“ນາງສີສະຫວັນ ສີຫານາດ-ເກຣໂອແຊນ ໄດ້ຈາກພວກເຮົາໄປໃນວັນພຸດ ວັນທີ ໑໐ ກຸມພາ ໒໐໒໑ທີ່ໂຮງພະຍາບານເມືອງບຣູ ເຂດ ໗໗ ຊານນະຄອນຫຼວງປາຣີສ-ຝຣັ່ງເສດ”

Bonjour la famille, voici le déroulement des obsèques de Tata Vanh:
ສບາຍດີພີ່ນ້ອງທຸກຄົນ-ຣາຍການໄວ້ອາລັຍ ແລະພິທີຊາປະນະກິດສົບຍານາງສີສະຫວັນ :
Veillées funèbres 3 jours Jeudi-Vendredi-Samedi vers 14h-15h à la pagode de Bussy-Saint-Georges
5 allée madame Montespan
77600 BUSSY-SAINT-GEORGES

໑.ສູດມະຕີກາ ໓ມື້ ວັນພະຫັດ-ສຸກ-ເສົາ ທີ ໑໑- ໑໒ -໑໓ ເລີ້ມເວລາ ໑໔ໂມງ ທີ່ວັດເວລຸວະນາຣາມ
ແຫ່ງເມືອງບູດຊີແຊງຊອກ ເຂດ ໗໗ ຊານນະຄອນຫຼວງປາຣີສ

Lundi 15 FÉVRIER à 10h TAK BAT à la pagode de Bussy
໒.ວັນຈັນ ວັນທີ ໑໕ ກຸມພາ -ພິທີຖວາຍສັງຄະທານ ແລະຕັກບາດ

Mardi 16 FÉVRIER A 15h CRÉMATION au
crématorium de Tremblay en france CHEMIN DES PLÂTRIÈRES
93290 TREMBLAY-EN-FRANCE
໓.ພິທີຊາປະນະກິດສົບ ທີ່ສຸສານເມືອງທຣັມບເຣ ອັງຝຣັ່ງ ໃນເວລາ ໑໕ໂມງ

JEUDI 18 FÉVRIER à 10h TAK BAT à la pagode de Bussy
໔.ວັນພະຫັດ ພິທີຖວາຍສັງຄະທານ ຕັກບາດ ແລະເລີກມົງຄຸນ ທີ່ວັດເວລຸວະນາຣາມ
ເລີ້ມແຕ່ເວລາ ໑໐ ໂມງ ທີ່ວັດເວລຸວະນາຣາມແຫ່ງເມືອງບູດຊີ ແຊງຊອກ

JEUDI 18 FÉVRIER à 15h INHUMATION
CIMETIÈRE DE NEUFMOUTIERS
Route des Pigeonnières
77610 Neufmoutiers-en-Brie
໕.ແລະຕອນທ່ຽງເວລາ ໑໕ ໂມງ ແມ່ນພິທີນຳອັດຖິໄປເຂົ້າທາດທີ່ສຸສານເມືອງເນີບມູຕີເອ

ຈົບພິທີຕ່າງໆ.

@@@@@@@@@@@@@@@@@@@@@@@@@@@@@@@@@@@@@@@@@@@@@@@@

ຊິວະປະວັດຫຍໍ້ຂອງນາງສີສຫວັນ ສີຫານາດ-ກເຣໂອແຊນ ໑໙໕໘-໒໐໒໑ ຣວມອາຍຸໄດ້ ໖໓ປີ

@@@@@@@@@@@@@@@@@@@@@@@@@@@@@@@@@@@@@@@@@@@@@@@@

ເມືອງຄູນ ແຂວງຊຽງຂວາງ,ເປັນລູກສາວ

ຂອງພໍ່ສີພັນ ສີຫານາດ(ສຊວ)ແລະແມ່ສົມດີ ວິໄຊສຸກ(ສຊວ),ມີອ້າຍນ້ອງນຳກັນທັງໝົດ໑໒ຄົນ ດັ່ງມີຊື່ຕໍ່ລົງໄປນີ້:
໑.ທ.ສີສົມນືກ(ເສັຍຊິວິດແລ້ວໃນປີ໒໐໑໕)
໒.ທ.ສີສົມຄາມ
໓.ທ.ສີສົມເດັ່ດ
໔.ນ.ສີສະໝອນ
✓ ໕.ນ.ສີສວັນ(ຜູ້ກ່ຽວ)
໖.ນ.ສີສະຫງວນ
໗.ທ.ສີສົມສັກ
໘.ນ.ສີສະອາດ
໙.ທ.ສີສົມພານ

