒.ຜູ້ກ່ຽວ ໓.ສີສົມເດດ ໔.ສີສະມອນ ໕.ສີສະວັນ(ສຊວ)໖.ສີສະຫງວນ ໗.ສີສົມສັກ ໘.ສີສະອາດ ໙.ສີສົມພານ ໑໐.ພວນສວັນ ໑໑.ເພັດສວັນ ໑໒.ພັກສວັນ.  “ສີສົມຄາມ”ໄດ້ກຳເນີດທ້າມກາງສົງຄາມໃນຂະນະນັ້ນ,ພໍເກີດໄດ້ສອງມື້ ຳຊຳເໜືອ ກໍແຕກ ອາວເຂີຍ ຖະນອມ ພະຂີນ ນາຍທະຫານ ໄດ້ໃຫ້ທະຫານຂອງເພີ່ນເອົາຂີ່ຫຼັງມ້າຜ່າຍເສີກ ອອກຈາກຊຳເໜືອເດີນທາງຍ່າງຜ່ານອຸປສັກມາຫາໂພນສວັນ ເມືອງແປກ ແວງຊຽງຂວາງ ນະບ້ານາວັງ ບ້ານປູຊື່ງດຳລົງຕຳແໜ່ງເປັນຕາແສງກັດເຂດເສຣີຂອງຝ່າຍພຣະຣາຊະອານາຈັກລາວ.ໄດ້ເຂົ້າໂຮງຮຽນອານຸບານທີ່ເມືອງຄູນ ຈົນຮອດປີ ໙-໘ ໑໙໖໐, ເມືອງຄູນ ແຕກ ພໍ່ໄດ້ສົ່ງອ້າຍ ແລະນ້ອງຊາຍ~ນາງສາວທັງໝົດ ໖ຄົນ ແລະແມ່ມາຢູ່ນຳພໍ່ປູ ແມ່ຍ່າທີ່ໂພນສວັນ ຈົນຮອດປີສັນຍາໂຮມລາວຄັ້ງທີ໒ ປີ ໑໙໖໒ ຈື່ງໄດ້ອົພຍົບລົງມາຢູ່ວຽງຈັນ ໄດ້ເຂົ້າຮຽນຢູ່ໂຮງຮຽນຖົມຈົນເຖີງປີ ໑໙໗໐ ໄດ້ໄປເຂົ້າມັທຍົມທີ່ທ່າແຂກ ຢູ່ນຳພີ່ນ້ອງຄອບຄົວຍາພໍ່ຫຼ້ານ້ອຍ ພໍ່ຂອງອ້າຍສີລາວົງ ແລະປີຕໍ່ໄປໄດ້ຕີດຕາມພໍ່ທີ່ໄປປະຈຳການຢູ່ສວັນນະເຂດໄດ້ເຂົ້າຮໍ່າຮຽນຕໍ່ທີ່ວິທະຍາລັຍສວັນນະເຂດ ແລະສົກປີ ໑໙໗໔-໗໕ ພໍ່ໄດ້ສີ້ນກົດປະຈຳການ ໄດ້ກັບຂື້ນມາຢູ່ວຽງຈັນ ໄດ້ເຂົ້າຮຽນຕໍ່ ມໍ໖ ທີ່ວິທະຍາລັຍວຽງຈັນ ແລະໃນປີ ໑໙໗໕ ເມືອງລາວ ໄດ້ແຕກອີກ ເລີຍໄດ້ປະຈົນພັຍຂີ່ເຮືອຈ້າງຂ້າມຂອງ ມາເປັນອົພຍົບຢູ່ສູນອົພຍົບໜອງຄາຍ ໄດ້ໃຊ້ຊິວີດ໖ເດືອນໃນສູນ ແລະໄດ້ເດີນທາງມາຝຣັ່ງເສດ ໃນເດືອນ ພຶສພາ ໑໙໗໖ ,ໄດ້ໃຊ້ຊິວີດຢູ່ຝຣັ່ງເສດ ໄດ້ສ້າງຄອບຄົວ ພັລຍາ ຍນ.ບຸບຜານາລີ ສໍ.ພາບມີໄຊ ແລະມີບຸດຊາຍທ້າວຄຣີສຕົບ ແລະບຸດຍີງນາງສຸຣິນາ(ຊູລີ) ຮ່ວມກັນ. “ສີສົມຄາມ” ໄດ້ຈາກໄປໃນເຊົ້າວັນເສົາ ເວລາ ໖ໂມງ໔໕ ເຊົ້າ ຂອງວັນທີ ໒໙ ຕຸລາ ໒໐໒໒ ທີ່ໂຮງພະຍາບານ ຣວມອາຍຸໄດ້ ໖໙ປີ. ມື້ນີ້ ເອື້ອຍອ້າຍນ້ອງ ລູກຫຼານ ພ້ອມໝູ່ເພື່ອນ ຍາຕິພີ່ນ້ອງ ໄດ້ມາໂຣມກັນທີນີ້ ເພື່ອສົ່ງ”ສີສົມຄາມ” ໄປສູ່ສຸຂະຕິພົບ ບົນສວງສວັນຊັ້ນຟ້າດາວວະດືງ.ສາທຸ ສາທຸ ສາທຸ  Biographie : Biographie de “Sisomkhram Syhanath” 1953 ~ 2022