໑໐.ນ.ພວນສວັນ
໑໑.ນ.ເພັດສວັນ
໑໒.ທ.ພັກສວັນ

ແລະມີອ້າຍລ້ຽງສອງຄື:
13.ທ.ຄຳແພງ ພົມມະຈັນ
14.ຄຳຕາ ຄຳພາວົງ

ຫຼັງໄດ້ອົພຍົບຄັ້ງທຳອີດຈາກເຂດປົດປ່ອຍເມືອງໂພນສວັນໃນປີ ໑໙໖໒ ໄດ້ລົງມາຢູ່ວຽງ
ຈັນ ແລະໄດ້ເລີ້ມເຂົ້າໂຮງຮຽນປະຖົມທີ່ໂຮງຮຽນປາຖນາ(ທີ່ຄູ້ມເກົ້າຍອດ)ຈົນຮອດປີ
1970 ໄດ້ຍ້າຍຕິດຕາມຄອບຄົວໄປຢູ່ສວັນນະເຂດທີພໍ່ໄດ້ໄປປະຈຳການຢູ່ທີ່ນັ້ນ.
ໄດ້ເຂົ້າຮັບການສືກສາຢູ່ວິທະຍາລັຍສວັນນະເຂດຈົນຮອດປີ 1974-75 ໄດ້ຍ້າຍກັບຄືນມາຢູ່
ວຽງຈັນ ແລະໄດ້ອົພຍົບມາຢູ່ສູນຫນອງຄາຍໃນທ້າຍປີ 1975,ໄດ້ໃຊ້ຊິວີດເປັນອພົຍົບໃນສູນ
ເປັນເວລາ 6ເດືອນ ແລະແລ້ວກໍໄດ້ເດີນທາງມາຕັ້ງຊິວີໃໝ່ໃນຝຣັ່ງເສດແຕ່ປີ 1976 ຫາ 2021
ເປັນເວລາ 45ປີ.
ນາງສີສຫວັນ ໄດ້ແຕ່ງງານນຳທ.ຊັງປີແອກ ກເຣໂອແຊນໃນເດືອນພຶສພາ ປີ 1994 ແລະໄດ້ມີລູກສາວນຳກັນຄົນນື່ງ ຊື່ນາງເມລານີ-ສົມດີ ກເຣໂອແຊນ ອາຍຸ 23ປີ ຮຽນຕໍ່ມະຫາວິທະຍາລັຍ ສາຂາ ສື່ສານ ແລະກຳກັບລູກຄ້າ – Bachelor dans le luxe, et actuellement master communication et marketing.
ດ້ານວິຊາອາຊີບ,ນາງສີສຫວັນ ໄດ້ເຮັດວຽກນຳພແນກຍຸຕິທັມ(dans les études des Huissiers de justice )ມາຕະລອດ ຈົນໄດ້ອອກຮັບໃຫ້ອອກບຳນານໃນເດືອນກໍຣະກະດາ ປີ ໒໐໑໘.
ນາງສີສຫວັນ ໄດ້ຈາກພວກເຮົາໄປໃນວັນພຸດ ວັນທີ 10 ກຸມພາ 2021 ທີ່ໂຮງພະຍາບານເມືອງ
ບຣູ ເຂດ 77 ຊານນະຄອນຫຼວງປາຣີສ ປະເທດຝຣັ່ງເສດ ເຫຼືອໄວ້ແຕ່ຄວາມງາມ ຄວາມດີທີ
ໄດ້ສ້າງໄວ້ນຳຄອບຄົວ ພີ່ນ້ອງ ເພື່ອນຝຸງໃນຕອນມີຊີວີດຢູ່ ເປັນທີຮູ້ຈັກໃນສັງຄົມລາວ.
ຂໍໃຫ້ສີສຫວັນ ຈົ່ງໄປສູ່ສຸຂະຕິພົບ ບົນສວັນຊັ້ນຟ້າພຸ້ນເທີດ.

Biographie de sisavanh – ຊິວະປະວັດຂອງສີສະວັນ :