Read more

“ໄປທ່ຽວລອນດອນໃນເດືອນກໍຣະກະດາ ໑໙໘໓“

ການເດີນທາງທີ່ບໍ່ຄາດຄິດຂອງຂ້ອຍໄປລອນດອນໃນປີ ໑໙໘໓ – ກັບ ພໍ່ສີພັນ,ນ້າແກ້ວອຸດອນ, ນູນູ, ນີນີ ແລະໂນໂນ.ໃນຕອນແລງຂອງວັນສຸກ ເດືອນກໍຣະກະດາ ປີ ໑໙໘໓ ປະມານ ໑໙ ໂມງແລງ, ມັນແມ່ນເວລາທີ່ຈະອອກຈາກລົດເມສາຍປາຣີສ – ລອນດອນ ທີ່ສະຖານີຣົດເມທີ່”ລາວີແລດ-Villette, ວາງແຜນໄວ້ ໖ຄົນ, ລວມທັງ ສີສະໝອນ ທີ່ຈະເຂົ້າຮ່ວມກຸ່ມຕາມເວລາສໍາລັບນັດໝາຍໃນການອອກເດີນທາງໄປທ່ອງ​ທ່ຽວລອນດອນນະຄອນຫຼວງຂອງປະເທດອັງກິດໂດຍທາງຣົດເມ.ເວລາ ໑໘ໂມງ໕໐, ສີສະໝອນບໍ່ມາຮອດ,

Read more

“ຕັກບາດ ແລະແຈກສັງຄະທານຫາແມ່ສົມດີ – ອ້າຍສີສົມນືກ ແລະສີສະວັນ ສີຫານາດ …ທີ່ບ້ານວາສນາ ເມືອງມຸດຊີ ເລີວີເອີ ເຂດ ໗໗ ຊານນະຄອນຫຼວງປາຣີສ ມື້ນີ້ ວັນເສົາ ວັນທີ ໓ ກໍຣະກະດາ ໒໐໒໑”

Read more

“ນາງສີສະຫວັນ ສີຫານາດ-ເກຣໂອແຊນ ໄດ້ຈາກພວກເຮົາໄປໃນວັນພຸດ ວັນທີ ໑໐ ກຸມພາ ໒໐໒໑ທີ່ໂຮງພະຍາບານເມືອງບຣູ ເຂດ ໗໗ ຊານນະຄອນຫຼວງປາຣີສ-ຝຣັ່ງເສດ”

Bonjour la famille, voici le déroulement des obsèques de Tata Vanh:ສບາຍດີພີ່ນ້ອງທຸກຄົນ-ຣາຍການໄວ້ອາລັຍ ແລະພິທີຊາປະນະກິດສົບຍານາງສີສະຫວັນ :Veillées funèbres 3 jours Jeudi-Vendredi-Samedi vers 14h-15h à la pagode de Bussy-Saint-Georges5 allée

Read more

“ແມ່ສົມດີ ວິໄຊສຸກ ໄດ້ຈາກພວກເຮົາໄປໃນວັນຈັນ ວັນທີ ໑໑ ມົກຣາ ໒໐໒໑“

ຊິວະປະວັດຫຍໍ້“ແມ່ສົມດີ ວິໄຊສຸກ ໑໙໓໑-໒໐໒໑“ແມ່ສົມດີ ໄດ້ເກີດທີ່ວຽງຈັນໃນວັນທີ ໑໔ ທັນວາ ປີ໑໙໓໑,ເປັນລູກສາວຜູ້ທີສອງຂອງພໍ່ຕູ້ວັນດີ ແລະແມ່ຕູ້ສາວສຸກ ມີອ້າຍນ້ອງນຳກັນ ໑໐ ຄົນ :໑.ທ່ານພັນເອກສົມບຸນ ວິໄຊສຸກ ທະຫານຝ່າຍເປັນກາງ(ອ້າຍກົກ)ເສັຍຊີວິດທີ່ສູນສຳມະນາວຽງໄຊ໒.ອາ ສົມລິ(ສຊວ)໓.ແມ່ສົມດີ (ສຊວ)໔.ທ່ານຮ້ອຍເອກສົມຈິດ ວິໄຊສຸກ (ເສັຍຊິວີດ)໕.ທ່ານສົມພັດ ວິໄຊສຸກ ຂ້າຮາຊການ ຫົວໜ້າກະສິກຳປະຈຳແກ້ງກອກ (ສຊວ)໖.ທ່ານສົມລີດ ວິໄຊສຸກ ຂ້າຮາຊການຊັ້ນເອກ ກົມປ່າໄມ້ແຫ່ງພຣະຮາຊອານາຈັກລາວ

Read more